ເຣື້ອງທີ່ເກັບບັນທຶກໄວ້
2022-06-03
ຊາວບ້ານ ໃນເຂດບ້ານຫ້ວຍສະກູ່ ເມືອງຫິນບູນ ແຂວງຄໍາມ່ວນ ແລະຜູ້ທີ່ຜ່ານກາຍໄປ-ມາ ເຂດນັ້ນເໝັນກິ່ນ ຈາກນໍ້າເນົ່າ ແລະສານເຄມີ ໂຕງງານແປຮູບ ຢາງພາຣາ ຂອງບໍຣິສັດບຸນເຮືອງ ຈໍາກັດຂອງວຽດນາມ ທີ່ຕັ້ງໂຮງງານ ຢູ່ບໍ່ໄກຈາກແຄມທາງນັ້ນ.
2022-06-03
ຊາວບ້ານທີ່ຖືກຜົລກະທົບ ສູນເສັຽທີ່ດິນ ທຳການກະເສຕ ໃຫ້ກັບໂຄງການ ກໍ່ສ້າງອ່າງເກັບນໍ້າ ຕອນເທິງຂອງເຂື່ອນນໍ້າແທ້ ຈຳນວນ 2 ບ້ານຄືບ້ານນໍ້າຄະ ແລະ ບ້ານຜາແກ້ວ ເມືອງແປກ ແຂວງຊຽງຂວາງ ຈຳໃຈ ຕ້ອງຮັບຄ່າຊົດເຊີຍ ທີ່ທາງບໍຣິສັດມອບໃຫ້ ຊຶ່ງເປັນຄ່າຊົດເຊີຍ ທີ່ບໍ່ສົມເຫດ ສົມຜົລ ສຳລັບຊາວບ້ານ.
2022-06-02
ບໍຣິສັດ ເຊປຽນ-ເຊນໍ້ານ້ອຍ ຕຣຽມພ້ອມ ຮັບມືເຫດສຸກເສີນ ໃນຣະດູຝົນປີນີ້ ເພື່ອປ້ອງກັນ ພັຍທັມມະຊາດ ທີ່ອາຈເກີດຂຶ້ນໄດ້ທຸກເມື່ອ ໂດຍໄດ້ມີການຕິດຕາມກວດກາ ໂຄງສ້າງຂອງເຂື່ອນ, ສັນເຂື່ອນເຊປຽນ-ເຊນໍ້ານ້ອຍ.