ທາງການເຕືອນພາກໃຕ້ ຣະວັງ ພະຍຸໂກນິ
2020.11.03

ທາງການລາວ ອອກແຈ້ງເຕືອນ ໃຫ້ປະຊາຊົນ ເຝົ້າຣະວັງພາຍຸ ໂກນິ ທີ່ຈະເຂົ້າສູ່ພາກໃຕ້ ຂອງລາວ ໃນຣະຫວ່າງ ວັນທີ່ 5-6 ພຶສຈິກາ ນີ້ ຍ້ອນຈະມີຝົນຕົກໜັກ, ລົມພັດແຮງທີ່ອາດເຮັດນໍ້າຖ້ວມ ແລະດິນ ເຈື່ອນ ໄດ້, ປັດຈຸບັນທາງພາກສ່ວນທີ່ກ່ຽວຂ້ອງ ກໍກໍາລັງຕິດຕາມສະພາບ ພາຍຸດັ່ງກ່າວນີ້ ຢ່າງໃກ້ຊິດຢູ່ ແລະຈະອອກແຈ້ງເຕືອນ ເປັນໄລຍະ ໄລຍະ, ດັ່ງເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ທ່ານນຶ່ງທີ່ບໍ່ ປະສົງບອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ພຶສຈິກາ ນີ້ວ່າ:
“ພວກເຮົາກໍາລັງຕິດຕາມກັນຢູ່ເນາະ ຕາມທີ່ພວກເຮົາຄາດຄະເນ ກໍຊິມີພາກໃຕ້ ແຖວອັດຕະປື, ຈໍາປາສັກ ວັນທີ 5-6 ນີ້ ຄວາມແຮງມັນ ຈະລົດລົງ ໃຕ້ຝຸ່ນ ມາເປັນເຂດຮ້ອນ ພວກເຮົາຄາດຄະເນວ່າ ຝົນ ຈະບໍ່ຕົກ ເຮົາກໍເປັນຫ່ວງເຣື່ອງລົມຫັ່ນແຫຼະ ເພາະລົມແຮງ ດິນເຈື່ອນນິ່ ກໍມີສ່ວນຢູ່ ເພາະວ່າຢູ່ເຂດນີ້ ບາງເຂດເປັນເຂດພູເນາະ ພວກເຮົາກໍຈະໄດ້ເຝົ້າຣະວັງ.”
ທ່ານກ່າວຕື່ມວ່າ ເຣື່ອງນໍ້າຖ້ວມ ບໍ່ຄ່ອຍໜ້າກັງວົນປານໃດ ຍ້ອນຝົນບໍ່ຕົກແຮງ ແລະຣະດັບນໍ້າ ໃນແມ່ນໍ້າສາຂາ ບໍ່ໄດ້ສູງປານໃດ, ແຕ່ຢາກໃຫ້ຊາວບ້ານ ຕຽມຄວາມພ້ອມໄວ້ ແລະຕິດຕາມແຈ້ງເຕືອນຂອງກົມ ອຸຕຸນິຍົມ ແລະອຸທົກກະສາດ ຢູ່ຕລອດ ຍ້ອນທາງກົມ ມີການຕິດຕາມສະພາບຄວາມຮຸນແຮງ ຂອງພາຍຸນີ້ຢ່າງໃກ້ຊິດ ແລະຈະມີການຣາຍງານເປັນໄລຍະ ໄລຍະ ຕື່ມ.
ໃນຂນະທີ່ ຊາວບ້ານ ຢູ່ແຂວງຈໍາປາສັກ ຜູ້ນຶ່ງ ເວົ້າວ່າ ປົກກະຕິ ໃນຊ່ວງຣະດູຝົນ ຖ້າຝົນຕົກແຮງ ນໍ້າກໍຈະຖ້ວມຢູ່ແລ້ວ ແຕ່ກໍບໍ່ຮ້າຍແຮງ ປານໃດ ແຕ່ຖ້າມີການແຈ້ງເຕືອນຈາກທາງການ ກໍຈະຕ້ອງໄດ້ຕຽມ ຍ້າຍເຄື່ອງຍ້າຍຂອງແລະສັດລ້ຽງ ໄປຢູ່ບ່ອນສູງເພື່ອຄວາມປອດພັຍ, ດັ່ງທ່ານກ່າວວ່າ:
“ນໍ້າຊິຖ້ວມຢູ່ທຸກປີຫັ່ນນ່າ ແຕ່ວ່າບໍ່ໄດ້ຖ້ວມຮອດເຮືອນຊາວບ້ານ ມີແຕ່ຮອດເຂົ້າໄຮ່ເຂົ້ານາຊື່ໆຫັ່ນນ່າ ແຈ້ງມາກໍຕ້ອງແມ່ນເກັບ ເກັບເຄື່ອງ, ສັດລ້ຽງ ຂະເຈົ້າກໍໄປລ້ຽງຢູ່ບ່ອນບໍ່ຖ້ວມ.”
ໃນຂນະດຽວກັນ ຊາວບ້ານ ໃນແຂວງອັດຕະປື ຜູ້ນຶ່ງເວົ້າວ່າ ຊ່ວງນີ້ ຕົນກໍເບິ່ງຂ່າວຢູ່ຕລອດ ແລະຟັງແຈ້ງເຕືອນ ຂອງໜ່ວຍກູ້ພັຍ, ເບິ່ງຣະດັບ ນໍ້າ ຖ້າມີການແຈ້ງເຕືອນ ວ່າ ມີຄວາມເສັຍຫາຍ ກໍຈະມີການ ຍ້າຍເຄື່ອງຂອງ ຂຶ້ນໄປໄວ້ບ່ອນສູງ, ທ່ານວ່າ:
“ເຝົ້າຣະວັງເຮົາກໍຕຽມຄວາມພ້ອມໄວ້ພ້ອມ ເບິ່ງຂ່າວ, ເບິ່ງປະຣິມານນໍ້າ, ເບິ່ງເອກກະສານຂອງຣັຖບານ ອອກມາເຕືອນປະມານນີ້ ຖ້າມີ ຄວາມສ່ຽງ ກໍເກັບຂອງໄວ້ບ່ອນສູງ.”
ອີງຕາມການຣາຍງານຂ່າວ ຂອງສື່ທ້ອງຖິ່ນໃນລາວ ເມື່ອວັນທີ 1 ພຶສຈິກາ 2020 ວ່າ ພາຍຸໃຕ້ຝຸ່ນ GONI ຈະມາຮອດວຽດນາມ, ສປປ ລາວ ແລະໄທຍ ໃນວັນທີ 4-6 ພຶສຈິການີ້, ພາຍຸ ດັ່ງກ່າວ ເປັນພາຍຸ ໃຕ້ຝຸ່ນ ທີ່ມີຄວາມໄວ ຂອງລົມສູງສຸດ ປະມານ 220 ກິໂລແມັດ ຕໍ່ຊົ່ວໂມງ ແລະ ໃນມື້ວັນທີ່ 1 ພຶສຈິກາ 2020 ນີ້ ພາຍຸດັ່ງກ່າວ ໄດ້ຂຶ້ນຮອດຝັ່ງປະເທດ ຟິລິປປິນ ເປັນທີ່ຮຽບຮ້ອຍແລ້ວ ເຮັດໃຫ້ເກີດມີ ຝົນຕົກ ໜັກ, ນໍ້າຖ້ວມ, ດິນເຈື່ອນ ແລະມີຜູ້ເສັຽຊີວິດ ແລ້ວ 9 ຄົນ, ທາງການຟິລິປປິນ ໄດ້ອົພຍົບປະຊາກອນແລ້ວ 1 ລ້ານຄົນ ພະຍຸ ດັ່ງກ່າວ ເຄື່ອນໂຕຊ້າ ຄາດວ່າຈະສ້າງຄວາມເສັຍຫາຍ ຫຼາຍຂຶ້ນຕື່ມ.