ງົບປະມານເກັບກູ້ຣະເບີດ ໃນລາວ
2019.08.05
ການແກ້ໄຂຣະເບີດບໍ່ທັນແຕກ ຢູ່ ສປປລາວ ເປັນເປົ້າໝາຍນຶ່ງໃນຈໍານວນ 18 ເປົ້າໝາຍການພັທນາ ແບບຍືນຍົງ SDG ທີ່ຣັຖບານ ສປປລາວ ສເນີຢູ່ໃນກອງປະຊຸມໃຫຍ່ ຂອງອົງການສະຫະປະຊາຊາດ ຄັ້ງທີ 73 ໃນມື້ວັນທີ 29 ກັນຍາ ປີກາຍ ເພື່ອ ເຮັດໃຫ້ຊີວິດ ຂອງປະຊາຊົນລາວ ມີຄວາມປອດໄພ ຈາກລະເບີດດັ່ງກ່າວ ຊຶ່ງ ທ່ານ ສະເຫລີມໄຊ ກົມມະສິດ ຣັຖມົນຕຣີກະຊວງການຕ່າງປະເທດ ໄດ້ກ່າວຕອນນຶ່ງວ່າ:
"ທ່ານກ່າວວ່າ ຍ້ອນຄວາມຕ້ອງການສະເພາະຂອງຕົນ ສປປລາວ ຈຶ່ງໄດ້ກ້າວສູ່ໄລຍະພິເສດ ໂດຍການຮັບຮອງເອົາການພັທນາແບບຍືນຍົງ ແຫ່ງຊາດ ທີ 18 ທີ່ມີຫົວຂໍ້ວ່າ “ຊີວິດປອດພັຍຈາກຣະເບີດບໍ່ທັນແຕກ”, ເພື່ອແກ້ໄຂບັນຫາທີ່ເກີດຈາກຣະເບີດ ບໍ່ທັນແຕກ."
ເວົ້າເຖິງຣະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ລາວ ພາຍຫລັງສົງຄາມວຽດນາມ ຣັຖບານ ສປປລາວ ຖືວ່າເປັນບັນຫາຫາ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ທີ່ຈະຕ້ອງໄດ້ແກ້ໄຂ. ແຕ່ກໍຍັງບໍ່ໄດ້ຍິນວ່າ ໄດ້ໃຊ້ຈ່າຍງົບປະມານຂອງຕົນ ເຂົ້າໃນການແກ້ໄຂບັນຫາ ນີ້ພໍເທົ່າໃດ, ສ່ວນຫລາຍ ກໍແມ່ນຕ່າງປະເທດ ເປັນຕົ້ນສະຫະຣັຖອາເມຣິກາ ແລະອົງການຈັດຕັ້ງສາກົນ ໃຫ້ການຊ່ອຍເຫຼືອເປັນຢ່າງດີຕລອດມາ.
ອັນທີ່ເຫັນໄດ້ຈະແຈ້ງຕື່ມ ແມ່ນທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖອາເມຣິກາ ໄດ້ປະກາດທີ່ ນະຄອນຫຼວງວຽງຈັນ ໃນຕົ້ນ ເດືອນກັນຍາ 2016 ວ່າ ສະຫະຣັຖອາເມຣິກາ ຈະໃຫ້ການຊ່ອຍເຫຼືອ ເພີ່ມຂຶ້ນເປັນສອງເທົ່າໃນວຽກງານ ເກັບກູ້ລະເບີດ ທີ່ຍັງບໍ່ທັນແຕກ ແກ່ ສປປລາວ ຄືຈາກ 15 ລ້ານໂດລາ ໃນໄລຍະປີທີ່ຜ່ານມາ ເປັນ 30 ລ້ານໂດລາໃນປີຕໍ່ມາ. ການຊ່ອຍເຫຼືອ ເປັນຈຳນວນທັງໝົດ 90 ລ້ານ ໂດລາໃນໄລຍະສາມປີຕໍ່ຫນ້າ ເພື່ອໃຊ້ເຂົ້າໃນການສໍາຣວດ ຊອກຫາລະເບີດ ທີ່ຍັງບໍ່ທັນແຕກ, ການເກັບກູ້, ການສຶກສາຄວາມສ່ຽງ ແລະ ການຊ່ອຍເຫຼືອ ຜູ້ຖືກເຄາະຮ້າຍ.
ແຕ່ເຖິງປານນັ້ນ ກໍຍັງມີຂ່າວວ່າ ສປປລາວ ມີບັນຫາທາງດ້ານການເງິນ ຮວມທັງເງິນເດືອນ ທີ່ຈະໃຫ້ເຈົ້າໜ້າທີ່ສຳຣວດ ແລະເກັບກູ້ຣະເບີດ ບໍ່ທັນແຕກ ຄືຄັ້ງລ້າສຸດ ກໍໄດ້ເກີດຂຶ້ນ ເມື່ອຕົ້ນປີນີ້. ແຕ່ຕໍ່ມາກໍແກ້ໄຂໄດ້ແລ້ວ.
ເຈົ້າໜ້າທີ່ອົງການເກັບກູ້ຣະເບີດ ບໍ່ທັນແຕກ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 30 ກໍຣະກະດາ ທີ່ຜ່ານມາວ່າ ເຣຶ່ອງ ງົບປະມານການເງິນ ປັດຈຸບັນ ບໍ່ມີຫຍັງຫຍຸ້ງຍາກແລ້ວ:
"ໃນຄັ້ງລ້າສຸດນີ້ ຣັຖບານສະຫະຣັຖອາເມຣິກາ ຊ່ວຍເຫລືອລາວຈຳນວນ 17,285,000 ໂດລາສະຫະຣັຖ ແລະ ຣັຖບານອັງກິດຊ່ອຍ 3,761,000 ໂດລາ ເພື່ອໃຊ້ຈ່າຍເຂົ້າໃນການສຳຣວດ, ເກັບກູ້ ແລະ ໂຄສະນາສຶກສາ ຄວາມສ່ຽງຈາກຣະເບີດ ບໍ່ທັນແຕກຢູ່ແຂວງ ສະຫວັນນະເຂດ ແຕ່ປີ 2019 ຫາປີ 2022."
ພ້ອມກັນນັ້ນ ອົງການຊ່ອຍເຫລືອລ້າ ຂອງປະຊາຊົນນໍເວ ປະຈຳລາວ ກໍໄດ້ຮັບທຶນຊ່ອຍເຫລືອ ຈາກຣັຖບານສະຫະຣັຖອາເມຣິກາ ຈຳນວນ 10,745,000 ປາຍໂດລາ ເພື່ອນຳໃຊ້ເຂົ້າ ໃນການສຳຣວດ ແລະເກັບກູ້ຣະເບີດບໍ່ທັນແຕກ ຢູ່ແຂວງສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ແລະ ຈາກຣັຖບານອັງກິດ 513,000 ປາຍໂດລາ ເພື່ອນຳໃຊ້ເຂົ້າໃນການສ້າງຂີດ ຄວາມສາມາດ ທາງດ້ານການບໍຣິຫານ ຄຸ້ມຄອງວຽກງານແກ້ໄຂບັນ ຫາຣະເບີດບໍ່ທັນແຕກ ຂອງຫ້ອງການຄນະກຳມະການຄຸ້ມຄອງ ແຫ່ງຊາດຂັ້ນສູນກາງ ແລະຫ້ອງການປະສານ ງານຂັ້ນແຂວງ ຂອງ 4 ແຂວງ ດັ່ງກ່າວ ສຳລັບປີ 2019 - 2020. ແລະຊ່ອຍ ”ໂຄງການກວດກູ້ເນື້ອທີ່ດິນ ພາຍໃຕ້ໂຄງການແກ້ໄຂ ບັນຫາ ຣະເບີດບໍ່ທັນແຕກສາກົນ II” (ຈີແມັບ II) ໃນ 4 ແຂວງນັ້ນ ລວມມູນຄ່າ 1,078,000 ປາຍໂດລາ ຊຶ່ງ ຈະປະຕິບັດ ໄປເຖິງວັນທີ 31 ມິນາ 2020.
ແລະ ເກົາຫລີໄຕ້ ກໍຊ່ວຍທຶນແກ້ໄຂບັນຫາຣະເບີດ ບໍ່ທັນແຕກ ໃນໂຄງການສນັບສນູນ ແຕ່ປີ 2019 ຫາປີ 2022 ມູນຄ່າ 5,5 ລ້ານໂດລາ ໂດຍສຸມໃສ່ຍຸທສາດ 3 ພີ (ຄົນ ສັນຕິພາບ ຄວາມຈະເຣີນຜາສຸກ). ນອກຈາກນັ້ນກໍຍັງມີປະເທດ ປະຊາທິປະໄຕ ອື່ນໆອີກ ຮວມທັງ ອອສເຕຣເລັຽ, ສະຫະພາບຢູໂຣບ ກໍໃຫ້ການຊ່ອຍເຫລືອ ໃນການແກ້ໄຂບັນຫາ ດັ່ງກ່າວ ຢູ່ກອງປະຊຸມຖແລງຂ່າວ ໃນໂອກາດຄົບຮອບ 9 ປີຂອງການປະຕິບັດສົນທິ ສັນຍາກ່ຽວກັບຣະເບີດລູກຫວ່ານ ວັນທີ 1 ສິງຫາ ປະທານ ຄນະ ກຳມະການຄຸ້ມຄອງ ແຫ່ງຊາດ ເພື່ອແກ້ໄຂ ບັນຫາຣະເບີດ ບໍ່ທັນແຕກ (ຄຊກລ) ໄດ້ກ່າວວ່າ ຕາມການສຳຣວດ ມີເນື້ອທີ່ 93,300 ປາຍເຮັກຕາ ເປັນພື້ນທີ່ອັນຕະລາຍ. ໃນນັ້ນໄດ້ ເກັບກູ້ອອກແລ້ວ 9,100 ປາຍເຮັກຕາ.
ໃນປີນີ້ ການສໍາຣວດຣະເບີດບໍ່ທັນແຕກ ດໍາເນີນໄປຢູ່ 9 ແຂວງ ຄືແຂວງຫົວພັນ ຊຽງຂວາງ ຫລວງພຣະບາງ ຄໍາມ່ວນ ສະຫວັນນະເຂດ ຈໍາປາສັກ ສາລະວັນ ເຊກອງ ອັດຕະປື ແລະຕາມຄຳເວົ້າຂອງເຈົ້າໜ້າທີ່ ທ່ານດຽວກັນນີ້ແລ້ວແມ່ນວ່າ ອາດມີດຖິງ 11 ແຂວງ, ດັ່ງທີ່ ທ່ານກ່າວວ່າ:
ໃນມື້ຄົບຮອບວັນສາກົລ ເພື່ອໂຄສະນາ ຕ້ານຣະເບີດ ບໍ່ທັນແຕກ ວັນທີ 4 ເມສາ ທາງການລາວ ກໍໄດ້ຈັດພິທີສເລີມສລອງ ຢູ່ບ້ານດ້າງ ເມືອງມະຫາໄຊ ແຂວງຄໍາມ່ວນ ຊຶ່ງໃນນັ້ນໄດ້ມອບປື້ມຫຼັກສູດ ກ່ຽວກັບ ຣະເບີດບໍ່ທັນແຕກ ແລະເສື້ອທີ່ມີກາໂລໂກ້ ເປົ້າໝາຍການພັທນາ ແບບຍືນຍົງທີ 18 ໃຫ້ນັກຮຽນ ເພື່ອ ສຶກສາກ່ຽວກັບຄວາມສ່ຽງ ຈາກຣະເບີດບໍ່ທັນແຕກ ຄນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂ ບັນຫາຣະເບີດ ບໍ່ທັນແຕກ ເວົ້າວ່າ ແຕ່ປີ 2008 ຫາປີ 2017 ມີຜູ້ເສັຽຊີວິດ 244 ຄົນ ແລະບາດເຈັບ 920 ຄົນໃນອຸບັດຕິເຫດ 600 ຄັ້ງ.
ແລະໃນປີຜ່ານມາ ໄດ້ເກັບກູ້ຣະເບີດນັ້ນໃນເນື້ອທີ່ 6 ພັນປາຍເຮັກຕາ ແລະໄດ້ທໍາຣາຍຖິ້ມ 91 ພັນປາຍລູກ, ມີປະຊາຊົນ ເສັຽຊີວິດຍ້ອນ 3 ຄົນ ແລະບາດເຈັບອີກ 21 ຄົນ.