ທາງການເຊັນບົດບັນທຶກ ຈ່າຍຊົດເຊີຍ

ສຸພັດຕາ
2020.04.22
f-sanamxay ຮ້ານຄ້າຂາຍເຄື່ອງຍ່ອຍ ໃນເມືອງສນາມໄຊ ແຂວງອັດຕະປື ໃນປະຈຸບັນ
ຮູບຈາກ : ນັກຂ່າວພົລເມືອງ

ທາງການແຂວງອັດຕະປື ແລະ ບໍຣິສັດພັທນາໂຄງການເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ໄດ້ເຊັນບົດບັນທຶກ ຮັບຮອງ ຜົນການເຈຣະຈາ ເຣື່ອງການຊົດເຊີຍ ໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບຍ້ອນເຂື່ອນແຕກ ໃນວັນທີ 10 ເມສາ ທີ່ຜ່ານມາ, ດັ່ງ ທ່ານ ບຸນໂຮມ ພົມມະສານ ເຈົ້າເມືອງ ເມືອງສນາມໄຊ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ເມສາ 2020 ນີ້ວ່າ:

“ໃນດ້ານພື້ນຖານແລ້ວ ພວກເຮົາໄດ້ເຊັນສັນຍາ ສໍາເຣັດແລ້ວມື້ວັນພະຫັດ ແລ້ວນີ້ ກັບບໍຣິສັດ ແຕ່ວ່າໄດ້ມີໂຕເລຂໂຕຜາ ຮັບຮູ້ນໍາກັນ ຣະອຽດແລ້ວ ມີແຕ່ວ່າຄືຊິແມ່ນແລ້ວບັນຫາ ເຣື່ອງໂຄວິດໂຄຫຍັງນີ້ແຫຼະ ຊິໄດ້ເຄັຍເງິນກັນວ່າຊັ້ນສະ ແລະພວກເຮົາຈະສືບຕໍ່ນີ້ ລະແມ່ນ ວ່າພວກ 50% ຍັງເຫຼືອ 40% ຍັງເຫຼືອ ລະກະບັນດາບ້ານຈໍານວນນຶ່ງ ໄປພ້ອມບ້ານຖືກກະທົບ ກາງ-ເບົາ ຫັ້ນ ອາດບໍ່ທັນໄດ້ 50% ແຕ່ວ່າຊຸດນີ້ ຊິໄດ້ຈ່າຍ 100 ເລີຍ ຂໍ້ມູນພວກເຮົາເອົາສໍາເຣັດ ເປັນທີ່ຮຽບຮ້ອຍແລ້ວ ທັງເໝິດ 19 ບັານ ທັງໜັກ ທັງກາງ ທັງເບົາ ກະຊິຈ່າຍສ່ວນຍັງເຫຼືອ ຜູ້ບໍ່ໄດ້ຈັກດີ້ ກະຊິຈ່າຍໃຫ້ໝົດວ່າຊັ້ນຊະ.”

ຕາມບົດບັນທຶກທີ່ໄດ້ຕົກລົງກັນນັ້ນ ແມ່ນວ່າຈະຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນທີ່ໄດ້ຮັບຜົລກະທົບ ທັງໝົດ ຫຼັງຈາກໝົດພຍາດໂຄວິດ-19 ແຕ່ບໍ່ຮູ່ວ່າມື້ໃດ ພຍາດນີ້ຈະໝົດ. ບົດບັນທຶກສບັບນີ້ ມີຣາຍລະອຽດ ຕື່ມວ່າ: ເຈົ້າໜ້າທີ່ ໄດ້ຈ່າຍຄ່າຊົດເຊີຍໃຫ້ການເສັຽຊີວິດ,  ເດັກກໍາພ້າ ກໍາພອຍ, ເສຖກິຈຄົວເຮືອນ ແລະຫົວໜ່ວຍທຸຣະກິຈເປັນເງິນ 475 ຕື້ກີບ ແລະຈະຈ່າຍໃນອານາຄົດໃກ້ໆນີ້ຕື່ມອີກ 353 ຕື້ ຮວມທັງໝົດ 828 ຕື້ກີບ.

ສໍາລັບເຣື່ອງທີ່ທາງການ ຈະເງິນຊົດເຊີຍໃຫ້ປະຊາຊົນ ທີ່ໄດ້ຮັບຜົລກະທົບ ໃນເທື່ອນີ້ ປະຊາຊົນຜູ້ນຶ່ງ ຢູ່ບ້ານມິດສໍາພັນ ເມືອງສນາມໄຊ ຊຶ່ງເປັນບ້ານນຶ່ງ ທີ່ໄດ້ຮັບຜົລກະທົບເບົາ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 21 ເມສານີ້ວ່າ: ດີໃຈ ຖ້າເພິ່ນປະຕິບັດ ໄດ້ຕາມທີ່ເວົ້າ:

“ເຣື່ອງຄ່າຊົດເຊີຍນິ່ ຄັນວ່າພັກຣັຖ ປະຕິບັດໄດ້ຕາມທີ່ວ່າ ຖືກຕາມແຜນ ຮັບຜິດຊອບໜ້າທີ່ ກະດີໃຈຫັ່ນແຫຼະ ກະພໍໃຈໜ້ອຍນຶ່ງ.”

ໃນຂນະດຽວກັນ ປະຊົນອີກຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບແບບດຽວກັນ ຢູ່ແທໃຫຍ່ ຄຸ້ມທ່າອວນ ເວົ້າວ່າກໍດີໃຈ ຖ້າເພິ່ນຈະຊົດເຊີຍເພາະການ ຊົດເຊີຍນີ້ ແກ່ຍາວມາດົນແລ້ວ:

“ຄັນມັນແມ່ນຕາມເພິ່ນວ່າ ຊິຊົດເຊີຍ ໝວດເຮົາກະດີໃຈ ຄັນມັນບໍ່ແມ່ນພວກເຮົາກະຢູ່ຍາກ ເບື້ອງຕົ້ນ ເພິ່ນກະວ່າຊົດເຊີຍ ກ່ອນໄລຍະ ໂຄວິດ ກະວ່າຊິໃຫ້ທັນໃນຊ້ວງເດືອນ 2 ໄດ໋ ເພິ່ນບອກເມື່ອກ່ອນ ແຕ່ແກ່ ຍາວຮອດເດືອນ 3 ເດືອນ 4 ຈົນມື້ນີ້ຮອດເດືອນ 5 ລະເດ້ ມັນກະກະທົບຫຼາຍຫັ້ນແຫຼ້ວ ແຕ່ການຣາຍງານຂອງເມັຽ ການຈົດແຕ້ມ ຂອງວິຊາການ ເພິ່ນບໍ່ເຂົ້າໃຈກັນ ມີບາງອັນມັນກະຕົກຫຼົ່ນ ຍົກຕົວຢ່າງວ່າ ເຂົາລ້ຽງປາໃນນາ ເຂົາກະວ່າຫຼຸມແນວນີ້ນາ ລະອີກພາກສ່ວນນຶ່ງກະທາງຄອບຄົວ ເພິ່ນກະຣາຍງານບໍ່ເໝິດ.”

ແຕ່ສໍາລັບປະຊາຊົນ ທີ່ໄດ້ຮັບຜົນກະທົບໜັກ ແລະອາສັຍຢູ່ເຮືອນພັກຊົ່ວຄາວ ເວົ້າວ່າ:

“ຄັນວ່າໄດ້ຕັ້ງແຕ່ເງິນຊົດເຊີຍ ໂຕເພິ່ນຈ່າຍ 50% ວ່າງກ່ອນຍັງເຫຼືອ 50% ກະເວົ້າຄວາມຊື່ ບໍ່ພໍໃຈລະ ແຕ່ວ່າຄວາມເວົ້າທາງນອກຂອງ ປະຊາຊົນ ຖ້າວ່າເງິນໂຕຂໍ້ມູນ ໂຕຕົກຫຼົ່ນ ຫຼືຫຼົງລືມທີ່ວ່າ ບໍ່ໄດ້ເອົາເຂົ້າ ພະນັກງານເພິ່ນບໍ່ໄດ້ຈົດ ບໍ່ໄດ້ແຕ້ມເອົາຫັ້ນ ແຕ່ວ່າ ຊາວ່າພໍໃຈ ນິ່ບໍ່ພໍແຫຼະ ຄັນວ່າບໍ່ໄດ້ໂຕຫຼົງລືມ ເຄື່ອງຂອງເຮົາບໍ່ໄດ້ຈົດ ໄດ້ແຕ້ມຫັ່ນນາ ຄັນວ່າໄດ້ໝົດຫັ້ນເອີ່ພໍໃຈ ກະຊິແບບວ່າ ປົວບາດແຜຫົວໃຈ ໄດ້ແນ່ອັນຊ້ວງໄລຍະເຂື່ອນແຕກມາ ຈັ່ງວ່າມັນມີການຊົດເຊີຍແບບວ່າ ສົມບູນແບບ ກະຊິດີໃຈວ່າຊັ້ນສະ.”

ແລະ ປະຊາຊົນອີກຄົນນຶ່ງ ທີ່ໄດ້ຮັບຜົນກະທົບແບບດຽວກັນ ທີ່ອາສັຍຢູ່ເຮືອນພັກຊົ່ວຄາວ ກ່າວໃນມື້ດຽວກັນນີ້ວ່າ ທັງດີໃຈ ແລະບໍ່ດີໃຈ ຍ້ອນເພິ່ນຕັດເຄື່ອງ ທີ່ຫຼົງລືມອອກ:

“ໂອ້ຍ ຄັນວ່າດີ ກະບໍ່ດີແຫຼ້ວເພາະວ່າ ຄັນເປັນເຄື່ອງຫຼົງລືມ ເພິ່ນກະບໍ່ໄດ້ໃຫ້ເອົາເຂົ້າ ຄືວ່າປະເພດຣົດຈັກຣົດໄຖ ທີ່ວ່າຖືກຜົນກະທົບຫັ້ນ ເພິ່ນກະບໍ່ໄດ້ໃຫ້ເງິນ ເພິ່ນກະຕັດອອກທີ່ວ່າເຮົາເອົາມາ ນໍາໃຊ້ຫັ້ນນາ ບາດນີ້ຄືປະຊາຊົນເຮົາ ຄັນບໍ່ເອົາມານໍາໃຊ້ ເຮົາກະບໍ່ມີພາຫະນະ ທີ່ວ່າໃຊ້ ເຮົາກະເລີຍເອົາມານໍາໃຊ້ ລະເພິ່ນກະເລີຍເອົາຕັດອອກ ຜູ້ໃດເອົາມານໍາໃຊ້ ບາດປະເພດເຄື່ອງຫຼົງລືມ ເພ່ິ່ນກະບໍ່ໃຫ້ເອົາເຂົ້າ.”

ກ່ຽວກັບເຣື້ອງດັ່ງກ່າວນີ້ ວິທຍຸເອເຊັຽເສຣີໄດ້ ຕິດຕໍ່ຖາມໄປຍັງເຈົ້າໜ້າທີ່ທ້ອງຖິ່ນ ທ່ານກ່າວກ່ຽວກັບເຣື້ອງນີ້ວ່າ:

“ຖືວ່າກ່ຽວກັບບັນຫາຂໍ້ມູນ ທີ່ວ່າເຂື່ອນແຕກນີ້ ໃນບ້ານດົງບາກໃໝ່ຫິນຄໍາ ຂອງພວກເຮົານີ້ ໄລຍະຜ່ານມາ ນີ້ກະເກັບກໍາຂໍ້ມູນພາຍຫຼັງ ເປັນຂໍ້ມູນເບື້ອງຕົ້ນ ພວກເຮົາກະໄດ້ຄົ້ນຄວ້າ ກວດກາຄືນເຫັນວ່າຂໍ້ມູນ ອັນໃດມັນບໍ່ຖືກຕ້ອງທີ່ວ່າພໍ່ແມ່ເຮົາໄດ້ຈົດເຂົ້າມາ ອັນທີ່ສອງມານີ້ ກະຂໍ້ມູນທີ່ຕົກຫຼົ່ນນີ້ ຂໍ້ມູນທີ່ຫຼົງລືມ ໝາຍຄວາມວ່າ ກະບໍ່ທັນແມ່ນວ່າພວກເຮົາ ພວກເຮົາຊິຕັດອອກເລີຍດອກ ເພິ່ນກະຍັງຊິໄດ້ຄົ້ນຄວ້າ ປຶກສາຫາລືກັນອີກ ເປັນຂັ້ນຕອນນຶ່ງ.”

ເຖິງຢ່າງໃດກໍຕາມ ນອກຈາກວ່າປະຊາຊົນທີ່ໄດ້ຮັບກະທົບຈາກເຂື່ອນແຕກ ແລະຕ້ອງອາສັຍຢູ່ສູນພັກຊົ່ວ ຈະໄດ້ເງິນຊົດເຊີຍຄ່າຊັບສິນ ຄົວເຮືອນ ອີກ 50% ໃນເທື່ອນີ້ ແຕ່ປະຊາຊົນສ່ວນຫຼາຍ ກໍຍັງລໍຖ້າ ທາງການສ້າງເຮືອນຖາວອນ ແລະຈ່່າຍເງິນຊົດເຊີຍຄ່າຊັບສິນ ຄົງທີ່ໃຫ້ ແຕ່ບໍ່ຮູ້ວ່າມື້ໃດຈະໄດ້ຮັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.