ສະໝາມໄຊຈະໄດ້ດິນ ປູກຝັງ ກ່ອນໜ້າຝົນ

ສຸພັດຕາ
2019.03.24
F-sanamxay ພື້ນທີ່ໜ້າດິນ ຢູ່ ເມືອງສະໜາມໄຊ ໃນປັຈຈຸບັນ ທີ່ ທາງການລາວ ຕ້ອງໄດ້ປົວແປງ ໃຫ້ຄືນສູ່ສະພາບເດີມ
ຮູບພາບຈາກ: ນັກຂ່າວພົລເມືອງ

ທາງການລາວ ຢືນຢັນວ່າ ການບຸກເບີກເນື້ອທີ່ ກະສິກັມ ທັງໝົດ 2 ພັນປາຍເຮັກຕ້າ ໃຫ້ແກ່ຜູ້ປະສົບພັຍຍ້ອນ ເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກ 6 ບ້ານ, ຢູ່ເມືອງສະໝາມໄຊ, ແຂວງອັດຕະປື ນັ້ນ, ຈະສໍາເຣັດກ່ອນ ຣະດູຝົນປີນີ້.

ມາຮອດປັດຈຸບັນ ທາງການສາມາດບຸກເບີກເນື້ອທີ່ກະສິກັມ ສໍາເຣັດແລ້ວພັນປາຍເຮັກຕ້າ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ໃນວັນທີ 21 ມີນາ ນີ້:

“ດຽວນີ້ມັນກໍຍັງບໍ່ທັນໄດ້ແລ້ວໝົດ, ໄດ້ປະມານພັນປາຍກວ່າແລ້ວເດ່, ມັນຖືກກວ່າ 2 ພັນປາຍກວ່າເຮັກຕ້າ, ເພິ່ນຄາດວ່າໃຫ້ທັນຫັ້ນແລ້ວ ເນາະ, ເພິ່ນກໍເລັ່ງໃຫ້ມັນທັນ ກ່ອນໜ້າຝົນນີ້, ຫຼັງສົງການ ຝົນຕົກກໍຈະມາ ຄັນເຮົາບໍ່ເລັ່ງໃສ່ຊ່ວງນີ້.”

ທ່ານກ່າວຕື່ມວ່າ ເນື່ອງຈາກປັດຈຸບັນ ການບຸກເບີກເນື້ອທີ່ ກະສິກັມ ຍັງບໍ່ທັນແລ້ວ ທາງການ ຈຶ່ງຍັງບໍ່ໄດ້ຈັດສັນທີ່ດິນ ໃຫ້ແກ່ປະຊາຊົນ ຜູ້ປະສົບພັຍ ໄດ້ເທື່ອ, ຈົນກວ່າວ່າຈະບຸກເບີກເນື້ອທີ່ ສໍາເຣັດ 100% ກ່ອນ, ທາງການຄາດການວ່າ ຈະຈັດສັນເນື້ອທີ່ກະສິກັມ ບໍ່ຫຼຸດ 3 ເຮັກຕ້າ ຕໍ່ຄອບຄົວ, ສ່ວນແນວພັນເຂົ້າ ແລະພັນພືນັ້ນກະຊວງກະສິກັມ ແລະປ່າໄມ້ ຈະເປັນຜູ້ມອບໃຫ້ແກ່ ຜູ້ປະສົບພັຍເອງ:

“ຕົວນີ້ ເພິ່ນກໍຍັງບໍ່ທັນໄດ້ຈັດສັນໃຫ້ໄດ້ ບໍ່ຫຼຸດ 3 ເຮັກຕ້າ ຕໍ່ຄອບຄົວ, ໃນລະຍະເບື້ອງຕົ້ນນີ້ກ່ອນ, ໂຕນີ້ ເພິ່ນກໍໄດ້ຫ້າງຫາກະກຽມແລ້ວ ເນາະ, ໂດຍສະເພາະ ກະຊວງກະສິກັມ ເນາະ, ເວົ້າເຣື່ອງ ສິຈັດຫາແນວພັນເຂົ້າ.”

ເມື່ອວັນທີ່ 5 ມີນາ ຜ່ານມາ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ແລະປະທານຄນະສະເພາະກິຈ ແກ້ໄຂພັຍພິບັດແຫ່ງຊາດ, ໄດ້ເປີດກອງປະຊຸມ ຕິດຕາມຄວາມຄືບໜ້າ ການຟື້ນຟູ ເມືອງສະໝາມໄຊ, ໂດຍທ່ານ ມອບໃຫ້ກະຊວງກະສິກັມ ແລະ ປ່າໄມ້ ເນັ້ນໜັກ ວຽກງານ ການບຸກເບີກເນື້ອທີ່ ການຈັດສັນທີ່ດິນ ແລະການແຈກຈ່າຍແນວພັນເຂົ້າ, ພັນພືດ ໃຫ້ປະຊາຊົນຜູ້ຖືກ ຜົນກະທົບ ໃນ 6 ບ້ານ ໃຫ້ແລ້ວກ່ອນ ຣະດູຝົນປີນີ້.

ເຖິງຢ່າງໃດກໍຕາມ ຖ້າຫາກວ່າ ທາງການລາວ ຍັງບໍ່ສາມາດບຸກເບີກເນື້ອທີ່ ກະສິກັມ ໄດ້ສໍາເຣັດຕາມຄາດໝາຍ ຈະເຮັດໃຫ້ປະຊາຊົນ ທໍາການຜລິດໃນຣະດູຝົນບໍ່ໄດ້, ນັ້ນໝາຍເຖິງວ່າ ທາງການ ຈະຕ້ອງໄດ້ແຈກເຂົ້າ, ແຈກອາຫານ ໃຫ້ປະຊາຊົນ ກິນອີກ ຢ່າງໜ້ອຍ 1 ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.