ພະນັກງານກູ້ລະເບີດ ຈະໄດ້ຮັບ ເງິນເດືອນ

ຈໍາປາທອງ
2019.04.03
F-UXO ເຄື່ອງໝາຍ ເຂດລະເບີດຕົກໃສ່ ໃນສມັຍສົງຄາມ
RFA/VS

ທາງການລາວ ຈະຈ່າຍເງິນເດືອນໃຫ້ ພະນັກງານ ເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຫຼວງພຣະບາງ 72 ຄົນ ໃນອາທິດໜ້າ ພາຍຫຫຼັງ ທີ່ ພວກເຂົາເຈົ້າ ບໍ່ໄດ້ຮັບເງິນເດືອນໃນໂຄງການ “ຊ່ອຍເຫຼືອເກັບກູ້ລະເບີດບໍ່ທັນແຕກ ເພື່ອມະນຸສທັມສາກົນ” ຂອງຣັຖບາລນໍເວເປັນເວລາ 3 ເດືອນ ຄືແຕ່ວັນທີ 1 ມົກກະຣາ. ປັດຈຸບັນ ເງິນມີແລ້ວ, ເງິນເດືອນຂອງພະນັກງານ ທີ່ວ່ານັ້ນຄືຜູ້ເກັບກູ້ ແລະບໍຣິຫານຈະໄດ້ເດືອນນຶ່ງ 2 ລ້ານປາຍກີບ, ຫົວໜ້າທິມ 3 ລ້ານປາຍກີບ ແລະຜູ້ຊີ້ນໍາ 4 ລ້ານປາຍກີບ. ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ພາກສ່ວນກ່ຽວຂ້ອງ ແຂວງຫລວງ ພຣະບາງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 3 ເມສາ ນີ້:

"ເງິນມາແລ້ວ ຖືວ່າອາທິດຊິມານີ້ ສິໄດ້ໂອນໃຫ້ຫລວງພຣະບາງ ເພາະວ່າອາທິດນີ້ບໍ່ໄດ້ຢູ່ ມາຕ່າງແຂວງ ໄປຕ່າງແຂວງບໍ່ໄດ້ຢູ່ຫ້ອງການ."

ທ່ານກ່າວວ່າ ສາເຫດສໍາຄັນທີ່ເຮັດໃຫ້ທິມພະນັກງານ ເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງຫຼວງພຣະບາງ ຈໍານວນດັ່ງກ່າວບໍ່ໄດ້ຮັບເງິນເດືອນ ເປັນເວລາ 3 ເດືອນ ຄືແຕ່ເດືອນມົກກະຣາ ຫາ ເດືອນມິນາ ຂອງປີນີ້ ແມ່ນເປັນຍ້ອນໂຄງການຊ່ອຍເຫຼືອ ເກັບກູ້ລະເບີດບໍ່ທັນແຕກ ຂອງ ຣັຖບາລນໍເວ ຢູ່ໃນຂັ້ນຕອນການ ຕໍ່ສັນຍາ ກ່ຽວກັບບົດບັນທຶກ ຄວາມເຂົ້າໃຈກັນ ຫລື MOU ຣະຫວ່າງ ສປປລາວ ແລະນໍເວ ຊຶ່ງເປັນ ສັນຍາ ປີຕໍ່ປີ. MOU ສະບັບເກົ່າໝົດອາຍຸຕັ້ງແຕ່ເດືອນທັນວາ ປີກາຍ ແລະຈະເຮັດ MOU ສະບັບໃໝ່ໃນປີ 2019 ນີ້. ດັ່ງນັ້ນເງິນເດືອນ ຂອງພະນັກງານ ແຕ່ເດືອນມົກກະຣາ ຫາ ເດືອນມິນາ ຈຶ່ງຈໍາເປັນຕ້ອງໄດ້ລໍຖ້າ ການອະນຸມັດຂອງຣັຖບາລກ່ອນ.

ໃນຣະຫວ່າງຣະຍະ MOU ສະບັບເກົ່າ ຫາ MOU ສະບັບໃໝ່ນີ້ ຜແນກຈັດສັນງົບປະມານ ຂອງທາງການລາວ ບໍ່ມີທຶນສໍາຮອງສໍາລັບ ສືບຕໍ່ໂຄງການ ຊ່ອຍເຫລືອຂອງນໍເວ ທັນທີ, ດັ່ງນັ້ນຈຶ່ງຕ້ອງໄດ້ລໍຖ້າ ການຕໍ່ສັນຍາກ່ຽວກັບ MOU ສະບັບໃໝ່ໃນແຕ່ລະ ປີ, ດັ່ງທີ່ທ່ານ ກ່າວວ່າ:

"ກໍເພາະວ່າ MOU ເກົ່າມັນໝົດໃນເດືອນ 12 ປີ 2018 ບັດທີນີ້ນັບເດືອນ 1 ຫາ ເດືອນ 3 MOU ໃໝ່ ມັນຕ້ອງແລ່ນເອີ້ນວ່າລໍຖ້າ ອະນຸມັດຈາກຣັຖບາລ ແດ່, ເວົ້າເຣຶ່ອງການຕໍ່ລອງໃນສັນຍາກັນ ມັນກໍຍັງມີເງື່ອນໄຂກໍມີຢູ່ ກໍໃຊ້ເວລາແດ່."

ເພື່ອແກ້ໄຂບັນຫາດັ່ງກ່າວ ທ່ານເວົ້າວ່າ ພາກສ່ວນທີ່ກ່ຽວຂ້ອງຈະນໍາເຣຶ່ອງ ການເຮັດສັນຍາ ກ່ຽວກັບບົດບັນທຶກ ຄວາມເຂົ້າໃຈກັນໃຫ້ມີ ຣະຍະ 3 ປີ ຫາ 5 ປີ ສເນີຕໍ່ຂັ້ນເທິງ ເພື່ອບໍ່ໃຫ້ມີຜົລກະທົບ ຕໍ່ເງິນເດືອນຂອງພະນັກງານຕື່ມອີກ.

ພ້ອມກັນນັ້ນ ທ່ານ ຍັງໄດ້ກ່າວເຖິງໂຄງການ “ຊ່ອຍເຫລືອເກັບກູ້ລະເບີດບໍ່ທັນແຕກ ເພື່ອມະນຸດສະທັມສາກົນ” ຂອງ ຣັຖບາລນໍເວ ວ່າ ເປັນໂຄງການຊ່ອຍເຫລືອ ຜ່ານອົງການຊ່ອຍເຫລືອ ຂອງສາສນາປະເທສນໍເວ ຫຼື NCA ທີ່ຊ່ອຍເຫຼືອດ້ານມະນຸສທັມ ແລະການກຸສົນ ທົ່ວໂລກ.

ໂຄງການດັ່ງກ່າວຊ່ອຍເຫລືອລາວ ມາແຕ່ປີ 2014 ຄື ແຕ່ປີ 2014 ຫາປີ 2016 ຊ່ອຍທຶນເກັບກູ້ຣະເບີດບໍ່ທັນແຕກ ໃນມູນຄ່າ 1 ລ້ານ 4ແສນ ໂດລາ ສະຫະຣັຖ; ແຕ່ປີ 2018 ຫາປີ 2020 ຊ່ອຍ 4 ແສນໂດລາ ສະຫະຣັຖ ສະເພາະ 2 ແຂວງເປົ້າໝາຍ ຄືຫລວງພຣະບາງ ແລະຊຽງຂວາງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.