ທາງການເລື່ອນວັນ ຊ່ອຍເຫຼືອ ເຂື່ອນນໍ້າເອົ້າ ແຕກ

ສຸພັດຕາ
2019.02.08
F-Nam-Ao ນໍ້າດິນຕົມ ທີ່ໄຫລເຂົ້າສູ່ບ້ານເຮືອນ ຂອງປະຊາຊົນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ
Screen captured citizen video

ຄນະກັມມະການແກ້ໄຂການຊົດເຊີຍ ຈາກສູນກາງ, ເລື່ອນກໍານົດລົງພື້ນທີ່ໄປເມືອງທ່າໂທມ ແຂວງໄຊສົມບູນ, ເພື່ອແກ້ໄຂເຣື່ອງການ ຊົດເຊີຍ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກ ເຂື່ອນນໍ້າເອົ້າແຕກ ຈາກມີກໍານົດເດີມ ໃນເດືອນມົກກະຣາ ທີ່ຜ່ານມາ, ໄດ້ເລື່ອນໄປເປັນ ທ້າຍເດືອນກຸມພາ ນີ້, ຍ້ອນກໍາລັງຄິິດໄລ່ຄ່າໃຊ້ຈ່າຍຕ່່າງໆຢູ່, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງທ່າໂທມ, ກ່າວຕໍ່ວິທຍຸເອເຊັຍເສຣີ ໃນວັນທີ່ 8 ກຸມພາ ນີ້ວ່າ:

“ຍັງ ເພິ່ນກຳລັງໄລ່ແຜນສີ້ນເປືອງ, ໄລ່ແຜນສີ້ນເປືອງກັບກໍານົດມື້, ວ່າສິໄດ້ໃຊ້ມື້ຫຼາຍໜ້ອຍປານໃດ, ເດືອນຜ່ານມາມີແຕ່ເພິ່ນຖາມຂໍ້ມູນ, ທ້າຍເດືອນສອງ ກະລົງແລ້ວ.”

ທ່ານກ່າວຕື່ມວ່າ, ຄນະກັມມະການດັ່ງກ່າວ ທີ່ຈະລົງພື້ນທີ່ມາແກ້ໄຂເຣື່ອງການຊົດເຊີຍ ຢູ່ເມືອງທ່າໂທມ, ຕ້ອງມີການວາງແຜນຢ່າງຮອບ ຄອບ, ໂດຍສະເພາະ ການກໍານົດຣະຍະເວລາ, ທີ່ຈະລົງພື້ນທີ່ ຮວມທັງການຊຸກຍູ້ໃຫ້ ບໍຣິສັດບໍ່ທອງ ອິນເຕີ ກຣຸບ, ຊຶ່ງເປັນເຈົ້າຂອງ ໂຄງການເຂື່ອນນໍ້າເອົ້າ, ເລັ່ງຊົດເຊີຍເງິນໃຫ້ແກ່ປະຊາຊົນຜູ້ຖືກຜົນກະທົບ, ບໍ່ໃຫ້ແກ່ຍາວອີກຕໍ່ໄປ, ຊຶ່ງທັງໝົດຈຳເປັນຕ້ອງວາງແຜນຢ່າງ ຣະອຽດກ່ອນ.

ທ່ານວ່າ ເຖິງແມ່ນວ່າ, ບໍຣິສັດເຈົ້າຂອງໂຄງການເຂື່ອນນໍ້າເອົ້າ ຈະຕິດຕໍ່ປະສານກັບທາງການ ແຂວງໄຊສົມບູນຢູ່ກໍຕາມ, ແຕ່ການຊົດເຊີຍ ແກ່ປະຊາຊົນ, ຍັງບໍ່ມີຄວາມຄືບໜ້າໃດໆ, ທັ້ງທີ່ເຫດການເຂື່ອນດັ່ງກ່າວແຕກໄດ້ເກີດມາເປັນເວລາ 1 ປີປາຍແລ້ວກໍຕາມ, ດັ່ງນັ້ນ, ທາງ ຄນະກັມມະການແກ້ໄຂການຊົດເຊີຍຈາກສູນກາງ, ຈຳເປັນຕ້ອງລົງມາແກ້ໄຂບັນຫານີ້, ຕາມຄຳຮຽກຮ້ອງຂອງປະຊາຊົນ, ທີ່ລໍໍຖ້າເງິນຄ່າ ຊົດເຊີຍນັ້ນ.

ປະຊາຊົນ ເມືອງທ່າໂທມ ທີ່ຍັງລໍຖ້າການຊົດເຊີຍຈາກບໍຣິສັດ ບໍ່ທອງ ອິນເຕີ ກຣຸບ ມີຈຳນວນ 60 ຄອບຄົວ, ຊຶ່ງແຕ່ລະຄອບຄົວ, ໄດ້ຮັບ ຄວາມເດືອດຮ້ອນ ຍ້ອນຂີ້ຕົມຈາກເຂື່ອນນໍ້າເອົ້າແຕກ, ໄຫຼມາປົກໃສ່ດິນນາຂອງພວກຂະເຈົ້າ, ໂດຍຜູ້ໄດ້ຮັບ ຜົນກະທົບ ຕ້ອງການຄ່າ ຊົດເຊີຍເປັນເງິນ ພ້ອມທັງເຂົ້າສານນໍາ.

ມາຮອດປັດຈຸບັນ ເນື້ອທີ່ ທີ່ເຄີຍເສັຍຫາຍ ກໍໄດ້ຮັບການຟື້ນຟູແລ້ວ ແລະເນື້ອທີ່ສ່ວນນຶ່ງ ກໍສາມາດກັບມາເຮັດການຜລິດໄດ້, ເປັນຕົ້ນ, ປູກມັນຕົ້ນ ແລະປູກສາລີ ແຕ່ຍັງບໍ່ສາມາດປູກເຂົ້າໄດ້ເທື່ອ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.