ຜົນເສັຽຫາຍ ແຜ່ນດິນໄຫວ

ຈໍາປາທອງ
2019.11.22
F-Quakes ບາງຄອບຄົວ ອອກຈາກເຮືອນ ເພື່ອຄວາມປອດພັຍ ມາພາກັນນອນຢູ່ຕາມເດີ່ນບ້ານ
ຮູບພາບຈາກ : ນັກຂ່າວພົລເມືອງ

ແຜ່ນດິນໄຫວ ຢູ່ເມືອງຫົງສາ ແຂວງໄຊຍະບູຣີ ໃນວັນທີ 21 ພຶສຈິກາ ນີ້ ເຮັດໃຫ້ມີຜູ້ບາດເຈັບ ໄດ້ໄປປິ່ນປົວຢູ່ໂຮງໝໍ 7 ຄົນ ຊຶ່ງໃນນັ້ນມີ ແມ່ຍິງ 5 ຄົນ ຍ້ອນເຮືອນເພລົງມາທັບ, ແຕ່ກໍປອດໄພແລ້ວ, ຕາມຄຳເວົ້າຂອງ ທ່ານ ຄໍາຫຼ້າ ທິວັນນາ ເຈົ້າເມືອງຫົງສາ ໃນມື້ວັນທີ 21 ພຶສຈິກາ ນີ້:

"ກະມີຜູ້ໄດ້ຮັບບາດເຈັບຜູ້ນ້ອຍຈໍານວນ 7 ຄົນ ແມ່ຍິງ 5 ຄົນ ຍ້ອນຊິ້ນສ່ວນການກໍ່ສ້າງຕ່າງໆ ຝາເຮືອນຕ່າງໆລົ້ມທັບ ແຕ່ທາງຄນະ ຮັບຜິດຊອບ ໄດ້ສົ່ງຜູ້ກ່ຽວທັງ 7 ເຂົ້າປິ່ນປົວພຍາບານ ຢູ່ໂຮງໝໍຊຸມຊົນຂອງເມືອງ ມາຮອດປັດຈຸບັນຖືວ່າ ຜູ້ຖືກບາດເຈັບ ດັ່ງກ່າວນັ້ນ ກະປອດໄພ ສົ່ງກັບບ້ານທັງໝົດ."

ທ່ານກ່າວຕື່ມວ່າ ແຜ່ນດິນໄຫວ ຢູ່ເມືອງຫົງສາ ເຮັດໃຫ້ 14 ບ້ານເສັຽຫາຍໝົດ ຊຶ່ງໃນນັ້ນກໍມີບ້ານສິມເມືອງຄູນ, ບ້ານສີບຸນເຮືອງ, ບ້ານ ວຽງແກ້ວ. ເຮືອນປະຊາຊົນເສັຍຫາຍ 71 ຫລັງ, 24 ຄອບຄົວໄດ້ຮັບຄວາມເສັຍຫາຍໜັກ, ວັດ 5 ແຫ່ງ, ທີ່ທຳການຂອງຣັຖ ເສັຽຫາຍ 11 ຫລັງ, ໂຮງໝໍ 2 ແຫ່ງ ແລະໂຮງຮຽນຈຳນວນນຶ່ງ ໄດ້ຮັບຄວາມເສັຽຫາຍ. ຣາຍລະອຽດຂອງຄວາມເສັຍຫາຍທັງໝົດ ຍັງບໍ່ທັນສາມາດ ປະເມີນໄເທື່ອ.

ຍ້ອນຢ້ານວ່າຈະເກີດແຜ່ນດິນໄຫວຕື່ມອີກ ປະຊາຊົນຈຳນວນນຶ່ງພາກັນອອກໄປນອນ ຢູ່ ຕາມເດິ່ນບ້ານ ເພາະຍັງມີການສັ່ນສະເທືອນ ຢູ່ ເລື້ອຍໆແຕ່ບໍ່ແຮງ ໃນຄືນວັນທີ 22 ພຶສຈິກາ, ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງຂອງເມືອງຫົງສາ ທ່ານນຶ່ງ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 22 ພຶສຈິກາ ນີ້ວ່າ:

"ປະຊາຊົນກໍມີຫລາຍບ້ານຫລາຍຄອບຄົວ ກະບໍ່ກ້ານອນເຮືອນ ທີ່ເຂົາເຈົ້າຢ້ານ ອອກມານອນນອກ ກາງເຕັ້ນ ກາງມຸ້ງ ມື້ນີ້ກະມີອັຟເຕີຊ໊ອກ ມາກະບໍ່ແຮງດອກ ປັດຈຸບັນ ກະມີຫລາຍຈຸດ ທີ່ເສັຍຫາຍນໍ ບໍ່ທັນຮູ້ວ່າເສັຍຫາຍຫລາຍໜ້ອຍປານໃດ ຫັ້ນນະ ທາງຄນະການນຳ ໃຫ້ໄປເກັບ ຂໍ້ມູນລະອຽດອີກ."

ສຳລັບໂຮງງານໄຟຟ້າຖ່ານຫິນ ຢູ່ເມືອງຫົງສາ ແມ່ນໄດ້ຢຸດຜລິດໄຟຟຟ້າ ຊົ່ວຄາວ ແຕ່ກໍສາມາດຜລິດຄືນໄດ້ ໃນຕອນແລງຂອງວັນທີ 22 ພຶສຈິກາ -ຕາມຄຳເວົ້າຂອງເຈົ້າໜ້າທີ່ ໂຮງງານໄຟຟ້າຖ່ານຫິນ ຢູ່ເມືອງຫົງສາ:

"ທ່ານກ່າວວ່າ ເຮົາຢຸດຜລິດກະແສໄຟຟ້າ ເພື່ອທຳການກວດສອບ ຄວາມເສັຍຫາຍຂອງໂຮງງານ. ຫລັງຈາກກວດສອບຄວາມເສັຍຫາຍ ແລ້ວ ພົບວ່າ ຄວາມເສັຍຫາຍທີ່ເກີດຂຶ້ນພາຍນອກ ເປັນພຽງສ່ວນເລັກນ້ອຍ ບໍ່ກະທົບຕໍ່ໂຄງສ້າງຫລັກ ຂອງໂຮງງານ ແຕ່ຢ່າງໃດ. ຕອນນີ້ກຳລັງກຽມຕົວ ເຂົ້າສູ່ຂະບວນການຜລິດ ກະແສໄຟຟ້າ ຄິດວ່າຈະຜລິດກະແສໄຟຟ້າ ໄດ້ພາຍໃນຕອນແລງມື້ນີ້."

ນອກຈາກເມືອງຫົງສາແລ້ວ ເມືອງໄຊສະຖານ ກໍໄດ້ຮັບຜົນກະທົບໜັກເຊັ່ນກັນ,

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.