ຫົງສາ ຫ້າມຊາວນາ ຂາຍເຂົ້າເປືອກ ອອກ
2022.10.10

ປັຈຸບັນ ຊາວບ້ານຫລາຍຄົນ ໃນເມືອງຫົງສາ ແຂວງໄຊຍະບູຣີ ເຣີ່ມປະສົບບັນຫາ ເຂົ້າກິນບໍ່ພຽງພໍ ຕໍ່ຄວາມຕ້ອງການ ແຕ່ບໍ່ເຖິງຂັ້ນຂາດແຄນເທຶ່ອ ຍັງສາມາດຊື້-ຂາຍ ພາຍໃນໄດ້ຢູ່ ສາເຫດຍ້ອນວ່າ ປັຈຸບັນຊາວບ້ານສ່ວນໃຫຍ່ ກໍບໍ່ໄດ້ເຮັດນາຫລາຍຄືແຕ່ກ່ອນ ຈຶ່ງເຮັດໃຫ້ມີການຜລິຕເຂົ້າໜ້ອຍລົງ ສ່ວນນຶ່ງຊາວບ້ານ ບໍ່ມີດິນເຮັດນາ ພາຍຫລັງທີ່ຖືກໂຍກຍ້າຍ ອອກຈາກເຂດໂຮງງານ ໄຟຟ້າຖ່ານຫິນ ຫລາຍຄົນ ກໍຫັນໄປເຮັດວຽກ ອາຊີພອື່ນແທນ ເຊັ່ນ ຄ້າຂາຍ ຫລື ເຂົ້າໄປເຮັດວຽກ ກັບໜ່ວຍງານ ສົ່ງເສີມຊາວບ້ານ ໃນການປູກຝັງ ທີ່ຂຶ້ນກັບໂຮງງານ ໄຟຟ້າຖ່ານຫິນ ແທນການເຮັດນາເຂົ້າ ສ່ວນພື້ນທີ່ຫລາຍບ່ອນ ທີ່ເຄີຍເປັນທົ່ງພຽງ ທີ່ຢູ່ໃກ້ກັບໂຮງງານ ໄຟຟ້າຖ່ານຫິນ ທີ່ສາມາດເຮັດນາປູກເຂົ້າໄດ້ ກໍ່ຖືກນາຍທຶນ ນຳໄປຖົມ ສ້າງເປັນຢ່າງອື່ນແທນ ທີ່ບໍ່ແມ່ນການເຮັດນາ ປູກເຂົ້າ.
ຊາວບ້ານ ໃນເມືອງຫົງສາ ແຂວງໄຊຍະບູຣີ ທ່ານນຶ່ງກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ກັນຍານີ້ວ່າ:
“ຖາມວ່າພໍບໍ່ ບາງຄົນກະບໍ່ພໍເນາະ ມີແຕ່ຊື້ໄປ ຂາຍມາຢູ່ໃນເມືອງນີ້ ມັນກໍ່ເປັນບ່ອນກໍ່ສ້າງໂຮງຈັກໂຮງງານ ຂອງບໍຣິສັດໄຟຟ້າຫົງສາ ບ່ອນຄົນຢູ່ ມັນກໍ່ບໍ່ມີບ່ອນທຳການຜລິຕ ດິນບາງສ່ວນເຂົາກໍ່ໄປເຮັດທຸຣກິຈອື່ນ ແລະ ກະເຂົາກະບໍ່ເຮັດນາ ບ່ອນເຮັດນາມັນກໍ່ໜ້ອຍລົງ ຄັນຄືນ້ອງເວົ້າແທ້ໆນີ້ ຖືກໂຍກຍ້າຍຈັດສັນ 100% ນີ້ ກະບໍ່ມີໄຮ່ມີນາ ແລະ ເຮົາກະຊື້ກິນເລີຍ.”
ຊາວບ້ານທ່ານດັ່ງກ່າວ ຍັງເວົ້າຕື່ມອີກວ່າ ສ່ວນນຶ່ງທີ່ເຂົ້າກິນບໍ່ພຽງພໍ ກໍ່ຍ້ອນວ່າ ມີຄົນຕ່າງປະເທດ ແລະ ຕ່າງເມືອງ ເຂົ້າມາອາສັຍຢູ່ຫລາຍ ສ່ວນໃຫຍ່ເຂົ້າມາເຮັດວຽກ ຢູ່ໂຮງຮຽນຖ່ານຫິນ ນອກຈາກນີ້ ຊາວບ້ານ ກໍ່ປະສົບບັນຫາ ເຂົ້າສານແພງຂຶ້ນ ນຳດ້ວຍ; ນຶ່ງກິໂລກຣາມ, ລາຄາ ປະມານ 12,000-14,000 ກີບ ຫາກເປັນໄປໄດ້ ກໍ່ຢາກໃຫ້ທາງການເມືອງ ຊ່ວຍຫລຸດລາຄາລົງ ແຕ່ກໍ່ເປັນເຣື່ອງທີ່ຍາກ ເພາະສ່ວນໃຫຍ່ ນຳເຂົ້າສານ ເຂົ້າມາຈາກຕ່າງເມືອງ.
ຂະນະທີ່ຊາວບ້ານ ໃນເມືອງຫົງສາ ອີກທ່ານນຶ່ງ ກ່າວວ່າ ສາເຫດຫລັກທີ່ເຂົ້າກິນ ບໍ່ພຽງພໍ ຕໍ່ຄວາມຕ້ອງການ ກໍ່ຍ້ອນບ່ອນເຮັດນາ ປູກນາເຂົ້າໜ້ອຍລົງ ສ່ວນໃຫຍ່ນຳເຂົ້າມາຈາກ ຕ່າງເມືອງ ສ່ວນທີ່ມີຜູ້ຜລິຕເອງ ຈະເປັນນາຍທຶນໃຫຍ່ ທີ່ພໍຜລິຕເຂົ້າໄດ້ ກໍ່ສົ່ງອອກໄປຕ່າງເມືອງ ຈຶ່ງໃຫ້ບໍ່ພຽງພໍ ເກີດບັນຫາລາຄາເຂົ້າ ແພງຂຶ້ນຕາມກົລໄກຕລາດ.
“ພື້ນທີ່ນາກໍ່ໜ້ອຍລົງແລ້ວ ເຂົ້າເຈົ້າໄປເຮັດວຽກເຮັດງານ ຢູ່ໂຮງໄຟຟ້າຫົງສາ ຢູ່ນັ້ນຫລາຍ ແລ້ວມັນເປັນພື້ນທີ່ປຸກສ້າງ ເຮັດເປັນສຖານທີ່ ແບບອື່ນແດ່ຊີ້ນ່າ ຈາກດິນນາ ກາຍມາເປັນດິນໂຮງງານ, ດິນອັນນັ້ນ ອັນນີ້ນ່າ. ສ່ວນຫລາຍ ກໍ່ມີແຕ່ນາຍທຶນ ເຂົາປູກເຂົ້າ ເເລ້ວບາດນີ້ ນາຍທຶນເຂົາປູກ ແລ້ວເຂົາເອົາເຂົ້າສົ່ງໄປຕ່າງເມືອງ, ແຕ່ງແຂວງ ກະເລີຍເຮັດໃຫ້ເຂົ້າບໍ່ພໍຊີ້ນ່າ.”
ບັນຫາດັ່ງກ່າວ ເຈົ້າໜ້າທີ່ເມືອງຫົງສາ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງ ກ່າວວ່າ ປັຈຸບັນນີ້ ກໍ່ຖືວ່າເຂົ້າກິນ ພາຍໃນເມືອງ ກໍບໍ່ໄດ້ຂາດແຄນ ແຕ່ມີແຈ້ງການ ອອກໄປແລ້ວ ເພື່ອແກ້ໄຂບັນຫາ ບໍ່ໃຫ້ໃນຕໍ່ໜ້າເຖິງຂັ້ນ ຂາດແຄນໜັກ.
“ຍັງ ຍັງບໍ່ທັນອຶດເທຶ່ອ ແຈ້ງການໄວ້ກ່ອນ ເພາະວ່າມັນມີພໍ່ຄ້າ ຊາວຂາຍ ຈາກຕ່າງເມືອງ ຕ່າງແຂວງ ເຂົາເຈົ້າມາເລາະຊື້ ແບບຊະຊາຍຫັ້ນນ່າ ແລ້ວຢ້ານວ່າ ທ້າຍປີມາເຂົ້າບໍ່ພໍບໍຣິໂພກ ຢູ່ພາຍໃນເມືອງ ຈຶ່ງແຈ້ງການອອກໄວ້ກ່ອນ.”
ອີງຕາມການແຈ້ງການ ຂອງຫ້ອງວ່າການ ເມືອງຫົງສາ ແຂວງໄຊຍະບູຣີ ອອກໃນວັນທີ 26 ຕຸລາ 2022 ໄປເຖິງຜູ້ປະກອບການ ແລະ ບັນດາຊາວຄ້າຂາຍ ວ່າ ເພື່ອເປັນການປ້ອງກັນ ບໍ່ໃຫ້ເກີດການຂາດແຄນເຂົ້າກິນ ໃນຕໍ່ໜ້າ ຫ້າມມີການສົ່ງອອກ ເຂົ້າກິນ ປະເພດເຂົ້າເປືອກ ໄປຕ່າງເມືອງ ແລະ ຕ່າງແຂວງ ຢ່າງເດັດຂາດ ນັ້ນເພື່ອປ້ອງກັນ ການປັ່ນລາຄາ ແລະ ເຮັດໃຫ້ມີການຊື້-ຂາຍ ຢູ່ພາຍໃນເມືອງ ມີລາຄາເປັນເອກພາບ.
ນອກຈາກນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນເມືອງຫົງສາ ອີກທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕຳແໜ່ງ ກ່າວວ່າ ກ່ຽວກັບເຣຶ່ອງດັ່ງກ່າວນີ້ ພາຍໃນເມືອງຫົງສາ ຍັງບໍ່ທັນອຶດເຂົ້າ ເຖິງຂັ້ນຂາດເເຄນໜັກ ຍັງພໍມີການຊື້-ຂາຍ ພາຍໃນເມືອງໄດ້ຢູ່ປົກຕິ ແຕ່ທາງການ ໄດ້ແຈ້ງການອອກໄປ ກໍ່ເພື່ອປ້ອງກັນໄວ້ ໃນຕໍ່ໜ້າ ເພາະສະພາບອາກາດ ປ່ຽນແປງຢູ່ຕລອດ ເຊັ່ນນໍ້າຖ້ວມ ແລະ ພັຍແລ້ງ, ຖ້າສົ່ງອອກໄປໝົດ ບໍ່ຕຣຽມພ້ອມ ກໍ່ຈະຂາດແຄນໜັກ ແລະ ຕ້ອງຮັບຊື້ເຂົ້າ ມາຢ່າງດຽວ ແລະ ລາຄາກໍ່ແພງ ຈຶ່ງບໍ່ໃຫ້ສົ່ງເຂົ້າອອກ ໄປຂາຍຕ່າງເມືອງ, ຕ່າງແຂວງ ດັ່ງທ່ານກ່າວວ່າ:
“ປີນີ້ມັນມີການຖ້ວມ ມີແລ້ງ ມີຫຍັງນີ້ນ່າ ແລ້ວເພິ່ນກໍ່ຕຽມໂຕນີ້ໄວ້ ບໍ່ໃຫ້ສົ່ງອອກ ເພຶ່ອຮັກສາເຂົ້າໄວ້ ໃນຕໍ່ໜ້າຊີ້ນ່າ ເພາະວ່າຢ້ານມັນມີຜົລກະທົບ ຜູ້ໃດໄດ້ເຂົ້າໃໝ່ ກໍ່ຮັກສາໄວ້ກ່ອນຊີ້ນ່າ ຖ້າສົມມຸດວ່າເຮົາຮັກສາໄດ້ ຢູ່ພາຍໃນເມືອງພວກເຮົານີ້ ແລະ ເຮົາກໍ່ບໍ່ໄປຊື້ຈາກບ່ອນມາແດ່ ລາຄາມັນສູງ.”
ເຖິງຢ່າງໃດກໍ່ຕາມ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທ່ານດັ່ງກ່າວ ຍັງກ່າວຕື່ມອີກວ່າ ປີນີ້ກໍ່ຖືວ່າ ເປັນປີທຳອິດ ທີ່ທາງເມືອງຫົງສາ ໄດ້ມີແຈ້ງການ ໄປຍັງປະຊາຊົນ ພາຍໃນເມືອງ ໃຫ້ກັກຕຸນ ເຂົ້າກິນໄວ້ກ່ອນ ເພື່ອບໍ່ໃຫ້ປີໜ້າ ເກີດບັນຫາຂາດແຄນເຂົ້າກິນ ແລະ ພາຍໃນເມືອງຫົງສາ ກໍ່ຍັງມີຊາວບ້ານ ເຮັດນາຢູ່ຈຳນວນນຶ່ງ ຖ້າປີນີ້ ຜູ້ໃດໄດ້ເຂົ້າກິນ ກໍ່ຕ້ອງເກັບໄວ້ກິນ ຫລື ສາມາດຊື້-ຂາຍ ພາຍໃນເມືອງໄດ້ປົກຕິ ແຕ່ຫ້າມສົ່ງອອກໄປຕ່າງເມືອງ, ຕ່າງແຂວງ ເດັດຂາດ ຜູ້ທີ່ຈະສາມາດສົ່ງເຂົ້າກິນ ອອກໄປຕ່າງເມືອງໄດ້ ຈະຕ້ອງໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ຜູ້ໃດລະເມີດ ແລ້ວເຈົ້າໜ້າທີ່ກວດພົບເຫັນ ຈະມີການປຕິບັດຕາມກົດໝາຍ.