ສວນໝາກໂມຈີນສ້າງຄວາມ ເປິເປື້ອນ

ສຸພັດຕາ
2020.02.19
F-Melon ສວນປູກໝາກໂມ ຢູ່ ເມືອງຫົງສາ ແຂວງໄຊຍະບູຣີ
ນັກຂ່າວ ພົລເມືອງ

ຄົົນງານລາວ ແລະ ວິຊາການຈີນ ທີ່ເຮັດວຽກເຝົ້າສວນໝາກໂມ ໃຫ້ບໍຣິສັດ ເອເຊັຽ ກະເສດ ອິນຊີ ຂອງນັກລົງທຶນຈີນ ຢູ່ບ້ານໂພນໄຊ, ບ້ານຈໍາປາ ແລະບ້ານວຽງແກ້ວ ເມືອງຫົງສາ ແຂວງໄຊຍະບູຣີ ຖິ້ມຂີ້ເຫຍື້ອ ແລະຖ່າຍຊະຊາຍ ເຮັດໃຫ້ຫ້ວຍນໍ້າ ແລະໄຮ່-ສວນ ຂອງ ຊາວບ້ານ ທີ່ຢູ່ອ້ອມຂ້າງ ມີກິ່ນເໝັນ ແລະເປິເປື້ອນ.

ຊາວບ້ານທັງສາມບ້ານ ຈຶ່ງສົ່ງຕົວແທນແຕ່ລະບ້ານສເນີບັນຫາດັ່ງກ່າວ ຕໍ່ກອງປະຊຸມໃຫຍ່ປະຈໍາເມືອງ ເມື່ອວັນທີ 11 ກຸມພາ ທີ່ຜ່ານມານີ້ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງ ໄປເວົ້າກັບບໍຣິສັດ ໃຫ້ສ້າງວິດຖ່າຍໃຫ້ແກ່ຄົນງານ ແລະຮັກສາຄວາມສະອາດ ຢ່າງຮີບດ່ວນ, ອີງຕາມຄໍາເວົ້າ ຂອງປະຊາຊົນ ບ້ານຈໍາປາ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 19 ກຸມພາ ນີ້:

“ຕາມອັນ ນາຍບ້ານ ບ້ານໂພນໄຊ ບ້ານວຽງແກ້ວ ນາຍບ້ານ ບ້ານຈໍາປາ ເພິ່ນສເນີມາເນາະ ວ່າຜູ້ຄຸມງານຫັ່ນແຫຼະເນາະ ມີຄົນຈີນແດ່ ແລ້ວກະມີຄົນລາວແດ່ ຖ່າຍຊະຊູ້ຊະຊາຍ ວ່າຈັ່ງຊີ້ຊະ ເປັນສວນຂ້າງຄຽງຫັ່ນ ກັມມະກອນຂອງເພິ່ນ, ເພິ່ນຈະບໍ່ມີ ຫ້ອງນໍ້າ ຖ່າຍໃສ່ ນໍາແມ່ນໍ້າ ມິຫຍັງ ໄດ້ສເນີຢູ່ກອງປະຊຸມ.”

ທ່ານກ່າວຕື່ມວ່າ ບໍຣິສັດ ເອເຊັຽກະເສດ ອິນຊີ ຫາກໍເລີ້ມປູກໝາກໂມ ໄດ້ພຽງ ເດືອນປາຍເທົ່ານັ້ນ ຊາວບ້ານພາຍໃນບ້ານ ກໍພົບບັນຫາ ຄວາມຫຍຸ້ງຍາກນີ້ແລ້ວ, ໃນຂນະທີ່ ໂຄງການເຊົ່າດິນຂອງປະຊາຊົນ ປູກໝາກໂມ ເປັນສິນຄ້າ ມີກໍານົດເຖິງ 5 ປີ ໃນເນື້ອທີ່ 65 ເຮັກຕ່າ ຢູ່ 7 ບ້ານ.

ຊາວບ້ານ ທັງ 3 ບ້ານ ທີ່ເປັນເຈົ້າຂອງດິນ ໄດ້ລໍຖ້າ ນັບແຕ່ວັນທີ່ສເນີ ບັນຫາດັ່ງກ່າວນັ້ນຕໍ່ຂັ້ນເທິງ ວ່າ ພາກສ່ວນກ່ຽວຂ້ອງ ຈະແກ້ໄຂຫຼືບໍ່ ຫາກຂັ້ນເທິງບໍ່ແກ້ໄຂ ປະຊາຊົນຈະຮວມໂຕກັນ ສເນີບັນຫານີ້ ໄປຂັ້ນເທິງຕື່ມອີກ.

ຕໍ່ບັນຫາດັ່ງກ່າວນີ້ ເຈົ້າໜ້າທີ່ຜແນກ ແຜນການແລະການລົງທຶນແຂວງ ອະທິບາຍວ່າ ຕໍ່ຂໍ້ສເນີ ຂອງຊາວບ້ານ ບ້ານໂພນໄຊ, ບ້ານຈໍາປາ ແລະບ້ານວຽງແກ້ວນັ້ນ ຄະນະກັມມະການ ສົ່ງເສີມການປູກໝາກໂມ ເປັນສິນຄ້າ ໄດ້ສົ່ງເຈົ້າໜ້າທີ່ ລົງໄປເຮັດ ບົດບັນທຶກ ກັບຄົນງານລາວ ແລະວິຊາການຈີນ ຢູ່ສວນໝາກໂມ ຂອງບໍຣິສັດ ເອເຊັຽ ກະເສດອິນຊີແລ້ວ, ດັ່ງທ່ານກ່າວ ໃນມື້ດຽວກັນນັ້ນວ່າ:

“ຄະນະກັມມກະການເຮົາ ໄດ້ລົງກວດກາ ແລະກໍໄດ້ເຮັດບົດບັນທຶກແລ້ວ ໃຫ້ພາກສ່ວນວິຊາການ ທີ່ຮັບຜິດຊອບແຕ່ລະຈຸດ ມັນມີຫຼາຍຈຸດ ໃຫ້ພາກສ່ວນທີ່ຮັບເໝົາ ເຮັດສວນໝາກໂມ ນິ່ແຫຼະ ເວົ້ານໍາກັມມະກອນ ທີ່ອາສັຍຢູ່ຕາມ ຖຽງໄຮ່ ຖຽງນາ ເຮັດວິດ ຊົ່ວຄາວ ແບບເອົາຫົວ ບ໋ອກໃສ່ ຂຸດຫົວບ໋ອກ ໃສ່ດິນຖົມນິ່ແຫຼະ ຊ່ວງລະຍະ ເຈົ້າອອກແຮງງານນິ່ນາ.”

ເຈົ້າໜ້າທີ່ ທ່ານນີ້ກ່າວຕື່ມວ່າ ທາງເມືອງ ໄດ້ໃຫ້ເວລາ ບໍຣິສັດ 1 ອາທິດ ແລະໄດ້ແນະນໍາໃຫ້ ສ້າງວິດຖ່າຍຊົ່ວຄາວ ພ້ອມທັງເກັບມ້ຽນ ຂີ້ເຫຍື້ອ ຫຼັງຈາກນັ້ນ ຄະນະກັມມະການໂຄງການ ຈະສົ່ງເຈົ້າໜ້າທີ່ລົງໄປ ກວດເພີ້ມຕື່ມ ວ່າບໍຣິສັດແຫ່ງນີ້ ຈະແກ້ໄຂ ບັນຫາດັ່ງກ່າວຫຼືບໍ່.

ເມື່ວວັນທີ 12 ກຸມພາ ຜ່ານມານີ້ ເມືອງຫົງສາ ຈັດພິທີ ເຊັນສັນຍາ ໂຄງການສົ່ງເສີມ ການປູກໝາກໂມເປັນສິນຄ້າ ອະນຸຍາດ ໃຫ້ສອງ ບໍຣິສັດ ເຂົ້າມາເຊົ່າດິນຂອງປະຊາຊົນ 14 ບ້ານ, ໃນນັ້ນ ໃຫ້ບໍຣິສັດ ນໍ້າເຜິ້ງ ພັທນາ ກະສິກັມ ເຊົ່າໃນເນື້ອທີ່ 95 ເຮັກຕ່າ ແລະບໍຣິສັດ ເອເຊັຍ ກະເສດອິນຊີ ເຊົ່າ 65 ເຮັກຕ່າ ມູນຄ່າການລົງທຶນ 4 ຕື້ກີບ ເພື່ອສົ່ງເສີມໃຫ້ປະາຊົນ ມີຣາຍຮັບເພີ້ມຂຶ້ນ ບໍ່ປ່ອຍດິນນາເປົ່າວ່າງ ໃນລະດູແລ້ງ, ກໍານົດເວລາ ເຊົ່າ 5 ປີ ແຕ່ປີ 2019 – 2024.

ປັດຈຸບັນ ສວນໝາກໂມ ຂອງທັງສອງ ບໍຣິສັດ ຢູ່ຣະຫວ່າງອອກດອກ ຕັດກ້ານ ຕອນຍອດ ແລະຄາດວ່າ ຈະເປັນໝາກ ຂາຍເປັນສິນຄ້າ ໄດ້ພາຍໃນ ເດືອນ ມິນາ ຈະເຖິງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.