ອຸບັດຕິເຫດ ວັນສລອງປີໃໝ່ 2020
2020.01.06

ກົມຕໍາຣວດ ຈາຣະຈອນໄດ້ສະຫຼຸບຣາຍງານອຸບັດຕິດເຫດ ໃນໄລຍະ 5 ວັນ ອັນຕະຣາຍຂອງການສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ເຊິ່ງເຣີ້ມຕັ້ງແຕ່ວັນທີ 27 ທັນວາ 2019 ຫາ ວັນທີ 01 ມົກກະຣາ 2020. ທົ່ວປະເທດ ເກີດອຸບັດຕິເຫດ ຕາມທ້ອງຖນົນ 190 ກໍຣະນີ ມີຜູ້ເສັຽຊີວິດ 27 ຄົນ.
ເກີດອຸບັດຕິເຫດຫຼາຍທີ່ສຸດແມ່ນຢູ່ ນະຄອນຫຼວງວຽງຈັນ, ທີ່ມີຜູ້ເສັຽຊິວິດ 1 ຄົນແລະບາດເຈັບ 34 ຄົນ ຖ້າທຽບໃສ່ປີຜ່ານມາອຸບັດຕິເຫດ ຫຼຸດລົງ 5 ກໍຣະນີ ແລະ ເສັຍຊີວິດຫຼຸດລົງ 6 ຄົນ. ໃນຂນະທີ່ເຈົ້າໜ້າທີ່ໜ່ວຍກູ້ພັຍ ນະຄອນຫຼວງວຽງຈັນ ໄດ້ກ່າວເຖິງ ສາເຫດຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 06 ມົກກະຣາວ່າເປັນຍ້ອນ ມີການດື່ມສິ່ງມຶນເມົາຫຼາຍ ແລະ ບໍ່ປະຕິບັດກົດຈາຣະຈອນ.
"ອຸບັດເຫດບົນທ້ອງຖນົນ ມີຫຼາຍຢູ່ເກີດຈາກການດື່ມແລ້ວຂັບນີ້ແຫຼະ ກັບບໍ່ປະຕິບັດກົດ ຈາຣະຈອນບໍ່ໄດ້ສອງຢ່າງເທົ່ານັ້ນ."
ເຈົ້າໜ້າທີ່ໜ່ວຍກູ້ພັຍໄດ້ກ່າວຕື່ມວ່າ ອຸບັດຕິເຫດ ໃນປີໃໝ່ສາກົລເກີດຂຶ້ນບໍ່ຫຼາຍປານໃດ ຖ້າທຽບໃສ່ປີໃໝ່ລາວ.
"ເຫດອັນທາງຫຼວງຫັ້ນ ກາແມ່ນບໍ່ຫຼຸດຫຼາຍປານໃດດອກ ທຸກປີສິໄປຫຼາຍຢູ່ຕອນປີໃໝ່ລາວ ກຸດສົງການ."
ສະເພາະປີ 2019 ຜ່ານມາ ເຈົ້າໜ້າທີ່ຕຳຣວດ ໄດ້ຣາຍງານວ່ານະຄອນຫຼວງວຽງຈັນ ອຸບັດຕິເຫດເກີດຂຶ້ນ 1,250 ກໍຣະນີ ເຮັດໃຫ້ມີຜູ້ ເສັຽຊີວິດ 235 ຄົນ ທຽບໃສ່ປີ 2018 ສະຖິຕິການເກີດອຸບັດຕິເຫດຍັງສູງ ແລະ ມີຜູ້ເສັຽຊີວິດເພີ່ມຂຶ້ນ ສ່ວນການເກີດ ອຸບັດຕິເຫດ ທົ່ວ ປະເທດ ໃນປີ 2019 ຜ່ານມາຮວມ 6 ພັນກໍຣະນີ ມີຜູ້ເສັຽຊີວິດ 1,134 ຄົນ ໃນນີ້ອຸບັດຕິເຫດ ທີ່ີຮ້າຍແຮງທີ່ສຸດ ແມ່ນຣົດໂດຍສານ ນັກທ່ອງທ່ຽວຈີນ ປີ້ນຕົກລົງເຫວເລິກ ຢູ່ເມືອງນານແຂວງຫຼວງພຣະບາງ ເຮັດໃຫ້ມິຜູ້ເສັຍຊີວິດ 13 ຄົນແລະບາດເຈັບ 33 ຄົນ.