ດິນເຈື່ອນບໍຣິເວນເຂື່ອນ ເສັຽ ສາມຊີວິດ

ໄຊຍາ
2019.03.05
ສະພາບດິນເຈື່ອນ ທີ່ເກີດຂຶ້ນຢູ່ບໍຣິເວນ ເຂື່ອນເຊນໍ້ານ້ອຍ 2 - ເຊກະຕາມ 1 ເຂດຫ້ວຍກອງ ເມືອງປາກຊ່ອງ ແຂວງຈໍາປາສັກ
ຮູບພາບຈາກ: ນັກຂ່າວພົລເມືອງ

ເຫດການດິນເຈື່ອນທັບຄົນງານ 3 ຄົນ ທີ່ກຳລັງເຮັດວຽກຂຸດຫ້ວຍ ສຳລັບສົ່ງນໍ້າເຂົ້າໄປຫາ ເຂື່ອນເຊນໍ້ານ້ອຍ 2, ເຊກະຕາມ 1, ຢູ່ເຂດ ຫ້ວຍກອງ ເມືອງປາກຊ່ອງ ແຂວງຈຳປາສັກ, ເມື່ອວັນທີ 28 ກຸມພາ ຜ່ານມາ ເຮັດໃຫ້ຄົນງານເສັຽຊີວິດ 3 ຄົນ. ດັ່ງ ເຈົ້າໜ້າທີ່ ແຂວງ ຈຳປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ວັນທີ 05 ມິນາ ນີ້ວ່າ:

"ຕາມຂໍ້ມູນຖືວ່າຄົນສາມຄົນເນາະ, ຖືກດິນເຈື່ອນທັບລົງໃສ່ ວັນທີ 28 ເນາະ, ເຊນໍ້ານ້ອຍ 2 ເຊກະຕາມ ເພື່ອກຳລັງເຮັດອ່ວຍນໍ້າເຂົ້າ ໃສ່ຕື່ມ."

ທ່ານກ່າວຕື່ມວ່າ, ສຳລັບຄົນງານຜູ້ເຄາະຮ້າຍທັງ 3 ຄົນນັ້ນ, ຍັງບໍ່ມີຂໍ້ມູນຄັກແນ່ວ່າເປັນຄົນງານລາວ ຫຼືຄົນງານຕ່າງປະເທດ, ປັດຈຸບັນ ເຈົ້າໜ້າທີ່ກູ້ພັຍ ກຳລັງຄົ້ນຫາສົບຜູ້ເສັຽຊີວິດຢູ່.

ສ່ວນສາເຫດຂອງດິນເຈື່ອນ ດັ່ງກ່າວນັ້ນ, ຍັງບໍ່ສາມາດສະຫຼຸບໄດ້ເທື່ອວ່າເກິີດຍ້ອນຫຍັງ, ຊຶ່ງທາງພາກສ່ວນກ່ຽວຂ້ອງ ກຳລັງສອບສວນ ຫາສາເຫດຢູ່. ຕໍ່ໍ່ກໍຣະນີດັ່ງກ່າວ, ເຈົ້າໜ້າທີ່ຜແນກພລັງງານ ແລະບໍ່ແຮ່ ແຂວງຈຳປາສັກ ຍັງບໍ່ສາມາດໃຫ້ຣາຍລະອຽດ ກ່ຽວກັບເຫດການ ທີ່ເກີດຂຶ້ນໄດ້ເທື່ອ.

ທັງນີ້ ເຂື່ອນເຊນໍ້ານ້ອຍ 2 - ເຊກະຕາມ 1 ເປັນເຂື່ອນໄຟຟ້າ ທີ່ໄດ້ເປີດການຜລິດ ຢ່າງເປັນທາງການແລ້ວ ເຊຶ່ງໂຄງການເຂື່ອນທັງສອງ ກຳລັງຮ່ວມກັນຂຸດຫ້ວຍເປັນທາງນໍ້າ ເພື່ອໃຫ້ນໍ້າຈາກທັມມະຊາດໄຫຼເຂົ້າສູ່ ເຂື່ອນໄຟຟ້າ ໂດຍໃຊ້ຄົນງານ ແລະ ເຄື່ອງຈັກຈຳນວນຫຼາຍ ໃນການຂຸດຈົນມາເກີດເຫດດິນເຈື່ອນ ທັບຄົນງານ.

ໂຄງການເຂື່ອນເຊນໍ້ານ້ອຍ 2 - ເຂື່ອນເຊກະຕາມ 1, ເຣີ່ມສ້າງປີ 2009 ຫາປີ 2016 ເປັນການຮ່ວມທຶນກັນ ຣະຫວ່າງ ບໍຣິສັດ ເອັສວີ ກຣຸບ ກັບ ບໍຣິສັດ ບີກຣີມ ພາວເວີ ລາວ. ໃຊ້ທຶນກໍ່ສ້າງ 49 ລ້ານໂດລາສະຫະຣັຖ ທັງສອງໂຄງການ ອາຍຸສັມປະທານ 50 ປີ ຈະມີ ກຳລັງຜລິດ 20,1 ເມກາວັດ ໂດຍສາມາດຜລິດໄຟຟ້າໄດ້ 110 ຫາ 120 ກິໂລວັດໂມງ ຕໍ່ປີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.