ຖໍ້າຖລົ່ມດິນທັບຊາວບ້ານ ເສັຽຊີວິດ 3 ຄົນ
2019.04.09
ໃນວັນທີ່ 7 ເມສາຜ່ານມາ ຖໍ້າເຈື່ອນທັບຊາວບ້ານ ທີ່ເຂົ້າໄປລັກຂຸດຄໍາ ຢູ່ບ້ານ ຜາປົ່ນ ເມືອງປາກອູ ແຂວງຫຼວງພຣະບາງ ເຮັດໃຫ້ມີ ຜູ້ເສັຽຊີວິດ 3 ຄົນ ແລະ ໄດ້ຮັບບາດເຈັບອີກ 9 ຄົນ, ຊຶ່ງເຂດດັ່ງກ່າວ ເປັນເຂດທີ່ບໍຣິສັດ ທຽນຈີນ ຮົວຄານ ຈາກປະເທດຈີນ ເຂົ້າມາ ສັມປະທານ ເພື່ອຂຸດຄົ້ນຄໍາ ແລະ ຫາກໍຣະເບິດ ຫິນພາຍໃນຖໍ້າ ກ່ອນໜ້າຊາວບ້ານພາ ກັນລັກເຂົ້າໄປຄຸດຄໍາ, ດັ່ງເຈົ້າໜ້າທີ່ຕໍາຣວດ ເມືອງປາກອູ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນວັນທີ່ 9 ເມສາ ນີ້ວ່າ:
“ຈີນຣະເບິດ 1 ໂມງຕອນສວຍ ຕົກແລງມາຮອດ 18 ໂມງຕອນຄໍ່າ ແລ້ວມັນມີປະຊາຊົນຈໍານວນ 14-15 ຄົນ ລັກເຂົ້າໄປເອົາດິນຫິນ ທີ່ຈີນຣະເບີດຢູ່ໃນຫັນ ພາກັນໄປໄຫ້ງ ມັນຖລົ່ມລົງມາທັບໃສ່ ເສັຍຊີວິດຄາທີ ຫັ້ນ 2 ຄົນ ແລ້ວບາດເຈັບ ຫັ້ນ 9 ຄົນ ແລ້ວອີກຜູ້ນຶ່ງ ແມ່ນບາດເຈັບສາຫັດ ຕາຍຢູ່ກາງທາງ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ຫລັງຈາກເກີດເຫດດັ່ງກ່າວ ເຈົ້າໜ້າທີ່ໜ່ວຍກູ້ພັຍ ກໍໄດ້ໄປຊອກເອົາສົບ ຂອງຜູ້ເສັຽຊີວິດອອກມາໝົດ ທຸກຄົນ ສ່ວນຊາວບ້ານ ຜູ້ທີ່ໄດ້ຮັບບາດເຈັບນັ້ນ ກໍຖືກນໍາສົ່ງໂຮງໝໍ ໂດຍເຈົ້າໜ້າທີ່ບໍ່ໄດ້ປັບໃໝ ຫຼື ລົງໂທດແນວໃດ ພຽງແຕ່ຕັກເຕືອນ ບໍ່ໃຫ້ ລັກເຂົ້າໄປໃນຖໍ້າອີກ ຖ້າບໍ່ດັ່ງນັ້ນ ຈະຖືກດໍາເນີນຄະດີ ໃນຂັ້ນຕໍ່ໄປ.
ທ່ານວ່າ ປະຊາຊົນໃນທ້ອງຖິ່ນ ມັກພາກັນລັກເຂົ້າໄປ ຂຸດເອົາຫິນຢູ່ເລື່ອຍໆ ແລ້ວນໍາຫິນນັ້ນ ມາບົດໃຫ້ຣະອຽດ ເພື່ອເອົາເສດຄໍາ ທີ່ຕົກຄ້າງ ຢູ່ໃນຫິນ ເຖິງແມ່ນວ່າ ເຈົ້າໜ້າທີ່ຕໍາຣວດ ແລະ ທະຫານ ຈະຫ້າມບໍ່ໃຫ້ເຂົ້າໄປ ຢ່າງເດັດຂາດກໍຕາມ ຍັງມີຜູ້ຝ່າຝຶນຢູ່ ຊຶ່ງຕໍ່ນີ້ໄປຈະມີການ ເຝົ້າຍາມ ຢ່າງເຂັ້ມງວດຕື່ມ ເພື່ອປ້ອງກັນ ບໍ່ໃຫ້ປະຊາຊົນ ລັກລອບເຂົ້າໄປຂຸດເອົາຫິນ ໃນຖໍ້ານັ້ນອີກ.
ຕາມຣາຍງານ ບໍຣິສັດ ຈີນ ທີ່ເຂົ້າມາສັມປະທານ ຂຸດຄົ້ນຄໍາ ຢູ່ຖໍ້າຜາປົ່ນ ມີອາຍຸ ສັມປະທານ ທັງໝົດ 50 ປີ ໂດຍເຣີ້ມເຂົ້າມາສໍາຣວດ ເນື້ອທີ່ຕັ້ງແຕ່ ປີ 2009 ຈົນຮອດ ປີ 2015 ຈາກນັ້ນ ໄດ້ເສັຍພັນ ທະອາກອນໃຫ້ແກ່ຣັຖ ແລະ ເຣີ້ມລົງມືຂຸດຄົ້ນຄໍາ ນັບແຕ່ປີ 2016 ເປັນຕົ້ນມາ ຊຶ່ງຄໍາທີ່ຂຸດຄົ້ນມາໄດ້ທັງໝົດ ຈະຖືກສົ່ງໄປຂາຍຢູ່ຈີນ ສ່ວນການຣະເບິດຫິນນັ້ນ ກໍໄດ້ຮັບອານຸຍາດ ຈາກທາງການລາວແລ້ວ.