ເດືອນຕຸລາອຸບັດຕິເຫດ ດັບຊີວິດ 79 ຄົນ

ອຸ່ນແກ້ວ ສຸກສະຫວັນ
2020.11.06
F-Accident ໂຕຢ່າງ ອຸບັດຕິເຫດ ຕາມທ້ອງຖນົນ ໃນ ນະຄອນຫຼວງວຽງຈັນ
RFA

ກະຊວງປ້ອງການຄວາມສະຫງົບຂອງລາວ ໄດ້ຣາຍງານວ່າ ໃນເດືອນຕຸລາ 2020 ຜ່ານມາ ໃນທົ່ວປະເທດມີອຸບັດຕິເຫດ ຕາມທ້ອງຖນົນ ປະມານ 600 ກໍຣະນີ ເຮັດໃຫ້ມີຜູ້ເສັຽຊີວິດ 79 ຄົນ ແລະ ບາດເຈັບ ຫຼາຍກວ່າ 800 ຄົນ.

ຂໍ້ມູນຈາກກະຊວງປ້ອງກັນຄວາມສະຫງົບ ຍັງລະບຸວ່າ ສາເຫດຫຼັກໃນການເກີດອຸບັດຕິເຫດ ແມ່ນການດື່ມມຶນເມົາ ແລ້ວຂັບລົດ. ເຖີງວ່າ ທີ່ຜ່ານມາ ຣັຖບານຈະສັ່ງຫ້າມເປີດສະຖານທີບັນເທີງ ແລະ ຮ້ານກິນດື່ມ ຕາມມາຕການ ເຝົ້າລະວັງ ແລະ ຄວບຄຸມ ພຍາດໂຄວິດ19, ແຕ່ ເຫຼົ້າ ແລະ ເບັຽ ກໍຍັງເປີດຂາຍໄດ້ຕະຫຼອດ. ປະຊາຊົນຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ພືສຈິກາ ວ່າ:

"ກະບໍ່ເປີດຢູ່ ທ່ານ ແຕ່ວ່າ ມັນກະມີປະຈໍາຢູ່ໃດລະ ເຫຼົ້າ ເບັຽ ກະມີຈໍາໜ່າຍເກືອບວ່າ 24 ຊົ່ວໂມງນີ້ນ່າ ກະຊື້ມາກິນຊັ້ນຕົ່ວ ກະເລາະ ຊັ້ນຕົ່ວ ບໍ່ໄດ້ກິນຢູ່ຮ້ານກະກິນຢູ່ຫ້ອງແຖວ ສາເຫດອັນດັບນຶ່ງ ອຸບັດຕິເຫດ ກະຍ້ອນເຫຼົ້ານີ້ແຫຼະ ກ່ອນອື່ນກະດາຍ."

ອີກສາເຫດນຶ່ງຂອງການເກີດອຸບັດຕິເຫດ ຍ້ອນວ່າ ການສອບເສັງ ໃບຂັບຂີ່ບໍ່ເຄັ່ງຄັດ ເຮັດໃຫ້ຜູ້ຂັບຂີ່ບໍ່ໄດ້ສຶກສາ ລະບຽບ ຈະຣາຈອນ ຢ່າງເລິກເຊິ່ງ, ປະຊາຊົນທ່ານນີ້ ກ່າວຕື່ມອີກວ່າ:

"ຕາມທີ່ເຮົາຮູ້ ຄັນໃນເມືອງກະສ່ວນຫຼາຍແມ່ນການຈະຣາຈອນ ຕິດແໜ້ນ ສອງມາກະດື່ມເຫຼົ້າເມົາຢານີ້ແຫຼະ ເທົ່າທີ່ຮູ້ ອັນດັບສາມກະ ໃບຂັບຂີ່ ບາງຄົນກະເສັງບໍ່ໄດ້ ກະໃຫ້ຜ່ານ ອັນນີ້ ຂ້າພະເຈົ້າເຊື່ອວ່າ ແນວນັ້ນ."

ໃນຈໍານວນການເກີດອຸບັດຕິເຫດ ແຂວງສວັນນະເຂດ ຈະມາເປັນແຂວງນຶ່ງ ທີ່ມີການເກີດອຸບັດຕິເຫດຫຼາຍ ຍ້ອນວ່າມີການດື່ມເມົາແລ້ວ ຂັບ ແລະ ບໍ່ນັບຖືລະບຽບຈະຣາຈອນ. ຊາວສວັນນະເຂດ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 6 ພຶສຈິກາ ວ່າ:

"ຢູ່ໃນສວັນ ຢູ່ຕົວເມືອງນີ້ ນຶ່ງມານີ້ ກະສ່ວນຫຼາຍກະແມ່ນເມົາເນາະ ສອງມາກະຊິແມ່ນບໍ່ເຄົາລົບກົດ ຈະຣາຈອນ ນີ້ແຫຼະ."

ອີງຕາມຂໍ້ມູນຈາກກະຊວງປ້ອງກັນຄວາມສະຫງົບ, ມີການເກີດອຸບັດຕິເຫດ 600 ກໍຣະນີ ໃນເດືອນຕຸລາ 2020 ນັ້ນ, ສ່ວນວ່າ ໃນເດືອນ ກັນຍາ ມີອຸບັດຕິເຫດເກີດຂຶ້ນປະມານ 500 ກໍຣະນີ. ພາຍໃນ 6 ເດືອນ ຕົ້ນປີ ປີ 2019 ມີຜູ້ເສັຽຊີວິດ ຈາກ ອຸບັດຕິເຫດ 612 ຄົນ ໃນຂນະທີ່ 6 ເດືອນ ຕົ້ນປີ 2018 ມີຜູ້ເສັຽຊີວິດ ຈາກອຸບັດຕິເຫດ 568 ຄົນ ອີງຕາມການຣາຍງານ ຂອງກະຊວງປ້ອງກັນຄວາມສະຫງົບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.