ນໍ້າຖ້ວມລາວພາກກາງ ພາກໃຕ້

ໄຊຍາ
2019.09.09
F-Flood-savan ສະພາບນໍ້າຖ້ວມ ຢູ່ ບ້ານສະຄືນ ເມືອງຈໍາພອນ ແຂວງສວັນນະເຂດ ສປປລາວ. ຮູບຖ່າຍເມື່ອວັນທີ ວັນທີ 5 ເດືຶອນ ກັນຍາ ປີ 2019
RFA/TS

ປະຊາຊົນສອງແສນປາຍຄົນ ໄດ້ຮັບຜົກກະທົບ ຢ່າງໜັກໜ່ວງ ພາຍຫຼັງ ທີ່ພະຍຸໝູນເຂດຮ້ອນ ໂພດູ ແລະ ພະຍຸ ດິເພຣັສຊັນ ກາຄິຈິ ພັດເຂົ້າ 2 ແຂວງພາກກາງ ມີ ແຂວງຄຳມ່ວນ, ສວັນນະເຂດ ແລະ 4 ແຂວງພາກໃຕ້ ມີ ແຂວງ ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປຶ. ອີງຕາມຣາຍງານ ຂອງທາງການ ຫຼ້າສຸດ ມີຜູ້ເສັຽຊີວິດ 14 ຄົນ ແລະ ຖ້ວມເຮືອນເຖິງຂັ້ນຢູ່ບໍ່ໄດ້ ຕ້ອງໄດ້ໂຍກຍ້າຍ ໄປຢູ່ ສູນພັກ ຊົ່ວຄາວ 64 ພັນປາຍຄົນ.

ດັ່ງປະຊາຊົນ ຜູ້ໄດ້ຮັບຜົນກະທົບ ເມືອງຄົງເຊໂດນ ແຂວງສາລະວັນ ປັດຈຸບັນ ພັກຢູ່ສູນພັກຊົ່ວຄາວ ໄດ້ກ່າວຕໍ່ RFA ວ່າ ບາງຈຸດ ນ້ຳຍັງຖ້ວມສູງຢູ່ ແຕ່ບາງຈຸດນ້ຳຫຼຸດລົງເປັນ ປົກກະຕິແລ້ວ ແຕ່ຕົນເອງ ຍັງບໍ່ສາມາດ ເຂົ້າໄປເບີ່ງເຮືອນໄດ້.

"ມັນເຣີ້ມແຫ້ງແລ້ວແຕ່ວ່າຜົນເສັຍຫາຍ ຫຼາຍອັນຢູ່ ເຂົ້ານ້ຳຊ້ຳປາຕາຍໝົດເລີຍ ເຮືອນຊານບ້ານຊ່ອງ ກໍ່ມີຫຼາຍໝູ່ບ້ານ ຖືກນ້ຳພັດ ໃນຊ້ວງ ນ້ຳຂື້ນແຮງໆ ແລ້ວກໍ່ເປ່ເພ ເສັຍຫາຍຫຼາຍໝູ່ບ້ານ ຖືວ່າໄຟຟ້າ ກໍຖືກຕັດຂາດເນາະ ແລ້ວກໍ່ເປັນຖນົນຫົນທາງ ກໍຖືກຕັດຂາດເນາະ."

ມາຮອດປັດຈຸບັນຫຼາຍເຂດ ຣະດັບນ້ຳຖ້ວມໄດ້ຫຼຸດລົງ ເປັນປົກກະຕິ ແລະ ກຳລັງຢູ່ໃນໄລຍະ ການອານາມັຍ ແລະ ບັນດາແຂວງ ທີ່ຖືກ ນ້ຳຖ້ວມກໍ່ຍັງຕ້ອງການ ການຊ່ອຍເຫຼືອ ເຄື່ອງອຸປໂພກ ບໍຣິໂພກ ເປັນ ຈຳນວນຫຼາຍ. ດັ່ງເຈົ້າໜ້າທີ່ ກົມສົງເຄາະ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ນັກຂ່າວ RFA ໃນວັນທີ 09 ກັນຍາວ່າ:

"ຈຸດແຂວງຄຳມ່ວນເນາະ ຍັງບໍ່ທັນໄດ້ໜັກປານໃດ ຖ້າມອງໃນແງ່ ຂອງການກະທົບຫັ້ນໜ່າ ແຕ່ແຂວງທີ່ໜັກລະແມ່ນ ຈາກ ສວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື."

ສະເພາະທາງແຂວງຈຳປາສັກ ສິບບ້ານທີ່ນ້ຳຖ້ວມໜັກ ຕ້ອງການ ການຊ່ອຍເຫຼືອຢ່າງເລັ່ງດ່ວນ ໂດຍສະເພາະ ເຂົ້າສານອາຫານແຫ້ງ ເຊີ່ງທັງຫ້ອງວ່າການປົກຄອງແຂວງ ເປີດຮັບບໍຣິຈາກຢູ່ ດັ່ງ ເຈົ້າໜ້າທີ່ ຫ້ອງວ່າການປົກຄອງ ແຂວງຈຳປາສັກ ໄດ້ກ່າວ RFA ໃນວັນທີ 09 ກັນຍາ ວ່າ:

"ທາງຫ້ອງວ່າການເຮົາ ຮັບຢູ່ເນາະດຽວນີ້ ນຶ່ງລະນ້ຳ ເປັນເຂົ້າສານຫັ້ນ ແຫຼະອາຫານແຫ້ງ ເປັນປາກະປອງ ໝີ່ໄວໆ ແມ່ນຫັຍງມັນກໍ່ຫຼາຍ ແລ້ວຫັ້ນນ່າ."

ຫຼ້າສຸດ ເຈົ້າໜ້າທີ່ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ສະຫຼຸບຜົນເສັຍຫາຍ ໃນເບື້ອງຕົ້ນວ່າ ໄດ້ໂຍກຍ້າຍ ປະຊາຊົນ 64 ພັນຄົນ ມາຢູ່ຈຸດພັກຊົ່ວ, ດັ່ງທ່ານໄດ້ ກ່າວຕໍ່ ນັກຂ່າວ RFA ໃນວັນທີ 9 ກັນຍາວ່າ:

"ທີ່ໂຍກຍ້າຍປັດຈຸບັນນີ້ຕາມຂໍ້ມູນເກືອບ 40 ພັນ ກວ່າຄົນໄດ້ 7 ພັນຄອບຄົວ ແມ່ນແຫຼະ ໂຍກຍ້າຍໄປຢູ່ສູນພັກ ຊົ່ວຄາວຫັ້ນເນາະ ມັນຈະສະດວກເພາະວ່າ ຄັນວ່າຢູ່ເຮືອນສອງຊັ້ນ ກໍ່ແລ້ວແຕ່ ແຕ່ວ່ານ້ຳ ໄຟຟ້າ ບໍ່ມີເດ້ ມັນຫຍຸ້ງຍາກ ເຣື່ອງສຸຂພາບມີຄວາມຈຳເປັນ."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າ ຕາມການສະຫຼຸບເບື້ອງຕົ້ນ  ປະຊາຊົນ ຮວມແລ້ວ 37 ເມືອງ 1.187 ບ້ານ ຈຳນວນ 1 ແສນປາຍຄອບຄົວ ຕົກເປັນ 2 ແສນປາຍຄົນ ໄດ້ຮັບຜົນກະທົບ. ມີຜູ້ເສັຍຊີວິດ 14 ຄົນ ແຂວງ ສວັນນະເຂດ 3 ຄົນ, ສາລະວັນ 2 ຄົນ, ຈຳປາສັກ 5 ຄົນ ແລະ ອັດຕະປື 4 ຄົນ. ແລະ ຕ້ອງໄດ້ອົພຍົບ ອອກຈາກບ້ານໄປຢູ່ ຈຸດປອດພັຍ 7 ພັນ ປາຍຄອບຄົວ ຮວມ 64 ພັນປາຍຄົນ.

ນອກຈາກນີ້ ນ້ຳຍັງຖ້ວມເນື້ອທີ່ກະສິກັມ 1ແສນ 39 ພັນເຮັກຕ້າ, ອ່າງເກັບນ້ຳເສັຍຫາຍ 43 ແຫ່ງ, ຄອງເໝືອງ 64 ພັນປາຍແມັດ. ເສັ້ນທາງຖືກຕັດຂາດ 252 ກິໂລແມັດ, ຂົວ 12 ແຫ່ງຖືກນ້ຳຖ້ວມ, ໂຮງຮຽນ 215 ຫຼັງ, ໂຮງໝໍ ແລະ ສຸຂສາລາ 10 ແຫ່ງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.