ດິນເຈື່ອນທັບຊາວບ້ານ ເສັຽຊີວິດ
2020.08.11

ເກີດເຫດດິນເຈື່ອນທັບຊາວບ້ານ ມີຜູ້ເສັຽຊີວິດ 2 ຄົນໃນວັນທີ 9 ສິງຫາ ນີ້ຢູ່ບ້ານໜອງບົກ ເມືອງໜອງບົກ ແຂວງຄໍາມ່ວນ ໃນຂນະທີ່ ຜູ້ເສັຽຊີວິດ ກໍາລັງຂຸດເຕົາເຜົາຄົກຫິນ, ດັ່ງ ຊາວບ້ານ ບ້ານໜອງບົກ ຜູ້ນຶ່ງກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 10 ສິງຫາ ນີ້ວ່າ:
“ເຂົາເຈົ້າອອກໄປຂຸດ ເຕົາເຜົາຄົກ ແລ້ວມີປະມານ 3 ຄົນ, ແຕ່ວ່າ ຂຸດໄປແລ້ວ ດິນມັນທັບ ສົບທີ່ເຫັນແລ້ວ 2 ສົບ, ແຕ່ວ່າ ເກີບມັນມີ 3 ຄູ່ ຕາມທີ່ເຮົາໄປເບິ່ງເຫດການນີ່ນະ ເຫັນແຕ່ 2 ສົບ, ແຕ່ວ່າ ບໍ່ເຫັນອີກຄົນນຶ່ງ ຫັ່ນນະ ບໍ່ຮູ້ວ່າມີເກີບແລ້ວ ວ່າບໍ່ເຂົ້າໄປນໍາບໍ່ຕອນຂຸດ ຫັ່ນເນາະ.”
ຊາວບ້ານຜູ້ນີ້ ກ່າວຕື່ມວ່າ ຫຼັງຈາກຊາວບ້ານ ໄດ້ຊ່ອຍນໍາສົບຂອງຜູ້ເສັຽຊີວິດທັງສອງຄົນຂຶ້ນມາແລ້ວ ກໍໄດ້ຕິດຕໍ່ຫາຍາດພີ່ນ້ອງຂອງຜູ້ ເສັຽຊີວິດ ໃຫ້ມາຮັບເອົາສົບ ໄປເຮັດພິທີທາງ ສາສນາ ສ່ວນເກີບອີກຄູ່ນຶ່ງນັ້ນ ບໍ່ຮູ້ວ່າເປັນຂອງຜູ້ໃດ ເພາະຊາວບ້ານໄດ້ຊ່ອຍກັນຂຸດດິນ ຂຶ້ນມາຈົນໝົດ ແຕ່ກໍບໍ່ພົບສົບເພີ່ມຕື່ມ. ຊາວບ້ານບາງຄົນນຶ່ງ ທີ່ຢູ່ໃກ້ຄຽງກໍເວົ້າວ່າ ເຫັນມີແຕ່ 2 ຄົນເທົ່ານັ້ນ ທີ່ເຂົ້າໄປຂຸກເຕົາເຜົາຄົກ.
ກ່ຽວກັບເຫດການດັ່ງກ່າວນີ້ ເຈົ້າໜ້າທີ່ຕໍາຣວດ ເມືອງໜອງບົກ ທ່ານນຶ່ງ ກ່າວວ່າ ຈາກການລົງພື້ນທີ່ກວດສອບ ພົບຜູ້ເສັຽຊີວິດພຽງແຕ່ 2 ຄົນເທົ່ານັ້ນ ສ່ວນສາເຫດນັ້ນ ເກີດຈາກ ຊາວບ້ານພາກັນໄປຂຸດດິນ ເພື່ອທີ່ເຮັດເຕົາເຜົາຄົກ ສໍາລັບຣາຍລະອຽດອື່ນໆ ເຈົ້າໜ້າທີ່ຕໍາຣວດ ກໍາລັງຮວບຮວມຂໍ້ມູນຢູ່:
“2 ຣາຍ ກໍາລັງຂຽນບົດຣາຍງານ ສົ່ງໃຫ້ທາງແຂວງຢູ່ ໄປຂຸດດິນເຮັດເຕົາຄົກນິ່ລະ ໂຕນີ້ ກໍາລັງເຮັດບົດຣາຍງານ ຍັງບໍ່ທັນໄດ້ແລ້ວ.”
ເຖິງແນວໃດກໍຕາມ ໃນກໍຣະນີ ດິນເຈື່ອນແລ້ວທັບຄົນເສັຽຊີວິດ ໃນຄັ້ງນີ້ ຍັງບໍ່ທັນເປັນທີ່ ຈະແຈ້ງເທື່ອ ວ່າຊາວບ້ານທີ່ເສັຽຊີວິດ ທັງ 2 ຄົນນັ້ນ ເຂົ້າໄປຂຸດດິນ ເພື່ອເຮັດເຕົາເຜົາຄົກ ຫຼື ຂຸດເອົາຫຍັງແທ້, ແຕ່ໃນກໍຣະນີ ດິນ ແລະ ຫິນເຈື່ອນທັບ ຄົນຕາຍກະມີ ຢູ່ ຄືເມື່ອ ປີ 2019 ຊາວບ້ານ ບ້ານຜາປົ່ນ ທີ່ລັກເຂົ້າໄປຂຸດຄໍາ ໃນເຂດບໍ່ຄໍາ ຂອງ ບໍຣິສັດ ທຽນຈິ້ນ ຂອງຈີນ ຢູ່ ບ້ານຜາປົ່ນ ເມືອງປາກອູ ແຂວງ ຫຼວງພຣະບາງ ມີຜູ້ເສັຽຊີວິດ ທັງໝົດ 3 ຄົນ ຍ້ອນຖືກຫິນເຈື່ອນທັບໃສ່ ຂນະທີ່ຂຸດຄົ້ນຄໍາ.