ເຂື່ອນນ້ຳອູ 4-5 ກະທົບການ ເດີນເຮືອ

ສິດນີ
2017.06.25
F-NAMOU ລຳນໍ້າອູ ເຂດເມືອງງອຍ ແຂວງຫຼວງພຣະບາງ
RFA/SN

ປະຊາຊົນ ທີ່ເມືອງສັມພັນ ແລະເມືອງຂວາ ມີຄວາມຫຍຸ້ງຍາກ ໃນເດີນທາງ ໄປມາຫາສູ່ກັນ ທາງເຮືອ ຫລັງຈາກທີ່ມີ ເຂື່ອນນ້ຳອູ 4ແລະ5 ຊຶ່ງເຮັດໃຫ້ນ້ຳອູ ທາງຟາກລຸ່ມ ເຂື່ອນ ບົກແຫ້ງ ຈົນເຮັດໃຫ້ ເຮືອຈັກ ບໍ່ສາມາດ ຜ່ານໄປໄດ້. ຕາຄຳເວົ້າ ຂອງປະຊາຊົນ ເມືອງສັມພັນ ທ່ານນຶ່ງ ຕໍ່ເອເຊັຽເສຣີ ເມື່ອວັນທີ 22 ມິຖຸນາ ນີ້ວ່າ:

"ມັນໄປບໍ່ໄດ້ ເພາະວ່າຂະເຈົ້າເຮັດເຂື່ອນ ເມືອງສັມພັນນີ້ ອັນນຶ່ງ ເຮັດຢູ່ເມືອງຂວາ ເທິງນ້ຳອູນີ້ ອັນນຶ່ງ ແລ້ວເຂົາກໍກັ້ນນ້ຳ ແລ້ວນ້ຳມັນກໍ ລົດ ນ້ຳມັນຫນ້ອຍຫັ້ນຫນ່າ ນ້ຳມັນຈະບໍ່ ປົກກະຕິຫັ້ນນ່າ ມື້ນຶ່ງນ້ຳລົງ ມື້ນຶ່ງນ້ຳຂຶ້ນ ແລ້ວເຮືອມັນ ຈະໄປບໍ່ໄດ້ ແຕ່ວ່າ ຖ້າຂະເຈົ້າບໍ່ເຮັດ ເຂຶ່ອນ ສິໄປໄດ້ຫັ້ນນ່າ".

ທ່ານກ່າວຕື່ມວ່າ ການເດີນເຮືອ ຕາມລຳນໍ້າອູ ມີຄວາລໍາບາກ ມາລະຍະນຶ່ງແລ້ວ ພວກຊາວບ້ານ ແລະນັກທ່ອງທ່ຽວ ກໍປ່ຽນໄປໃຊ້ທາງຣົດ ແທນ ແລະການເດີນທາງ ດ້ວຍຣົດນັ້ນ ຈະໃຊ້ເວລາ ສາມຊົ່ວໂມງ ຈາກເມືອງສັມພັນ ຫາເມືອງຂວາ ແຕ່ຖ້າໃຊ້ເຮືອ ຈະໃຊ້ເວລາພຽງແຕ່ ສອງຊົ່ວໂມງ ເທົ່ານັ້ນ.

ການເດີນທາງ ໄປມາຫາສູ່ກັນທາງນ້ຳ ລຳບາກ ນອກຈາກຈະສົ່ງຜົລກະທົບ ຕໍ່ລາຍໄດ້ ຂອງຜູ້ແລ່ນເຮືອ ໂດຍສານແລ້ວ ຍັງເຮັດໃຫ້ ການທ່ອງທ່ຽວ ຫຼດລົງນຳອີກ. ເຈົ້າຫນ້າທີ່ ທ້ອງຖິ່ນ ທ່ານນຶ່ງເວົ້າວ່າ ໂຄງການ ເຂື່ອນນ້ຳອູ 4ແລະ5 ນັ້ນ ຍັງສົ່ງ ຜົລກະທົບ ໄປຮອດ ແຂວງຫລວງພຣະບາງ. ດັ່ງທ່ານ ກ່າວວ່າ:

"ຂະເຈົ້າຕັນນ້ຳ ມັນຈະຂຶ້ນໄປບໍ່ໄດ້ ເພາະວ່າ ຈະເຮັດໃຫ້ນ້ຳແຫ້ງເນາະ ເຮືອນ້ອຍ ນີ້ມັນຈະໄປບໍ່ໄດ້ ຄັນເຮືອໃຫຍ່ ແຕ່ຖ້າໃຫຍ່ເກີນໄປ ນ້ຳມັນຕື້ນ ຂຶ້ນໄປຕາມຮ່ອງນ້ຳ ນັ້ນບໍ່ໄດ້ ບາງເທື່ອພື້ນເຮືອ ມັນຂູດເອົາຫີນໄດ້ ຢູ່ເມືອງງອຍເນາະ ຄັນວ່າຂະເຈົ້າ ຕັນນ້ຳ ຈະໄປກັບຍາກ ມີແຕ່ຊ່ວງ ທີ່ຝົນຕົກ ອາດຈະໄປໄດ້".

ທ່ານວ່າ ອີກສອງປີ ຂ້າງຫນ້າ ຖ້າເຂື່ອນນ້ຳອູ 3 ທີ່ເມືອງງອຍ ຫາກສ້າງແລ້ວ ແຮ່ງຈະເຮັດໃຫ້ ການເດີນເຮືອ ແຕ່ເມືອງສັມພັນ ຫາ ເມືອງຂວາ ຍາກກວ່າເກົ່າ ຍ້ອນນ້ຳຈະແຫ້ງ ໃນຫຼາຍຈຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.