ຊາວບ້ານຈາກເຂື່ອນນ້ຳອູ 4 ແຫ່ງ ຍັງລຳບາກ

ອະວາຣີ
2019.08.06
ສາຍລໍານໍ້າອູ ໃນເຂດແຂວງຜົ້ງສາລີ
RFA/SK

ປະຊາຊົນຈຳນວນ 1,084 ຄອບຄົວ ໃນ 3 ເມືອງ ຢູ່ແຂວງຜົ້ງສາລີ ທີ່ຖືກໂຍກຍ້າຍ ໄປຢູ່ບ້ານຈັດສັນ ຍ້ອນໄດ້ຮັບຜົນກະທົບຈາກ ໂຄງການ ເຂື່ອນນ້ຳອູ 4 ແຫ່ງ ຂອງບໍຣິສັດ ຊີໂນໄຮໂດຣ ຂອງຈີນ ນັ້ນ, ປັດຈຸບັນຍັງມີຊີວິດການເປັນຢູ່ລຳບາກ ຍັງບໍ່ມີ ບ່ອນທຳມາ ຫາກິນ;

ຕົວຢ່າງບ້ານຈັດສັນເຂື່ອນນ້ຳອູ 4 ຊຶ່ງມີປະຊາຊົນຍ້າຍມາຈາກ 5 ບ້ານ ເປັນຕົ້ນຈາກບ້ານຕາງກົກ ບ້ານຫ້ວຍຊອຍ ແລະ ບ້ານຫ້ວຍພຸກ ໃນເມືອງຂວາ ຕັ້ງແຕ່ເດືອນ ມົກກະຣາ ປີ 2019  ປັດຈຸບັນ ປະຊາຊົນທັງໝົດ 297 ຄອບຄົວ ກໍຍັງບໍ່ມີດິນທຳການ ຜລິດເທື່ອ ຕ້ອງກັບ ບ້ານເກົ່າ ໄປປູກຝັງ ຊຶ່ງຢູ່ໄກ 3 ຫລັກກິໂລແມັດ ເຮັດໃຫ້ຊີວິດການເປັນຢູ່ຫຍຸ້ງຍາກ ກວ່າແຕ່ກ່ອນ ເຖິງແມ່ນວ່າ ໃນບ້ານຈັດສັນ ຈະມີ ສຸກສາລາ ໂຮງຮຽນ ຖນົນຫົນທາງ ແລະຣະບົບໂຄງຮ່າງພື້ນຖານ ດ້ານຕ່າງໆຄົບແລ້ວ ກໍຕາມ ດ່ັງນາຍບ້ານບ້ານຈັດສັນ ດັ່ງກ່າວ ກ່າວຕໍ່ ວິທຍຸ ເອເຊັຽເສຣີ ໃນວັນທີ 1 ເດືອນສິງຫາ ປີ 2019 ນີ້ວ່າ:

“ຄູ່ມື້ນີ້ ເຂົາຍັງບໍ່ໄດ້ຈັດໂອ້ ຢູ່ເຮືອນກໍຢູ່ເຮືອນລ້າໆ ບໍມີອາຊີບເຮັດເທື່ອ ກໍເຮັດວຽກເດີມວຽກເກົ່າ ເຮົາເຮັດວຽກຕາມແຕ່ກີ້ແຕ່ກ່ອນຫັ່ນແຫຼະ ຍ່າງໄປຖິ່ນແດນເກົ່າຫັ່ນ ກໍ 2-3 ຊົ່ວໂມງພຸ້ນນະ ແລະທໍ່ນ້ຳນະ ເຂົາບໍໄດ້ຝັງດິນ ມັນຮ້ອນ.”

ນອກຈາກບັນຫາດັ່ງກ່າວ ນາຍບ້ານທ່ານນີ້ກ່າວຕື່ມວ່າ ພວກຂະເຈົ້າຢາກໃຫ້ພາກຣັດລົງມາເບິ່ງ ການວາງທໍ່ນ້ຳສ້າງໃນບ້ານຈັດສັນດ່ວນ ຍ້ອນວ່າ ພາກສ່ວນກ່ຽວຂ້ອງ ເຮັດໃຫ້ຂະເຈົ້າພໍແລ້ວມື ທັງບໍ່ຝັງທໍ່ນ້ຳໃຕ້ດິນ ແລະ ບໍ່ໃຊ້ຊີມັງອັດບໍຣິເວນ ຮອຍຕໍ່ທໍ່ນ້ຳເຮັດໃຫ້ນ້ຳທັງຮ້ອນ ແລະ ມີຂື້ຕົມຊືມເຂົ້າ.

ເຊັ່ນດຽວກັນ ໃນບ້ານຈັດສັນເຂື່ອນນ້ຳອູຫ້າຢູ່ເມືອງສຳພັນ ແຂວງຜົ້ງສາລີ ຊຶ່ງມີປະຊາຊົນ 194 ຄອບຄົວຈາກເຈັດບ້ານ ເປັນຕົ້ນບ້ານ ຜາແຕ້ມ ແລະບ້ານແສງດາວເຮືອງ ຍ້ານມາເຕົ້າໂຮມກັນຢູ່ ປັດຈຸບັນເຖິງແມ່ນວ່າ ຄນະຈັດສັນເຂື່ອນ ຈະສຳເຣັດວຽກການ ໂຍກຍ້າຍ ແລະມີການເຮັດຣະບົບໂຄງຮາງພື້ນຖານ ໃຫ້ຄົບແລ້ວຕັ້ງແຕ່ຣະຫວ່າງ ປີ 2017 ແລະ 2018 ກໍຕາມແຕ່ປະຊາຊົນ ກໍຍັງມີບັນຫາຈົນ ຮອດດຽວນີ້.

ໂດຍສະເພາະແມ່ນບັນຫາດິນຈັດສັນ ເພື່ອທຳມາຫາກິນຢູ່ໄກເຖິງ 5 ກິໂລແມັດ ດັ່ງເຈົ້າໜ້າທີ່ທ່ານນຶ່ງ ຢູ່ເຂດນີ້ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນດຽວກັນນັ້ນວ່າ:

“ອັນບ່ອນທີ່ພັກອາໃສ ຂອງຊາວບ້ານບໍ່ ບ້ານເກົ່າຫັ່ນຖືກນ້ຳຖ້ວມ ຂະເຈົ້າກໍໄປໂຮມໄປຢູ່ບ່ອນນຶ່ງກວ່າ 194 ຫັລງຄາເຮືອນນັບແຕ່ໂຮມບ້ານ ໃໝ່ ກໍຍາກຢູ່ ໄປທຳມາຫາກິນກໍໄກ ຈັດສັນກໍຈັດສັນໄກ ແລ້ວບາດນີ້ ດິນມັນກໍໄກ ບາດນີ້ເຂົາກໍບໍຢາກໄປ ຫ່ັນນ່າ.”

ສ່ວນບ້ານຈັດສັນເຂື່ອນນ້ຳອູ 6 ຊຶ່ງມີປະຊາຊົນ 193 ຄອບຄົວໃນຫ້າບ້ານ ເຊັ່ນບ້ານໂກແມນ ຈາກເມືອງຜົ້ງສາລີ ເມື່ອໄວໆນີ້ ນາຍບ້ານ ບ້ານຈັດສັນແຫ່ງນີ້ ກໍກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ເຂື່ອນສ້າງສຳເຣັດ ຕັ້ງແຕ່ປີ 2017 ແລະການຈັດສັນ ກໍແລ້ວ ຕັ້ງແຕ່ປີ 2018 ແຕ່ມາ ຮອດປັດຈຸບັນ ປະຊາຊົນກໍຍັງບໍ່ສາມາດ ເຮັດອາຊີບໄດ້ຕາມທີ່ ຄນະຈັດສັນເຂື່ອນສົ່ງເສີມໃຫ້ເຮັດ; ຄນະຈັດສັນ ມີແຕ່ລົງມາແນະນຳ ແລະ ເອົາສັດລ້ຽງມາໃຫ້ ແຕ່ບໍ່ເຄີຍພາໄປອົບຮົມ ຫລື ບໍ່ເຄີຍມາອົບຮົມ ໃຫ້ທີ່ບ້ານຈັດສັນເລີຍ

“ເຂົາຈັດສັນ ແຕ່ວ່າ ເຮົາກໍຢາກຮູ້ຢາກໄປຝຶກອົບຮົມ ໄທເຮົານີ່ບໍຮູ້ແມ່ນບໍ່ ຄັນເຮົາບໍໄດ້ຮຽນ ບໍໄດ້ຝຶກອົບຮົມ ມັນບໍຮູ້ແມ່ນບໍ່ ວິີທີລ້ຽງໝູເພິ່ນ ລ້ຽງຈັງໃດ ໃຫ້ມັນກໍກຸ້ມ ພໍຢູ່ຫັ່ນໜາ ແລ້ວກໍປາຫັ່ນ ປາກໍຄືກັນ ປາກະຊັງ ເຮັດຈັງໃດ.”

ບ້ານຈັດສັນເຂື່ອນນ້ຳອູ 7 ຢູ່ເມືອງຜົ້ງສາລີ ຊຶ່ງມີປະຊາຊົນເຂດຊົນເຜົ່າ 400 ຄອບຄົວ ຈາກບ້ານສົບກັ້ງ ບ້ານຈະເຣີນ ບ້ານຕາຕຸງ ແລະ ບ້ານຫາດຫິນ ຍ້າຍມາຢູ່ບ້ານຈັດສັນ ເມື່ອຕົ້ນປີ 2019. ປະຊາຊົນທີ່ອາໃສ ຢູ່ເຂດນີ້ ກໍບອກວ່າ ປັດຈຸບັນ ນອກຈາກ ໂຄງຮ່າງພື້ນຖານ ບໍໄດ້ມາດຕະຖານ ແລະ ດິນທຳການຜລິດ ກໍຍັງບໍ່ໄດ້ແລ້ວ ເງິນຊົດເຊີຍຣາຍເດືອນ ທີ່ຈະໃຫ້ເປັນເວລາສອງປີ ກໍຍັງບໍໄດ້ນຳອີກ; ດັ່ງ ປະຊາຊົນບ້ານຈັດສັນ ແຫ່ງນີ້ກ່າວວ່າ:

“ຄ່າຊົດເຊີຍເບັ້ຍອັດຕາ ໃຫ້ພໍ່ແມ່ປະຊາຊົນການໂຍກຍ້າຍອັນນີ້ ກໍຍັງບໍໄດ້ເທື່ອ ນ້ຳນີ້ກໍເຂົາກໍສ້າງນ້ຳລິນໃຫ້ ແຕ່ວ່າຍັງບໍໄດ້ມາດຕະຖານ ເຂົາອອກແບບຢູ່ຫ້ວຍນ້ຳ ມັນບໍໄດ້ມາດຕະຖານ.”

ກ່ຽວກັບການແກ້ໄຂບັນຫາໃຫ້ປະຊາຊົນບ້ານຈັດສັນ ເຂື່ອນນ້ຳອູ ໃນເຂດຜົ້ງສາລີທັງ 4 ແຫ່ງ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ເຖິງຫ້ອງການ ຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຜົ້ງສາລີ ແຕ່ເຈົ້າໜ້າທີ່ບອກໃຫ້ ຕິດຕໍ່ຫ້ອງການ ຜແນກພລັງງານ ແລະ ບໍ່ແຮ່ ຂອງແຂວງ ຍ້ອນຜແນກດັ່ງກ່າວ ເປັນຄນະຈັດສັນເຂື່ອນ ທັງ 4 ແຫ່ງນັ້ນ, ແຕ່ເຈົ້າໜ້າທີ່ຫ້ອງການ ຜແນກພລັງງານ ແລະ ບໍ່ແຮ່ ບໍ່ສະດວກສະບາຍ ໃຫ້ຄຳຕອບ ໃນເວລານີ້.

ຢ່າງໃດກໍຕາມໃນວັນທີ່ 17 ກໍຣະກະດາ ປີ 2019 ນີ້ ທ່ານ ຄຳຜອຍ ວັນນະສານ ຮອງເຈົ້າແຂວງ ແຂວງຜົ້ງສາລີ ກໍໄດ້ລົງໄປຢ້ຽມຢາມ ປະຊາຊົນເຂດບ້ານຈັດສັນ ເຂື່ອນນ້ຳອູທັງສີ່ ແລະໄດ້ສັ່ງໃຫ້ພາກສ່ວນກ່ຽວຂ້ອງ ຟ້າວແກ້ໄຂບັນຫາ ທີ່ຄ້າງຄາ ໃນເຂດ ບ້ານຈັດສັນທັງສີ່ ໃນນັ້ນເປັນຕົ້ນ ເຣື່ອງການຈັດສັນທີ່ດິນ ບ່ອນທາມາຫາກິນ ແລະອາຊີບ ໃຫ້ພວກເຂົາເຈົ້າ ລວມເຖິງໃຫ້ການຊ່ວຍເຫລືອ ແກ່ຜູ້ປະສົບ ຜົນກະທົບ ທາງອ້ອມຈາກເຂື່ອນ ທັງສີ່ແຫ່ງ ແຕ່ບໍ່ຖືກໂຍກຍ້າຍ ຊຶ່ງມີເຖິງ 400 ຄອບຄົວ ຢູ່ເມືອງໃໝ່ ແລະເມືອງຍອດອູ ນັ້ນນຳ.

ປັດຈຸບັນ ເຂື່ອນນ້ຳອູທັງສີ່ແຫ່ງ ໄດ້ສຳເຣັດໄປແລ້ວຕັ້ງແຕ່ປີ 2017 ຈຳນວນສອງເຂື່ອນ ຄືເຂື່ອນນ້ຳອູຫ້າ ຂນາດ 240 ເມກາວັດ ແລະເຂື່ອນນ້ຳອູຫົກ ຂນາດ 180 ເມກາວັດ ສ່ວນເຂື່ອນນ້ຳອູສີ່ ຂນາດ 132 ເມກາວັດນັ້ນ ຕາມແຜນຈະເລີ້ມ ທົດລອງ ຜລິດໄຟຟ້າ ໃນເດືອນຕຸລາ ປີ 2020 ແລະ ຈະສຳເຣັດໃນປີ 2021 ສ່ວນເຂື່ອນນ້ຳອູເຈັດ ຂນາດ 210 ເມກາວັດ ຕາມແຜນ ຈະສຳເຣັດໃນເວລາ ໃກ້ຄຽງກັນກັບເຂື່ອນນ້ຳອູສີ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.