ລາວ ບໍ່ມີແຜນ ຈັດກິດຈະກຳ ວັນສາກົນ ຕ້ານການສ້າງເຂື່ອນ

“ວັນສາກົນ ຕ້ານການສ້າງເຂື່ອນ” 14 ມີນາ ແຕ່ຜູ້ນໍາລາວ ຫວັງຈະເຮັດໃຫ້ລາວ ກາຍເປັນໝໍ້ໄຟ ຂອງເອເຊຍ ຕາເວັນອອກສ່ຽງໃຕ້ ໃນ ປີ 2030.

ຮູບພາບປະກອບ: ເຂື່ອນນ້ຳອູ ແຫ່ງໜຶ່ງ ຢູ່ແຂວງຫຼວງພຣະບາງ. ວັນທີ 1 ເດີືອນຕຸລາ ປີ 2019. ຮູບພາບຈາກພົນລະເມືອງ

ວັນທີ 14 ມີນາ ຂອງທຸກປີ ເປັນວັນຕ້ານເຂື່ອນໂລກ ຖືເປັນວັນສໍາຄັນ ໃນການເຄື່ອນໄຫວ ເພື່ອປົກປ້ອງແມ່ນໍ້າ ແລະສິ່ງແວດລ້ອມ. ທຸກໆ ປີ ປະຊາຊົນທົ່ວໂລກ ຈະອອກມາຕໍ່ສູ້ ເພື່ອປົກປ້ອງແມ່ນໍ້າ ຮຽກຮ້ອງ ບໍ່ໃຫ້ມີການສ້າງເຂື່ອນ ແລະ ໃຫ້ຟື້ນຟູແມ່ນໍ້າ ໃຫ້ແມ່ນໍ້າໄຫຼໄດ້ ຢ່າງເສລີ.

ຢ່າງໃດກໍຕາມ ຢູ່ປະເທດລາວ ພາກສ່ວນທີ່ກ່ຽວຂ້ອງ ຄືກະຊວງພະລັງງານ ແລະບໍ່ແຮ່ ກໍບໍ່ໄດ້ມີແຜນຈັດກິດຈະກໍາ ໃນວັນຕ້ານເຂື່ອນໂລກ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງພະລັງງານ ແລະບໍ່ແຮ່ ທີ່ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມີນາ 2025 ນີ້ວ່າ:

“ກິດຈະກໍາກ່ຽວກັບເຂື່ອນ ບໍ່ ບໍ່ ບໍ່ມີເຈົ້າ ບໍ່ແນ່ໃຈຄືກັນວ່າ ຕ່າງແຂວງ ເຂົາ ເຈົ້າມີບໍ່ ເພາະວ່າ ຢູ່ກະຊວງບໍ່ມີ.”

ແຫຼ່ງພະລັງງານ ໄຟຟ້າ ຢູ່ລາວ

ປັດຈຸບັນ ຢູ່ປະເທດລາວ ມີແຫຼ່ງພະລັງງານໄຟຟ້າ ຈໍານວນ 98 ແຫ່ງ ລວມກໍາລັງຕິດຕັ້ງ 11 ພັນປາຍເມກາວັດ (MW). ໃນນີ້ ເປັນພະລັງງານນໍ້າ 81 ແຫ່ງ, ແສງຕາເວັນ 12 ແຫ່ງ, ຊີວະມວນ 4 ແຫ່ງ ແລະຄວາມຮ້ອນຖ່ານຫີນ 1 ແຫ່ງ.

ສະເພາະແຫຼ່ງພະລັງງານນໍ້າ ຫຼືເຂື່ອນໄຟຟ້າ ບໍລິສັດຜະລິດໄຟຟ້າລາວ ມະຫາຊົນ (EDL-Gen) ທີ່ຢູ່ພາຍໃຕ້ ລັດວິສາຫະກິດ ໄຟຟ້າລາວ ເປັນຜູ້ຄຸ້ມຄອງພຽງ 10 ແຫ່ງ ແລະເປັນຜູ້ຖືຫຸ້ນ 16 ແຫ່ງ. ສ່ວນທີ່ເຫຼືອ ເປັນຂອງບໍລິສັດເອກກະຊົນ ຈາກພາຍໃນ ແລະຕ່າງປະເທດ ໂດຍສະເພາະ ໄທ ແລະ ຈີນ.

ເຈົ້າໜ້າທີ່ ພາກປະຊາສັງຄົມ ທ່ານໜຶ່ງ ກ່າວວ່າ ທີ່ຜ່ານມາ ປະເທດລາວ ເນັ້ນການ

ສ້າງເຂື່ອນຫຼາຍ ແຕ່ບໍ່ໄດ້ເນັ້ນໃສ່ແຜນທຸລະກິດ ແລະການຕະຫຼາດ ເຮັດໃຫ້ການດໍາເນີນທຸລະກິດ ເກີດໜີ້ສິນມະຫາສານ ເຫັນໄດ້ ຈາກກໍລະນິບໍລິສັດ ພາວເວີ ໄຊນາ ຟ້ອງຮ້ອງລັດວິສາຫະກິດ ໄຟຟ້າລາວ ກໍລະນີບໍ່ຈ່າຍໜີ້ ຂອງເຂື່ອນນໍ້າອູ ຈໍານວນ 555 ລ້ານໂດລ້າ ສະຫະລັດ.

ການຊື້-ຂາຍໄຟຟ້າ ໃຫ້ຕ່າງປະເທດ

ສ່ວນເຂື່ອນໃນລາວ ທີ່ຢູ່ໃນຂັ້ນຕອນການສ້າງ ແລະມີແຜນຈະສ້າງ ທີ່ມີການເຊັນສັນຍາ ຊື້-ຂາຍໄຟຟ້າ ກັບໄທແລ້ວນັ້ນ ລັດວິສາຫະກິດໄຟຟ້າລາວ ມີຂໍ້ຈໍາກັດໃນການຕໍ່ລອງ ຈຶ່ງຈໍາເປັນ ຕ້ອງຂາຍໄຟຟ້າ ໃນລາຄາຖືກ. ຫາກມີການສ້າງເຂື້່ອນຕໍ່ ກໍຈະມີແຕ່ຫຼຸບທຶນ ແລະສ້າງໜີ້ສິນ ເພີ່ມຂຶ້ນ ດັ່ງທ່ານກ່າວວ່າ:

“ເນັ້ນແຕ່ການສ້າງເຂື່ອນ ບໍ່ໄດ້ເນັ້ນເລື່ອງການຫາຕະຫຼາດ ຜ່ານມາ ມັນເຮັດໃຫ້ເຂື່ອນມັນລົ້ນແລ້ວ ເຂື່ອນ ມັນຢູ່ໂຕແລ້ວ ເຮັດໃຫ້ໜີ້ສິນ ມັນເພີ່ມຂຶ້ນ ທຸກມື້. ອັນນີ້ ແມ່ນເປັນຕົວຊີ້ວັດ ໂຕທີ່ເຂົາຟ້ອງ ນີ້ແຫຼະ. ໄທເອົາຢູ່ ແຕ່ວ່າຊື້ໃນລາຄາຖືກ. ອໍານາດໃນການຕໍ່ລອງ ຂອງຝ່າຍກົງກັນຂ້າມ ມັນບໍ່ມີ, ຈໍາເປັນໄດ້ຂາຍ ໃນລາຄາຖືກ ແຕ່ວ່າ ຂາຍໃນລາຄາຖືກກໍຫຼຸບທຶນ. ຖ້າຈະເດີນໜ້າສ້າງຕໍ່ໄປ ກໍຈະມີແຕ່ຫຼຸບທຶນ.”


ຂ່າວ ກ່ຽວກັນ

ຣັຖບານລາວ-ໄທບໍ່ສົນ NGOs

ວັນຕ້ານ ເຂື່ອນ ໂລກ

ຊາວໄທທີ່ຕໍ່ຕ້ານເຂື່ອນ


ນອກຈາກນີ້ ຜົນກະທົບທີ່ຈະແຈ້ງຈາກການສ້າງເຂື່ອນໄຟຟ້າ ກໍແມ່ນຜົນກະທົບດ້ານສິ່ງແວດລ້ອມ ທີ່ສົ່ງຜົນກະທົບ ໂດຍກົງ ຕໍ່ວິຖີຊີວິດ ແລະຄວາມເປັນຢູ່ ຂອງປະຊາຊົນ ທີ່ອາໄສໃນພື້ນທີ່ສ້າງເຂື່ອນ. ປະຊາຊົນຕ້ອງສູນເສຍ ດິນທໍາການຜະລິດ ການປູກຝັງ ແລະລ້ຽງສັດ ແລະ ໃນຊ່ວງລະດູຝົນ ເມື່ອເຂື່ອນປ່ອຍນໍ້າ ກໍເຮັດໃຫ້ເກີດມີດິນເຈື່ອນ ເພີ່ມຂຶ້ນ, ດັ່ງຊາວບ້ານ ທີ່ໄດ້ຮັບຜົນກະທົບ ຈາກເຂື່ອນນໍ້າອູ 3 ຢູ່ເມືອງງອຍ ແຂວງຫຼວງພຣະບາງ ທ່ານໜຶ່ງ ກ່າວວ່າ:

“ຜົນກະທົບທາງດ້ານເສດຖະກິດນີ້ນ່າ ກໍມີຫຼາຍຢ່າງ ທາງໄປທາງມາ ເຂົ້າບ້ານ ອັນສອງມາ ເນື້ອທີ່ທໍາການຜະລິດ ຂອງພໍ່ແມ່ ປະຊາຊົນນີ້ ຖືວ່າຫຼຸດລົງ ຫຼຸດແທ້ ເນື້ອທີ່ທໍາການຜະລິດ ມັນເສຍຫຼາຍໂພດ. ມັນເຮັດຂົວ ເຮັດທາງ ຫຼັງຈາກເຂື່ອນນໍ ແຕ່ລະປີ ລະດູຝົນ ຫັ້ນນ່າ ປ່ອຍນໍ້າອອກ ເຊາະເຈື່ຶອນ ກໍຫຼາຍເຕີບ ບາງຄອບຄົວນີ້ ລອຍຢູ່ຕາຝັ່ງເລີຍ ເຮືອນຫັ້ນນ່າ.”

ຫາກແຫລ່ງພະລັງານໄຟຟ້າ ຢູ່ລາວ ຖືກສ້າງຂຶ້ນ ຄົບທຸກໂຄງການ, ລາວຈະມີໄຟຟ້າ ເຖິງ 28,000 ເມກະວັດ ຊຶ່ງທາງການລາວ ອ້າງວ່າ ຈະເປັນ ແບັດເຕີຣີ ຂອງອາຊຽນ ທ່າມກາງຂໍ້ກັງວົນ ເລື່ອງຜົນກະທົບ ຕໍ່ສິ່ງແວດລ້ອມ ແລະສັງຄົມມາຢ່າງຕໍ່ເນື່ອງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org