ຊາວໄທທີ່ຕໍ່ຕ້ານເຂື່ອນ

ຈໍາປາທອງ
2015.03.10
f-mk ການພັທນາ ເຂື່ອນໄຟຟ້າ ຕ້ອງຮັບປະກັນ ຄວາມຍືນຍົງ (ຮູປຖ່າຍແມ່ນໍ້າຂອງ ຢູ່ເຂດສີ່ພັນດອນ)
RFA

ຫລາຍ ອົງການ ຈັດຕັ້ງ ຮວມທັງ ຄນະ ກັມການ ສິດທິ ມະນຸດ ແຫ່ງຊາດ ຂອງໄທ, ອົງການ ປົກປ້ອງ ສັດປ່າ ໂລກ ປະເທສ ໄທ ແລະ ເຄືອຂ່າຍ ປະຕິຮູບ ທີ່ດິນ ພາກອິສານ ຈະ ຈັດງານ ລະລຶກ ເຖິງ ການຕໍ່ສູ້ ຂອງ ຄົນຫາປາ ຕ້ານການ ສ້າງ ເຂື່ຶອນ ປາກມູນ ຄົບຮອບ 20 ປີ ພາຍໃຕ້ ຫົວຂໍ້ວ່າ “2 ທົສວັດປາກມູນ”. ພິທີ ດັ່ງກ່າວ ຈັດຂຶ້ນ ເປັນ ຄັ້ງທີ 2 ເນື່ອງ ໃນໂອກາດ ວັນຢຸດ ເຂື່ອນ ໂລກ ທີ່ ຫ້ອງ ປະຊຸມ ເມືອງ ໂຂງຈຽມ ແຂວງ ອຸບົນ ຂອງໄທ ແລະທີ່ ສີພັນດອນ ເມືອງໂຂງ ແຂວງ ຈໍາປາສັກ ຂອງລາວ ແຕ່ວັນທີ 13 ເຖິງ ວັນທີ 16 ມິນາ 2015. ຕາມ ແຫລ່ງຂ່າວ ໄທ.

ໃນງານ ດັ່ງກ່າວ ຈະມີທັງ ເວທີ ສາທາຣະນະ 2 ທົສວັດ ປາກມູນ, ມີການ ປາຖະກະຖາ ເຣຶ່ອງ “ການຣະເມີດ ສິດທິ ມະນຸດ ຂ້າມ ຊາຍແດນ”, ເວທີ ວິພາກ ນະໂຍບາຍ ການ ພັທນາ ລຸ່ມ ແມ່ນໍ້າຂອງ, ໂຄງການ ສ້າງ ເຂື່ຶອນ ໃສ່ ແມ່ນໍ້າຂອງ, ຈະມີການ ລ່ອງ ສັມພັດ ຄວາມງາມ ”ແມ່ນໍ້າ ມູນ ແລະ ແມ່ນໍ້າຂອງ”

ແຫລ່ງຂ່າວ ເວົ້າຕື່ມ ອີກວ່າ ຜູ້ ເຂົ້າຮ່ວມ ງານ ຈະເດີນທາງ ໄປເຂດ “ສີ່ພັນດອນ” ໃນ ບໍຣິເວນ ທີ່ ຄາດວ່າ ຈະມີການ ກໍ່ສ້າງ ເຂື່ອນ ດອນສະໂຮງ ໃສ່ ແມ່ນໍ້າຂອງ ໃນເຂດ ເມືອງ ໂຂງແຂວງ ຈໍາປາສັກ ຂອງລາວ ໃນວັນທີ 15 ມິນາ 2015. ໃນນັ້ນ ຈະໄປ ຄອນພະເພັງ, ຂີ່ເຮືອໄປ ຮູ ສະດໍາ, ຮູ ສະໂຮງ, ຮູ ຊ້າງເຜືອກ, ໄປ ຫລີ່ຜີ ແລະ ແຫ່ງອື່ນໆ ຕາມແຜນ.

ພ້ອມກັນ ນັ້ນ ຊຸມຊົນ ຊາວໄທ ແຂວງ ຊຽງຮາຍ ທີ່ ຢູ່ ແຄມ ແມ່ນໍ້າຂອງ ກໍຈັດ ພິທີການ ຕ່າງໆ ຕາມຮິມ ແມ່ນໍ້າຂອງ ເພື່ອ ສລອງວັນ ປົກປ້ອງ ແມ່ນໍ້າ ສາກົນ ປີທີ 18 ເພື່ອ ຍົກຣະດັບ ຂອງ ຄວາມ ພຍາຍາມ ໃນການ ປົກປ້ອງ ແລະ ຮັກສາ ແມ່ນໍ້າຂອງ ບໍ່ໃຫ້ ມີການ ສ້າງ ເຂື່ອນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.