ຣັຖບານລາວ-ໄທບໍ່ສົນ NGOs
2016.11.15
ໃນຣະຍະຜ່ານມາ ການສ້າງເຂື່ອນ ໄຊຍະບູຣີ, ດອນສະໂຮງ ແລະ ເຂື່ອນ ປາກແບງ ໃນລາວ ທີ່ກໍາລັງ ຢູ່ໃນ ຂັ້ນຕອນ ການວາງແຜນ ສ້າງ ແລະ ກໍາລັງ ກໍ່ສ້າງ ແມ່ນບໍ່ ຟັງຫາງສຽງ ທັກທ້ວງ ຂອງຜູ້ໃດ ເຖິງແມ່ນວ່າ ຫຼາຍອົງການ ທີ່ບໍ່ຂຶ້ນກັບ ຣັຖບານ ຈະນໍາຜົລ ວິຈັຍ ທີ່ເວົ້າເຖິງ ຜົລກະທົບ ຈາກການສ້າງ ເຂື່ອນ ມາຊີ້ແຈງ ໃຫ້ຟັງແລ້ວ ກໍຕາມ. ຕາມຄໍາເວົ້າ ຂອງ ຍານາງ ພຽນພອນ ດີເທດ ແກນນໍາ ຜູ້ ປະສານງານ ການລົນຣົງ ປະເທດໄທ ອົງການ ແມ່ນໍ້າສາກົລ International Rivers ຫລື NGO ຕໍ່ຕ້ານເຂື່ອນ ໃນ ແມ່ນໍ້າຂອງ ຕໍ່ RFA ເມື່ອໄວໆ ມານີ້:
"ຍານາງ ເວົ້າວ່າ ຕອນປີ 2012 ເຮົາເຄີຍສເນີ ມັນຈະມີ ພລັງງານລົມ ພລັງງານ ແສງອາທິດ ຫລື ພລັງງານ ໜູນວຽນ ອື່ນໆ ທີ່ຈະເປັນ ທາງເລືອກ ໄດ້ ແລະກໍ ຢັ້ງຢືນ ກວ່າ ແຕ່ວ່າ ພາກຣັຖ ຫລື ບໍຣິສັດ ເອກຊົນ ທີ່ຢາກ ຈະລົງທຶນ ຂນາດໃຫຍ່ ເຫັນວ່າ ທາງເລືອກ ເຫລົ່ານີ້ ຣັຖບານ ກໍບໍ່ໄດ້ ສົນໃຈ. ກໍຍັງເດີນໜ້າ ໂຄງການ ອື່ນໆຕໍ່ ຄືຕອນນີ້ ກໍຈະມີ ເຂື່ອນ ປາກແບງ ຊຶ່ງ ເປັນເຂື່ອນ ແຫ່ງທີ 3 ທີ່ຈະສ້າງ ທີ່ແຂວງ ອຸດົມໄຊ ເປັນຕົ້ນ".
ຍານາງ ເວົ້າວ່າ ການສ້າງເຂື່ອນ ໄຊຍະບູຣີ ແລະ ດອນສະໂຮງ ສົ່ງ ຜົລກະທົບ ຕໍ່ຊາວປະມົງ ຊາວກະເສຕກອນ ທີ່ ຢູ່ແຄມນໍ້າຂອງ ທັງໃນ ປະເທດໄທ ແລະລາວ ຈໍານວນຫຼາຍ ເນື່ອງຈາກວ່າ ທັມຊາດ ຂອງນໍ້າ ຈະ ບໍ່ຄືເກົ່າ.
ຍານາງ ພຽນພອນ ກ່າວຕໍ່ໄປວ່າ ຜົລການວິຈັຍ ດັ່ງກ່າວ ກໍມີການສເນີ ຕໍ່ ທາງການ ລາວ, ໄທ, ຈີນ, ແລະ ມາເລເຊັຽ ທີ່ຮ່ວມລົງທຶນ ກ່ຽວກັບເຂື່ອນ ໃນແມ່ນໍ້າຂອງ ແລ້ວ ແຕ່ການສ້າງ ເຂື່ອນ ກໍຍັງເດີນໜ້າ ຢູ່ໃນ ປັດຈຸບັນ. ພ້ອມກັນນັ້ນ ທ່ານ Gordon Hall Congdon ຜູ້ຈັດການ ຝ່າຍ ອະນຸຮັກ ສັດນໍ້າ ໃນ ພູມີພາກ ອາຊຽນ ຂອງ ມູນນິທິ ເພື່ອ ສັດປ່າໂລກ WWF ກໍໄດ້ກ່າວ ຕໍ່ RFA
"ທ່ານກ່າວ ມີໃຈຄວາມວ່າ ມີອີກທາງ ເລືອກ ທີ່ WWF ເຮັດຢູ່ເອີ້ນວ່າ ວິໃສທັສ ຂແນງ ພລັງງານ ທີ່ ບົ່ງບອກວ່າ ເປັນໄປໄດ້ ທີ່ເຮົາ ສາມາດ ຫາທາງອື່ນ ທີ່ດີກວ່າ ເປັນຕົ້ນ ພລັງງານ ແສງອາທິດ ແລະ ພລັງງານນີ້ ທົດແທນ ອື່ນໆ ທີ່ສາມາດ ນໍາໄປໃຊ້ໄດ້ ໃນ ອະນາຄົດ".
ສ່ວນນາງ ຈັນຜິວ ຫຼວງພິມມະຈິດ ຈາກກົມ ຊັພຍາກອນນໍ້າ ກະຊວງ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ຂອງ ລາວ ກໍບອກວ່າ:
"ສ່ວນຫລາຍ ທີ່ເຂື່ອນ ສ້າງສໍາເຣັດ ມີການພັທນາ ຊີວິດ ຂະເຈົ້າ ດີຂຶ້ນ ມີບ້ານນຶ່ງ ຖືກໂຍກຍ້າຍ ຄືນມາ ໂດຍທີ່ ອົງການເຮົາ ໄປຈັດສັນ ໃຫ້ເພິ່ນ ກໍວ່າໂອເຄ ເພາະວ່າ ປະຊາຊົນ ຢູ່ເນີນເຄິງ ພູເນາະ ຖືວ່າ ຊີວິດ ຂອງຂະເຈົ້າ ກໍດີຂຶ້ນ ຍ້ອນວ່າ ເສຖກິດ ຄອບຄົວ ມີເຮືອນນໍ".
ແຕ່ສະຖິຕິ ການວິຈັຍ ຂອງເຄືອຂ່າຍ ປະຊາຊົນ 8 ແຂວງ ແຄມແມ່ນໍ້າຂອງ ຂອງໄທ ກໍລຸບ ຜົລແລ້ວວ່າ ຫາກເຂື່ອນ ໄຊຍະບູຣີ ແລະ ເຂື່ອນ ດອນສະໂຮງ ສ້າງ ສໍາເຣັດແລ້ວ ປາ 70 ເປີເຊັນ ປາຍ ທີ່ເຄີຍຂຶ້ນ ມາວາງໄຂ່ ໃນ ແມ່ນໍ້າຂອງ ຢູ່ໄທ ແລະລາວ ນັ້ນ ຈະຫາຍໄປ.