ວັນຕ້ານ ເຂື່ອນ ໂລກ
2016.03.15

ວັນທີ 14 ມິນາ, ວັນຕ້ານ ເຂື່ອນ ໂລກ ເປັນວັນສຳຄັນ ໃນການ ເຄື່ອນໄຫວ ເພື່ອ ປົກປ້ອງ ແມ່ນ້ຳ ແລະ ສິ່ງແວດລ້ອມ. ທຸກໆປີ ມີ ປະຊາຊົນ ໃນ ທົ່ວໂລກ ພາກັນ ສລອງ ແລະ ຕໍ່ສູ້ເພື່ອ ປົກປ້ອງ ແມ່ນ້ຳ ໃນໂລກ, ຮຽກຮ້ອງ ໃຫ້ເອົາເຂື່ອນ ອອກໄປ ແລະ ຟື້ນຟູ ຈາກ ແມ່ນ້ຳ. ວັນທີ 14 ມິນາ ນີ້ ເປັນມື້ທີ່ ຜູ້ຄົນຮຽກຮ້ອງ ທວງໃຫ້ ບັນດາ ຜູ້ຕັດສິນ ບັນຫາ ຢູ່ປະເທດ ຕ່າງໆ ປັບປຸງ ນະໂຍບາຍ ແລະ ພາກ ປະຕິບັດ ຂອງຕົນ. ໂດຍ ທົ່ວໄປແລ້ວ ຈະມີການ ຈັດກິຈກັມ ເພື່ອປົກປ້ອງ ສະພາບ ແວດລ້ອມ ແລະ ຕ້ານ ການສ້າງ ເຂື່ອນ. ເວົ້າສະເພາະ ອົງການ ພິທັກ ສິ່ງແວດລ້ອມ (Terra) ແລ້ວແມ່ນ ໄດ້ຈັດກິຈກັມ ຕ່າງໆ ຕລອດປີ. ຕາມຄຳເວົ້າ ຂອງ ທ່ານ ສີສຸວັນ ຜູ້ ອຳນວຍການ ອົງການ ພິທັກ ສິ່ງແວດລ້ອມ (Terra) ໃນ ປະເທດໄທ ຕໍ່ ວິທຍຸ ເອເຊັຽເສຣີ ໃນວັນ ຕ້ານ ເຂື່ອນ ໂລກ:
"ທ່ານ ກ່າວວ່າ ທີ່ຜ່ານມາ ເຮົາ ຈັດກິຈກັມ ເປັນໂຄງການ ໂຄງການໄປ ເຮົາກໍເຮັດ ການຣະດົມ ຜູ້ຄົນຕລອດ ທັງປີ ເຮົາຕິດຕາມ ສັງເກດ ເຂື່ອນຕ່າງໆ ທັງເຂື່ອນ ແມ່ນ້ຳຂອງ ແລະ ເຂື່ອນ ແມ່ນ້ຳ ສາລະວິນ. ກ່ຽວກັບ ການສລອງ ວັນທີ 14 ມິນາ ນີ້ ມີອົງການໃດ ຈັດ ເຮົາມີໂອກາດ ເຮົາ ກໍໄປຮ່ວມນຳ".
ເວົ້າເຣື່ອງ ເຂື່ອນ ແມ່ນ້ຳຂອງ ໂດຍສະເພາະ ເຂື່ອນ ດອນສະໂຮງ ພາກໃຕ້ ຂອງລາວ ທ່ານບອກວ່າ ໜ້າເສັຽດາຍ ແທ້ໆທີ່ ທາງການລາວ ຕັດສິນໃຈ ເລືອກສ້າງ ເຂື່ອນນີ້ ເພື່ອຜລິດ ກະແສ ໄຟຟ້າ 260 ເມັກກາວັດ ຂາຍ ແທນທີ່ ຈະຫາທາງ ເລືອກອື່ນ ໃນການ ພັທນາ ເສຖກິຈ:
"ທ່ານ ກ່າວວ່າ ເຣື່ອງເຂື່ອນ ຊຶ່ງດຽວນີ້ ມີການເວົ້າກັນ ເຣື່ອງ ເຂື່ອນ ດອນສະໂຮງ ໃນເຂດ ສີພັນດອນ ພາກໃຕ້ ຂອງລາວ ດ້ານດີ ທ່ານຄິດວ່າ ແທບຈະ ບໍ່ເວົ້າເຖິງ ເລີຍ ມັນບໍ່ມີ ເບິ່ງແບບໃຫ້ ຄວາມເປັນທັມ ຂໍ້ດີກໍຄືໄດ້ ໄຟຟ້າ ແຕ່ ໄຟຟ້າ ທ່ານຄິດວ່າ ເຮົາມີທາງ ເລືອກ ອື່ນ".
ການຕັດສິນໃຈ ຂອງ ທາງການລາວ ນັ້ນ ກຳລັງ ເອົາຄວາມສົມບູນ ຂອງ ທັມຊາດ ອັນເປັນສິ່ງ ທີ່ສຳຄັນ ຫຼາຍ ຕໍ່ວິຖີຊີວິດ ແລະ ການດຳເນີນ ກິຈກັມ ທາງ ເສຖກິດ ຂອງ ຊາວບ້ານ ມາແລກກັບ ໄຟຟ້າ. ນັ້ນເປັນ ການຕັດສິນໃຈ ທີ່ໜ້າ ຕຳນິ ຢ່າງຍິ່ງ ທີ່ ເຫັນແກ່ ແຕ່ຜົລປະໂຫຍດ ຣະຍະສັ້ນໆ ແລະວ່າ ທັມຊາດ ອັນ ອຸດົມສົມບູນ ບໍ່ມີທາງ ທີ່ ມະນຸດເຮົາ ຈະສາມາດ ສ້າງຂຶ້ນມາໄດ້ ຄືນອີກ ບໍ່ວ່າ ຈະໃຊ້ເວລາ ດົນນານ ປານໃດ ກໍຕາມ. ວິຖີຊີວິດ ຂອງ ຊາວປະໂມງ ການ ທ່ອງທ່ຽວ ທີ່ ມີຫຼວງຫຼາຍ ຈາກ ຄວາມໂດດເດັ່ນ ຂອງ ທັມຊາດ ບໍ່ວ່າຈະເປັນ ແມ່ນໍ້າ ພູຜາ ປ່າດົງ ກໍຈະໄດ້ຮັບ ຜົນກະທົບ ທັງນັ້ນ.
ທ່ານປຽບທຽບ ສີພັນດອນ ໃສ່ ກັບແຂວງ ກຣະບີ່ ຂອງໄທ ຊຶ່ງ ທາງການໄທ ຢາກສ້າງເຂື່ອນ ໄຟຟ້າ ໃສ່, ແຕ່ຖືກ ຊາວກຣະບີ່ ຕໍ່ສູ້ຄັດຄ້ານ ຢ່າງແຂງແຮງ. ທັງ ກຣະບີ່ ທັງ ສີພັນດອນ ເປັນບ່ອນ ທ່ອງທ່ຽວ ທີ່ ດຶງດູດ ຜູ້ຄົນ ມາທ່ຽວຫຼາຍ.
ວັນທີ 14 ມິນາ, ວັນຕໍ່ຕ້ານ ເຂື່ອນ ສາກົນ ເພື່ອ ປົກປ້ອງ ແມ່ນໍ້າ ແລະ ສິ່ງແວດລ້ອມ ຖືກ ຮັບຮອງ ເອົາຢູ່ໃນ ກອງປະຊຸມ ນາໆຊາດ ຄັ້ງທໍາອິດ ຂອງ ປະຊາຊົນ ທີ່ໄດ້ຮັບ ຜົນກະທົບ ຈາກ ເຂື່ອນຕ່າງໆ. ກອງປະຊຸມ ຄັ້ງນີ້ ຖືກຈັດຂຶ້ນ ຢູ່ ປະເທສ ເບຣຊິລ ໃນເດືອນ ມິນາ 1997 ໂດຍມີ ຜູ້ຕາງໜ້າ ຈາກ 20 ປະເທດ ໃນໂລກ ຕົກລົງກັນ ເອົາວັນ ດັ່ງກ່າວ ເປັນວັນ ເຄື່ອນໄຫວ ຕ້ານເຂື່ອນ.