ດອນສະໂຮງບໍ່ແມ່ນບ່ອນ ຫາປາ ອີກແລ້ວ

ໄມຊູລີ
2017.06.12
f-donsahong ຊາວລາວ ຫາປາ ຕາມຂົງເຂດ ສາຍນໍ້າຂອງ ທີ່ຈະມີການ ກໍ່ສ້າງເຂື່ອນ ດອນສະໂຮງ
RFA

ປະຊາຊົນຜູ້ຖືກຜົນກະທົບ ຈາກໂຄງການກໍ່ສ້າງ ເຂື່ອນດອນສະໂຮງ ຢູ່ເມືອງໂຂງ ແຂວງຈໍາປາສັກ ກ່າວຕໍ່ ວິທຍຸເອເຊັຍເສຣີ ວ່າປັຈຈຸບັນ ປະຊາຊົນ ທີ່ມີອາຊີພ ຫາປາ ບໍ່ສາມາດ ຫາປາໄດ້ ຄືແຕ່ກ່ອນ ຍ້ອນວ່າຖືກ ທາງການຫ້າມບໍ່ໃຫ້ ໄປຫາປາ ໃນບໍຣິເວນດັ່ງກ່າວ ຫລັງຈາກ ມີການກໍ່ສ້າງ ເຂື່ອນດອນສະໂຮງ. ດັ່ງຊາວບ້ານທ່ານນຶ່ງ ເວົ້າວ່າ:

“ສໍາລັບເມືອງໂຂງເຮົານີ ຫ້າມໝົດເລີຍ ເດັດຂາດແລ້ວ ຂາດການ ທໍາມາຫາກິນ ເຄີຍຫາປູຫາປາ ເຂົາບໍ່ໃຫ້ເອົາ ເຂົາບໍ່ໃຫ້ເອົາ ເດັດຂາດ ດຽວນີ້ ແຕ່ກ່ອນ ກໍຍັງພໍໄດ້ ດຽວນີ້ ບໍ່ໃຫ້ເອົາເດັດຂາດ ໃຊ້ລອກໃຊ້ຈານ ກໍບໍ່ໄດ້ ປະຊາຊົນ ຖືກຜົນກະທົບ ໜັກໜ່ວງ”.

ທ່ານກ່າວຕື່ມວ່າ ຜູ້ເຄີຍຫາປາ ກໍຕ້ອງປ່ຽນໄປ ເຮັດອາຊິພອື່ນ ສ່ວນຫຼາຍ ກໍໄປຮັບຈ້າງ ເປັນກັມມະກອນ ໃນໂຄງການ ກໍ່ສ້າງເຂື່ອນ ດອນສະໂຮງ, ແຕ່ປັຈຈຸບັນ ສ່ວນຫຼາຍ ກໍອອກການແລ້ວ ເພາະທາງໂຄງການ ໄດ້ຈ້າງກັມມະກອນ ຄົນຈີນ ແລະວຽດນາມ ຫຼາຍກວ່າ ຄົນລາວ.

ກ່ຽວກັບເຣື້ອງນີ້ ເຈົ້າໜ້າທີ່ ເມືອງໂຂງ ກ່າວວ່າ ທາງເມືອງ ໄດ້ສງວນພື້ນທີ່ພິເສດ ສໍາລັບອານຸຮັກ ພັນປາ ໃນບໍຣິເວນ ການກໍ່ສ້າງເຂື່ອນ ດອນສະໂຮງ ແລະ ບໍຣິເວນ ທີ່ເປັນ ທາງຂຶ້ນຂອງປາ, ໃນແກ່ງດອນສະໂຮງ ນັ້ນກໍບໍ່ມີ ປາຫລາຍ ແຕ່ໃນບໍຣິເວນ ອື່ນນັ້ນ ຍັງສາມາດ ຫາປາໄດ້ ເປັນປົກະຕິ ແລະປັຈຈຸບັນ ທາງເມືອງ ໄດ້ສົມທົບກັບ ໂຄງການ ເຂື່ອນ ດອນສະໂຮງ ໄດ້ສ້າງຮູ ສໍາລັບໃຫ້ປາຂຶ້ນ ຕື້ມອີກ ສອງສາມຮູ:

“ມັນກໍບໍ່ອຶດ ແຕ່ທາງຮູປາຂື້ນ ມັນເປັນສ່ວນໜື່ງ ຂອງຄົນທີ່ເພີ່ນ ອັນນັ້ນດອກ ດຽວນີ້ ປາເຂົາກອງໄດ້ ດີກັນຢູ່ ແຕ່ລະມື້ ແຕ່ລະມື້ ດຽວນີ້ ຮູປາຂື້ນ ເຮັດໃຫ້ປາ ຂື້ນ ສອງສາມຮູ ພຸ້ນແຮ່ງ ສະບາຍດຽວນີ້”.

ເຂື່ອນດອນສະໂຮງ ເປັນເຂື່ອນແຫ່ງທີ່ 2 ທີ່ສ້າງຂື້ນ ໃນແມ່ນໍ້າຂອງ ຢູ່ເມືອງໂຂງ ແຂວງຈໍາປາສັກ ຫລັງຈາກ ການກໍ່ສ້າງ ເຂື່ອນໄຊຍະ ບູຣີ, ເຂື່ອນດອນສະໂຮງ ມີພລັງຜລິດ ໄຟຟ້າ 260 ເມກາວັຕ ເຂື່ອນແຫ່ງນີ້ ໄດ້ສ້າງ ຄວາມກັງວົນ ແກ່ພາກສ່ວນຕ່າງໆ ໂດຍສະເພາະ ໃນດ້ານ ສິ່ງແວດລ້ອມ ແລະການ ທໍາລາຍແຫລ່ງ ເພາະພັນປາ ແລະ ແຫລ່ງອານຸຮັກ ພັນປາ ທີ່ສໍາຄັນ ຂອງແມ່ນໍ້າຂອງ. ປັຈຈຸບັນ ບໍຣິເວັນ ພື້ນທີ່ ດອນສະໂຮງ ເຫລືອປ່າຂ່າ ພຽງ 3 ໂຕ ເທົ່ານັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.