ຊາວໄທລຸ່ມນໍ້າຂອງຕໍ່ຕ້ານເຂື່ອນ ດອນ ສະໂຮງ
2015.01.05

ເຄືອຂ່າຍ ຊາວໄທ 8 ແຂວງ ແມ່ນໍ້າຂອງ ໃນວັນທີ່ 5 ມົກຣາ ນີ້ ໄດ້ສົ່ງ ຈົດໝາຍ ເຖິງກົມ ຊັພຍາກອນ ນໍ້າ ຂອງໄທ ອີກ ເທື່ອນຶ່ງ ເພື່ອ ຄັດຄ້ານ ໂຄງການ ສ້າງ ເຂື່ອນ ດອນສະໂຮງ ໃນພາກໃຕ້ ສຸດ ຂອງລາວ ທີ່ຄາດວ່າ ຈະ ເລີ້ມສ້າງ ໃນຕົ້ນປີ 2015 ນີ້ ໂດຍ ສະແດງ ຄວາມກັງວົນ ວ່າ ຫາກເຂື່ອນ ແຫ່ງນີ້ ຖືກ ສ້າງຂຶ້ນ ມັນ ຈະຕັດ ທາງການ ຂຶ້ນລົງ ຂອງປາ ທີ່ ປະຊາຊົນ ສອງຝັ່ງຂອງ ອາໄສ ສໍາລັບ ການລ້ຽງຊີບ. ດັ່ງທ່ານ ນິວັດ ຮ້ອຍແກ້ວ ຕົວແທນ ເຄືອຂ່າຍ ໄດ້ກ່າວ:
"ເຮົາຢາກໃຫ້ ທາງ ຜູ້ກ່ຽວຂ້ອງ ໄດ້ ຮັບຮູ້ວ່າ ຄົນລຸ່ມ ແມ່ນໍ້າຂອງ 8 ຈັງຫວັດ ໃນ ປະເທດໄທ ກໍຍັງ ຢືນຢັນວ່າ ເຮົາຄັດຄ້ານ ເຂື່ອນ ໃນ ແມ່ນໍ້າຂອງ ຊຶ່ງ ເຂື່ອນ ໄຊຍະບູຣີ ກໍຍັງເປັນ ເຂື່ອນນຶ່ງ ທີ່ມີ ບັນຫາ ໃນເຣື້ອງ ຟ້ອງສານ ກັນຢູ່ ແລ້ວກໍ ເຂື່ອນ ດອນ ສະໂຮງ ເປັນ ເຂື່ອນ ທີ່ເຮົາຄິດວ່າ ມັນມີ ຜົນກະທົບ ຫລາຍ ທີ່ສຸດ ເຣື້ອງ ແນວພັນປາ ແມ່ນໍ້າຂອງ ທີ່ ລອຍຂຶ້ນໄປ ອອກໄຂ່ ອັນນີ້ ເປັນ ເຣື້ອງໃຫ່ຍ ທີ່ພວກເຮົາ ເປັນຫ່ວງກັນ".
ທ່ານວ່າ ຫລາຍ ປີມານີ້ ເຄືອຂ່າຍ ຊາວບ້ານ ແຄມ ແມ່ນໍ້າຂອງ ໄດ້ຄັດຄ້ານ ການສ້າງ ເຂື່ອນ ດອນສະໂຮງ ມາຕລອດ, ພວກທ່ານ ໄດ້ ຍື່ນ ໜັງສື ຄັດຄ້ານ ຫາກົມ ຊັພຍາກອນ ນໍ້າ ໃນຣະຫ່ວາງ ການຈັດ ກອງປະຊຸມ ປຶກສາ ຫາລື ລ່ວງໜ້າ ທີ່ ຈັດຂຶ້ນ ໃນຫລາຍ ແຂວງ ຂອງໄທ ຕລອດ ປີ 2014 ໃນ ຈົດໝາຍ ສະບັບ ຫລ້າສຸດນີ້ ຄໍາຮຽກຮ້ອງ ຂອງ ທາງ ເຄື່ອຂ່າຍ ມີຄື:
1.ຢາກໃຫ້ ຂຍາຍ ເວລາ ການປຶກສາ ຫາລື ລ່ວງໜ້າ ໄປຕື່ມອີກ 6 ເດືອນ.
2.ຢາກໃຫ້ ຈັດ ກອງປະຊຸມ ປຶກສາ ຫາລື ລ່ວງໜ້າ ໃນທຸກໆ ເມືອງ ທີ່ຕັ້ງຢູ່ ແຄມ ນໍ້າຂອງ ຂອງໄທ.
3.ຢາກໃຫ້ ທາງການ ແປ ເອກກະສານ ກ່ຽວກັບ ໂຄງການ ເຂື່ອນ ດອນສະໂຮງ ທັງໝົດ ເປັນ ພາສາໄທ ແລະ ເຜີຽແພ່ ໃຫ້ ປະຊາຊົນ ຮູ້ຈັກ ລ່ວງໜ້າ.
4.ຢາກໃຫ້ ບໍຣິສັດ ເອກກະຊົນ ຜູ້ລົງທຶນ ກໍ່ສ້າງ ແລະ ໜ່ວຍງານ ຮັບຜິດຊອບ ຕ່າງໆ ສົ່ງຕົວແທນ ໄປຮັບຟັງ ຄໍາຄິດ ຄໍາເຫັນ ຂອງ ປະຊາຊົນ.
5.ການ ຕັດສີນໃຈ ຕ່າງໆ ໃນການສ້າງ ເຂື່ອນ ຕ້ອງຄໍານຶງ ເຖິງ ສິດທິ ມະນຸດຊົນ.
6.ການ ຕັດສີນໃຈ ກໍ່ສ້າງ ຕ້ອງໃຫ້ ສອດຄ່ອງ ກັບ ກົດໝາຍ ສິ່ງແວດລ້ອມ ຂອງ ປະເທດໄທ ແລະ ກົດໝາຍ ສາກົນ.