ກົມໃຫຍ່ສັນຕິບານ ເອີ້ນໂຕ ອະດີດ ປະທານ ໂບ

ໄຊຍາ
2018.09.07
F-BO ຍານາງ ພິຈິກາ ບຸນກວ້າງ ອະດີດປະທານ ສະໂມສອນ ວຽງຈັນ ຢູໄນເຕັດ
Public Social media : Phijika BounKhouang

ວັນທີ 05 ກັນຍາ ທີ່ຜ່ານມາ ທ່ານ ວີເພັດ ສີຫາຈັກ ປະທານສະຫະພັນເຕະບານ ແຫ່ງຊາດລາວ ໄດ້ສົ່ງໜັງສືໄປຍັງ ຫົວໜ້າກົມໃຫຍ່ ສັນຕິບານ ກະຊວງປ້ອງກັນຄວາມສງົບ ໄດ້ກວດກາປວັດການເຄື່ອນໄຫວ ຂອງ ຍານາງ ພິຈິກາ ບຸນກວ້າງ ປະທານສະໂມສອນວຽງຈັນ ຢູໄນເຕັດ ທີ່ຖືກສະຫະພັນ ເຕະບານ ແຫ່ງຊາດລາວ ປະຕິບັດ ວິນັຍດ້ວຍການສັ່ງຫ້າມຫຍຸ້ງກ່ຽວກັບ ເຕະບານ ເປັນເວລາ 90 ວັນ ຍ້ອນການຖ່າຍທອດສົດ ເສັ້ນທາງເຂົ້າສູນຝຶກເຕະບານແຫ່ງຊາດ ເຊີ່ງມີສະພາບເປັນຂຸມ ແລະຂີ້ຕົມ.

ໜັງສືສະບັບດັ່ງກ່າວມີເນື້ອໃນວ່າ ສະຫະພັນເຕະບານ ແຫ່ງຊາດລາວ ສເນີໃຫ້ມີການກວດກາ ການເຄື່ອນໄຫວ ຂອງຄົນຕ່າງປະເທດ 1 ຄົນ ໄດ້ແກ່ ຍາງນາງ ພິຈິກາ ບູນກວ້າງ ສັນຊາດໄທ ຜູ້ກ່ຽວໄດ້ຮັບແຕ່ງຕັ້ງ ໃຫ້ເປັນປະທານ ສະໂມສອນ ວຽງຈັນ ຢູໄນເຕັດ ເມື່ອວັນທີ 17 ມີນາ 2018, ພາຍຫລັງ ໄດ້ຮັບການແຕ່ງຕັ້ງແລ້ວ ຍານາງ ພິຈິກາ ໄດ້ເຄື່ອນໄຫວ ຜ່ານສື່ອອນລາຍ FACEBOOK ມີເນື້ອໃນບໍ່ ເໝາະສົມ ແລະໃສ່ຮ້າຍຕໍ່ ສະຫະພັນເຕະບານແຫ່ງຊາດລາວ ແລະຂແນງການອື່ນໆ ຂອງຣັຖບານລາວ, ຫລັງຈາກຖືກປະຕິບັດວິນັຍ ແລ້ວຜູ້ກ່ຽວເກີດຄວາມບໍ່ພໍໃຈ ຈຶ່ງສືບຕໍ່ເຄື່ອນໄຫວ ທາງສື່ອອນລາຍເພີ່ມຕື່ມ.

ຕໍ່ປະເດັນນີ້ ແຟນບານລາວ ຄົນນຶ່ງສະແດງຄວາມເຫັນ ຕໍ່ວິທຍຸເອເຊັຍເສຣີ ວ່າ ການທີ່ສະຫະພັນເຕະບານແຫ່ງຊາດ ຕ້ອງການໃຫ້ ຕຳຣວດກວດກາ ການເຄື່ອນໄຫວຂອງ ຍານາງ ພິຈິກາ ນັ້ນເປັນເຣື່ອງບໍ່ສົມຄວນເຮັດ ເພາະບໍ່ແມ່ນເຣື່ອງໃຫຍ່ ທີ່ຈະຕ້ອງ ກວດກາ ຣະອຽດເຖິງຂັ້ນນັ້ນ ແທ້ຈິງຄວນເອີ້ນ ຍານາງ ມາໂອ້ລົມ ປັບຄວາມເຂົ້າໃຈກັນ ເພື່ອຫາທາງອອກ ດັ່ງ ທ່ານກ່າວວ່າ:

"ບໍ່ສອດຄ່ອງຕ້ອງໄດ້ປັບປຸງ ຕ້ອງໄດ້ເວົ້າກັນຄືນໃໝ່ ສະຫະພັນອັນນີ້ຫັ້ນນະ ເອົາທີ່ລາວວ່າລາວເວົ້າຫັ້ນ ມາເວົ້າມາຕັກເຕືອນວ່າ ໂອ້ເທື່ອໜ້າບໍ່ໃຫ້ລົງເຟສບຸກເດີ້ ເສັ້ນທາງນີ້ເຂົາຊິເຮັດແນວນີ້ ຍັງຫຍຸ້ງຍາກເຣື້ອງທຶນບໍ ເຣື່ອງຫຍັງກາລຸລ່ວງລາວກາໄດ້."

ທ່ານເວົ້າຕື່ມວ່າ ຕົນເຫັນວ່າຄັນ ຍານາງ ພິຈິກາ ໄດ້ໄປລົມກັບ ເຈົ້າໜ້າທີ່ຕຳຣວດແລ້ວ ຖືເປັນໂອກາດດີ ທີ່ ຍານາງຈະໄດ້ເວົ້າເຖີງ ຈຸດປະສົງຂອງການ ຖ່າຍທອດສົດໃນມື້ດັ່ງກ່າວ ແລະ ສະແດງໃຫ້ເຫັນວ່າ ນາງ ບໍ່ມີໄດ້ເຈຕນາ ເຮັດໃຫ້ພາກສ່ວນໃດ ເຊື່ອມເສັຍ.

ຫລ້າສຸດ ຍານາງ ພິຈິກາ ໄດ້ກ່າວໃນຊື່ອອນລາຍວ່າ ຕົນໄດ້ຮັບໝາຍເຊີນ ຈາກກົມຕຳຣວດຄຸ້ມຄອງ ຄົນຕ່າງປະເທດ ໃຫ້ໄປພົບເຈົ້າໜ້າທີ່ ເຊີ່ງນາງກໍຍິນດີ ຈະໄປໃນໄວໆນີ້ ໂດຍມີແຟນເຄຼິບ ຈຳນວນຫລາຍ ຊ່ອຍໃຫ້ກຳລັງໃຈ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.