ຄຳສັ່ງເລຂທີ 5/ນຍ ສາກົນ ບໍ່ໝັ້ນໃຈ
2018.05.31
ອົງການປົກປ້ອງສັດປ່າສາກົນ ປະຈຳພາກພື້ນ ບໍ່ເຊື່ອວ່າຄຳສັ່ງຂອງ ນາຍົກຣັຖມົນຕຣີ ເລກທີ 5/ນຍ ຫ້າມຄ້າສັດປ່າແລະນຳເຂົ້າ- ສົ່ງອອກ ສັດປ່າ ຮ່ວມທັງພຶກສາຊາດ ທີ່ຕ້ອງຫ້າມຊນິດຕ່າງໆ ທີ່ອອກໃຊ້ໃນເດືອນ ພຶສພາ ນີ້ຈະຖືກບັງຄັບໃຊ້ຢ່າງຈິງຈັງ ຍ້ອນວ່າໃນຣະຍະຜ່ານມາ ຣັຖບານກໍມີມາຕການ ຫ້າມເປີດຟາມລ້ຽງ ເສືອແລະຫມີ ແຕ່ກໍບໍ່ສາມາດເຮັດໄດ້. ດັ່ງ ທ່ານ ແອດວິນ ວິກ ທີ່ເປັນນຶ່ງ ໃນບັນດາ ຜູ້ກໍ່ຕັ້ງ ອົງການຄຸ້ມຄອງສັດປ່າ ຣະດັບພູມີພາກພື້ນ ກ່າວໃນຕອນນື່ງວ່າ:
"ເບິ່ງແລ້ວການຫ້າມລ້າ ການປ້ອງກັນລ້າສັດ ຄົງຈະລຳບາກຫລາຍ ເຮັດກັນບໍ່ໄດ້ ການບັງຄັບໃຊ້ກົດຫມາຍຢູ່ລາວ ນີ້ຍັງຂ້ອນຂ້າງ ຍາກ ລຳບາກຫລາຍ ທີ່ຜ່ານມາ ຣັຖບານລາວເຂົາໄດ້ບັງຄັບ ປິດຟາມເສືອທົ່ວປະເທດໃຫ້ຫມົດ ແລ້ວກໍຈະສ້າງສູນຊ່ອຍເຫຼືອ ເສືອໂຄ່ງ 700 ໂຕ ທີ່ຢູ່ໃນຟາມຕ່າງໆ ແຕ່ບໍ່ເຮັດຈັກເທື່ອ ເຂົາຖແລງຂ່າວຄືວ່າ ຈະບໍ່ໃຫ້ເຮັດ ແຕ່ມາຮອດປັດຈຸບັນນີ້ ກໍຍັງມີການປີດໃດໆເລີຍ ຍັງຢູ່ຄືເກົ່າ."
ຄຳສັ່ງເລກທີ 5/ນຍ ທີ່ນາຍົກຣັຖມົນຕຣີລາວ ປະກາດອອກມາໃຊ້ ໃນມື້ວັນທີ 8 ພຶສພາ ຜ່ານມາ ໃນນັ້ນປະກອບດ້ວຍ 17 ຂໍ້ ດັ່ງ; ຫ້າມ ລັກລອບລ້າສັດປ່າ, ຫ້າມນຳເຂົ້າ-ສົ່ງອອກສັດປ່າ ແລະພັນພືສທີ່ຫາຍາກ ຮ່ວມທັງຫ້າມປັບປ່ຽນຟາມລ້ຽງເສືອ ແລະຫມີ ມາເປັນສວນສັດ ທັມມະດາ ແລະຫ້າມຂ້າສັດປ່າ ເພື່ອເອົາອະວັຍວະປະເພດຕ່າງໆໄປຂາຍ.
ກ່ຽວກັບຄຳສັ່ງດັ່ງກ່າວ ເຈົ້າຫນ້າທີ່ກວດກາປ່າໄມ້ແລະສັດປ່າ ທີ່ແຂວງເຊກອງ ທ່ານນຶ່ງເວົ້າວ່າ:
"ເຈົ້າຫນ້າທີ່ໄທເຮົາ ກໍໄດ້ເອົາໃຈໃສ່ ໃນການຫ້າມ ການກວດກາ ການລາດຕະເວັນ ກໍມີ ເຂົາກໍເຂົ້າໄປລ້າ ໃນບ່ອນຫວງຫ້າມເຂົາກໍໄປ ປະຊາຊົນຫາກິນທຸກມື້ທຸກວັນ ເຂົາກໍໃຊ້ຕາມປ່າຢູ່ແລ້ວ ນັກຫນູກະຮອກ ທີ່ໄປລ້າແບບດັບສູນ ເຈົ້າຫນ້າທີ່ເຮົາກໍໄດ້ ເອົາໃຈໃສ່ ຫ້າມຢູ່ແລ້ວ."
ເມື່ອວັນທີ 8 ກຸມພາ ຜ່ານມາ ເຈົ້າຫນ້າທີ່ສັດປ່າ ທີ່ແຂວງຄຳມ່ວນ ກໍກວດພົບເຫັນຊາກເສືອໂຄ່ງ ທີ່ບໍ່ມີອະວັຍຍະ ທີ່ກຸ່ມລ່າສັດປ່າກຳລັງ ຈະເອົາອອກໄປຂາຍວຽດນາມ ແລະໃນເດືອນມົກຣາ ຜ່ານມາ ເຈົ້າຫນ້າທີ່ດ່ານຊາຍແດນບໍ່ເຕັນ ແຂວງຫຼວງນ້ຳທາ ກໍກວດພົບເຫັນແລະຍຶດ ຫມີແຟນດາສີແດງ 3 ໂຕ ທີ່ນຳເຂົ້າມາລາວ.