ເຈົ້າຂອງສວນປູກກ້ວຍ ຄົນຈີນ ຢູ່ ບ້ານຫ້ວງຕົ້ມ ເມືອງນານ ແຂວງຫຼວງພຣະບາງ ໄດ້ຖືກ ເຈົ້າຫນ້າທີ່ ເມືອງນານ ຈັບ ແລະ ຈະຖືກ ດຳເນີນຄະດີ ຍ້ອນກີດກັ້ນ ບໍ່ໃຫ້ ເຈົ້າຫນ້າທີ່ ເຂົ້າໄປກວດ ສານເຄມີ ໃນສວນຂອງຕົນ, ພ້ອມທັງ ຈະໃຫ້ສິນບົນ ແກ່ເຈົ້າຫນ້າທີ່, ແຕ່ ເຈົ້າຫນ້າທີ່ ກໍສາມາດ ເຂົ້າໄປໃນສາງເກັບເຄື່ອງ, ຍຶດເອົາ ຢາຂ້າຫຍ້າໄດ້ ຈຳນວນນື່ງ. ດັ່ງເຈົ້າຫນ້າທີ່ ເມືອງນານ ກ່າວ ໃນວັນທີ 18 ມົກກະຣາ ນີ້ວ່າ:
"ປັດຈຸບັນນີ້ ເວົ້າເຣື້ອງການນຳເຂົ້າ ຂອງຢາຂ້າຫຍ້າ ດຽວນີ້ເຮົາ ໄດ້ຍຶດ ເທື່ອນຶ່ງແລ້ວ ເຮົາກຳລັງ ດຳເນີນຄະດີ ເຮົາກວດພົບ 10 ແກ້ດເນາະ ເຂົາບໍ່ຍອມ ເຂົາບໍ່ຢາກ ໄຂສາງ ໃຫ້ເບິ່ງນໍ ເອົາເງິນໃຫ້ ອ້າຍນ້ອງ ດຽວນີ້ ອ້າຍນ້ອງ ກໍເອົາມາ ເອົາມາແຈ້ງ ພູ້ນແຫຼະ ຖ່າຍຮູບຫຍັງໄວ້ ຫມົດແລ້ວ ມີແຕ່ສິ ດຳເນີນຄະດີ ເຣື້ອງການປັບໃຫມ ຫັ້ນແຫຼະ".
ທ່ານກ່າວຕື່ມວ່າ ການຍຶດຢາຂ້າຫຍ້າ ແລະ ຈັບເຈົ້າຂອງ ສວນກ້ວຍເທື່ອນີ້ ເປັນຄັ້ງທຳອິດ ທີ່ເມືອງນານ, ມາຮອດ ປັດຈຸບັນ ເຈົ້າຂອງ ສວນກ້ວຍຄົນຈີນ ກໍຍັງຖືກ ສອບສວນ ແລະ ຖືກຄຸມຕົວຢູ່, ແຕ່ ບໍ່ສາມາດ ໃຫ້ຣາຍລະອຽດ ຫຼາຍກວ່ານີ້ ຍ້ອນຢ້ານເສັຽ ຮູບຄະດີ. ຫລັງຈາກ ການຕັດສິນ ຂອງສານແລ້ວ ຍັງບໍ່ແນ່ວ່າ ທາງການແຂວງ ຈະອະນຸຍາດ ໃຫ້ເຂົາປູກກ້ວຍ ອີກຕໍ່ໄປ ຫລືບໍ.
ທ່ານເວົ້າວ່າ ເຈົ້າຂອງ ສວນກ້ວຍຄົນຈີນ ໄດ້ລັກເອົາ ຢາຂ້າຫຍ້າ ມາຈາກຈີນ ແລ້ວນໍາມາ ເກັບໄວ້ໃນສາງ ເກັບເຄື່ອງ ຢູ່ສວນກ້ວຍ ຊຶ່ງ ປັດຈຸບັນ ກໍຍັງບໍ່ມີ ຣາຍລະອຽດ ວ່າຍັງມີ ສານເຄມີ ຊນິດອື່ນໆ ອີກຫລືບໍ່ ທີ່ຖືກຊຸກເຊື່ອງໄວ້ ແລະ ບໍ່ຍອມບອກ ເຈົ້າຫນ້າທີ່.
ເມືອງນານ ແຂວງຫຼວງພຣະບາງ ມີເນື້ອທີ່ ປູກກ້ວຍ ຂອງ ນັກລົງທຶນຈີນ ທັງຫມົດ ປະມານ 700 ຫາ 800 ເຮັກຕາ ສ່ວນໃຫຍ່ ຈະເຊົ່າ ທີ່ດິນ ຂອງຊາວບ້ານ, ໃນປັດຈຸບັນ ທາງການແຂວງ ບໍ່ອະນຸຍາດ ໃຫ້ຂຍາຍ ການປູກກ້ວຍ ເພີ້ມຕື່ມ ຍ້ອນພົບວ່າ ການປູກກ້ວຍ ສົ່ງຜົລ ກະທົບ ຕໍ່ສິ່ງແວດລ້ອມ ແລະ ສຸຂພາບ ປະຊາຊົນ.