ວຽດນາມ-ລາວຈະຢຸດຄ້າສັດປ່າ ຕ້ອງຫ້າມ

ສິດນີ
2016.02.21
F-Wild-life ສັດປ່າທີ່ຫວງຫ້າມ ມີວາງຂາຍຕາມຕລາດ
RFA/VD

ກົມປ່າໄມ້ ແລະ ການກະເສດ ຂອງ ວຽດນາມ ອອກແຈ້ງການ ຢຸດ ການໃຫ້ໃບ ອະນຸຍາດ ນຳເຂົ້າ ແລະ ສົ່ງອອກ ສັດປ່າ ທີ່ ຕ້ອງຫ້າມ ກັບ ສປປລາວ ໃນບັນດາ ສັດປ່າ ທີ່ບັນທຶກໄວ້ ໃນບັນຊີ ຂອງສັດປ່າ ທີ່ຕ້ອງຫ້າມ ໃນສົນທິ ສັນຍາ ການຄ້າ ສັດປ່າ ສາກົນ ຈົນກວ່າ ຈະມີການ ປ່ຽນແປງ.

ການກະທຳ ດັ່ງກ່າວ ຂອງ ວຽດນາມ ກໍເພື່ອ ປະຕິບັດ ຕາມ ຄຳຮຽກຮ້ອງ ຂອງອົງການ ປົກປ້ອງ ສັດປ່າສາກົນ, ທີ່ ສປປລາວ ຍັງມີ ການຣະເມີດ ຂໍ້ຫ້າມ ໃນການຂາຍ ສັດປ່າ ຫລື ຊິ້ນສວ່ນ ສັດປ່າ ທີ່ຕ້ອງຫ້າມ ຫຼາຍຢູ່ ດັ່ງ: ຫລິ່ນ ງູເຫລືອມ ເສືອໂຄ່ງ ເຕົ່າ ແລະ ອື່ນໆ ຮ່ວມທັງ ງາຊ້າງ ກັບຫຼາຍ ປະເທດ ເພື່ອນບ້ານ.

ກົມປ່າໄມ້ ແລະ ການກະເສດ ຂອງ ວຽດນາມ ຖແລງວ່າ ອົງການ ປົກປ້ອງ ສັດປ່າສາກົນ ໄດ້ແຈ້ງໃຫ້ ບັນດາ ປະເທດ ສະມາຊິກ ທັງຫລາຍ ໃຫ້ຢຸດ ການຄ້າສັດປ່າ ທີ່ ຕ້ອງຫ້າມ ຕາມບັນຊີ ຣາຍຊື່ ຂອງອົງການ ກັບ ສປປລາວ ຍ້ອນວ່າ ສປປລາວ ບໍ່ປະຕິບັດ ຕາມຣະບຽບ ຂໍ້ຫ້າມ ຂອງ ອົງການ.

ປະຊາຊົນ ລາວ ແລະ ວຽດນາມ ໄດ້ມີການ ຄ້າຂາຍ ສັດປ່າ ທີ່ຕ້ອງຫ້າມ ຣະຫວ່າງກັນ ມາເປັນປະຈຳ ທີ່ເປັນ ການຄ້າ ຜິດ ກົດຫມາຍ ບໍ່ໄດ້ຮັບ ອະນຸຍາດ ຈາກ ທາງການ. ກຸ່ມດັ່ງກ່າວ ລັກເຂົ້າມາໂຮ່ ສັດປ່າ ທີ່ຕ້ອງຫ້າມ ໃນລາວ ເພື່ອສົ່ງໄປ ວຽດນາມ ສັດປະເພດ ເຕົ່າ ຫລີ່ນ ຈອນພອນ ຮວມທັງ ເສືອໂຄ່ງ ເພາະ ຄົນວຽດນາມ ແລະຈີນ ຖືວ່າ ເປັນຢາ ອາຍຸວັທນະ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.