ຄວັນຈາກໂຮງງານຫຼົບກວນ ຊາວບ້ານ

ມະນີຈັນ
2016.08.05
F-Laos ຄວາມເປັນທັມມະຊາດ ຂອງນະຄອນຫຼວງວຽງຈັນ
RFA

ຊາວບ້ານໂພນສະຫັວນ ຫຼັກ 29, ເມືອງ ໄຊທານີ ນະຄອນຫຼວງ ວຽງຈັນ ໄດ້ຮຽກຮ້ອງ ຜ່ານ ສື່ສັງຄົມ ອອນລາຍ ເຖິງພາກສ່ວນ ກ່ຽວຂ້ອງ ວ່າໂຮງງານ ຫຼອມໂລຫະ ທີ່ຕັ້ງຢູ່ໃກ້ ເຂດບ້ານ ໄດ້ປ່ອຍຄວັນ ມີກິ່ນຂິວ ທີ່ຮຸນແຮງ ປິວມາໃສ່ ໝູ່ບ້ານ ທີ່ໃກ້ຄຽງ ຈົນບໍ່ເປັນ ອັນກິນ ອັນນອນ ແລະ ຢ້ານຈະເປັນ ອັນຕະລາຍ ຕໍ່ ສຸຂພາບ ໂດຍສະເພາະ ແມ່ນ ຜູ້ສູງອາຍຸ ແລະ ເດັກນ້ອຍ.

ຊາວບ້ານ ໄດ້ກ່າວຕໍ່ RFA ໃນວັນທີ 4 ສິງຫາ ນີ້ວ່າ ໂຮງງານ ຫຼອມ ໂລຫະໜັກ ມັກປ່ອຍຄວັນ ອອກມາ ໂດຍສະເພາະ ແມ່ນຍາມ ອາກາດເຢັນໆ ແລະ ຍາມໜາວ ສົ່ງກິ່ນຂິວ ຮຸນແຮງ:

"6 ຫາ 8 ໂມງນີ້ແຫຼະ ຂະເຈົ້າເຣີ້ມປ່ອຍ, ຊ່ວງໜາວໆ ມັນຈະຂິວ ມາທາງນີ້ ເພາະວ່າ ກາງເວັນ ມັນບໍ່ຂິວ ມັນຊິຂິວ ຢູ່ປະມານ ກະບໍ່ຮູ້ວ່າ ມັນຂິວມາແຕ່ ໂຮງງານໃດ ແຕ່ຊ່ວງແລງໆ ມັນຊິຂິວ ເຂົ້າມາ".

ທ່ານກ່າວຕື່ມວ່າ ກ່ອນໜ້ານີ້ ຊາວບ້ານ ກໍ່ໄດ້ຮຽກຮ້ອງ ໄປຍັງ ຂະແໜງ ສິ່ງແວດລ້ອມ ໃຫ້ມາແກ້ໄຂ, ແຕ່ບັນຫານີ້ ກໍ່ຍັງບໍ່ໄດ້ ຮັບການ ແກ້ໄຂເທື່ອ ແລະ ຊາວບ້ານ ກໍ່ບໍ່ສາມາດ ຕໍ່ວ່າໄດ້. ມີແຕ່ວ່າ ຢາກໃຫ້ ພາກສ່ວນ ກ່ຽວຂ້ອງ ມາແກ້ໄຂ ບັນຫານີ້ ໃຫ້ໄວທີ່ສຸດ ຫຼື ຢ່າງໜ້ອຍ ກໍໃຫ້ຫຼຸດຜ່ອນ ຜົນກະທົບ ທີ່ ມີຕໍ່ຊາວບ້ານ.

RFA ໄດ້ສອບຖາມ ໄປຍັງຜແນກ ຊັພຍາກອນ ທັມມະຊາຕ ແລະ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນ ເຈົ້າໜ້າທີ່ ໃຫ້ຄໍາຊີ້ແຈງ ກ່ຽວກັບ ບັນຫານີ້ ໃນວັນທີ 4 ສິງຫາ ນີ້ວ່າ:

"ແມ່ນແຫຼະ ອັນທີມງານເຮົາ ວິຊາການ ຂະເຈົ້າ ກຽມລົງໄປຮິບຮົມ ຂໍ້ມູນ ເບື້ອງຕົ້ນຢູ່. ເພິ່ນຈະລົງໄປ ຕົວຈິງ ກ່ອນເນາະ ວ່າມັນມີ ຜົນກະທົບ ແນວໃດແທ້ ເນາະ ເພາະວ່າ ບາງກິຈການ ເຮົາກະສັ່ງ ໂຈະ ໄປແລ້ວ ຂະເຈົ້າລັກ ດຳເນີນກະມີ, ແຕ່ວ່າຕ້ອງໄດ້ ໄປຮິບໂຮມ ຂໍ້ມູນ ຣະອຽດ ອີກກ່ອນ".

ຊາວບ້ານ ອີກທ່ານນຶ່ງ ກ່າວວ່າ ປົກກະຕິ ທ່ານກໍທຽວ ໄປໄຮ່ໄປສວນ ຜ່ານໂຮງງານ ນັ້ນຕະຫຼອດ ແລະ ກໍຮັບຮູ້ວ່າ ໂຮງງານ ຫຼອມໂລຫະ ໃນ ບໍລິເວນນັ້ນ ສົ່ງກິ່ນຂິວ ຫຼາຍ ຈົນຮູ້ສຶກ ເຈັບຫົວ.

ນາງກ່າວຕື່ມວ່າ ປະຈຸບັນ ທາງ ເຈົ້າໜ້າທີ່ ຍັງບໍ່ສາມາດ ຣະບຸໄດ້ວ່າ ໂຮງງານ ຫຼອມ ໂລຫະໜັກ ທີ່ປ່ອຍຄວັນ ກິ່ນຂິວ ອອກມາ ນັ້ນແມ່ນ ໂຮງງານໃດ ກັນແທ້ ເພາະ ມີຫລາຍ ໂຮງງານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.