ພົບສົບເດັກນ້ອຍແມ່ຍິງ 1 ຄົນ
2015.05.28
ການ ຊອກຫາ ເດັກນ້ອຍ ຈຳນວນ 10 ຄົນ ທີ່ ຫາຍໄປ ໃນ ເຫດການ ເຮືອຫລົ້ມ ຢູ່ ທ່າບັກ ຂ້າມ ນ້ຳງື່ມ, ຣະຫວ່າງ ບ້ານ ທ່າກົກໄຮ ແລະ ບ້ານ ນາບົງ ເມືອງ ປາກງື່ມ ນະຄອນ ຫລວງ ວຽງຈັນ ນັ້ນ, ໄດ້ ພົບສົບ ແລ້ວ 1 ສົບ ເປັນ ເດັກນ້ອຍ ແມ່ຍິງ ອາຍຸ 10 ປີ. ຕາມຄຳ ຢືນຢັນ ຂອງ ເຈົ້າໜ້າທີ່ ອາສາ ກູ້ພັຍ ນະຄອນ ຫຼວງ ວຽງຈັນ ເມື່ອ ຕອນແລງ ເວລາ ປະມານ 20 ໂມງ ຂອງ ວັນທີ 27 ພຶສພາ 2015 ນີ້ວ່າ:
"ໃນ ຕອນນີ້ ຂະເຈົ້າ ວ່າເຫັນ ແດ່ແລ້ວ ຜູ້ ທີ່ວ່າ ເສັຽ ຊີວິດ ໄປຫັ້ນນ່າ ສູນຫາຍ ໄປ ຫັ້ນນ່າ ແຕ່ວ່າ ຍັງເຫັນ ບໍ່ຄົບ ຂະເຈົ້າ ພົບ ຄົນນຶ່ງ ແລ້ວ".
ຂນະນີ້ ທາງການ ລາວ ຍັງ ເລັ່ງ ຊອກຫາ ສົບ ຜູ້ທີ່ ສູນຫາຍ ໄປ ອີກ 9 ຄົນ, ພາຍຫຼັງ ທີ່ ເຫຕເຮືອ ຫຼົ້ມ ກໍຜ່ານໄປ 2 ວັນ ແລ້ວ, ແລະວ່າ ການ ຄົ້ນຫາ ສົບ ນັ້ນ ກໍ ລຳບາກ ຍ້ອນ ນ້ຳເລິກ ແລະ ໄຫລ ແຮງ. ພ້ອມກັນ ນັ້ນ ຜູ້ໃຊ້ ສື່ສັງຄົມ ອອນ ລາຍ ໃນລາວ ກໍ ຣາຍງານ ຕື່ມ ອີກວ່າ ຕອນແລງ ຂອງ ວັນດຽວ ກັນ ກໍ ສາມາດ ກູ້ ຣົຖຈັກ ທີ່ ຂົນ ໄປກັບ ເຮືອ ໃນມື້ ເກີດເຫຕ ຂຶ້ນ ມາໄດ້.
ໃນ ຂນະ ດຽວກັນ, ຊາວບ້ານ ໃນ ນະຄອນ ຫຼວງ ວຽງຈັນ ນາງນຶ່ງ ທີ່ ໄດ້ໄປ ຕິດຕາມ ເຫຕການ ຢ່າງ ໃກ້ຊິດ ນັ້ນ ໄດ້ ເປີດເຜີຍ ຕໍ່ ເອເຊັຽ ເສຣິ ວ່າ ການ ຊອກຫາ ສົບ ຂອງ ຜູ້ ສູນຫາຍ ເປັນໄປ ກໍ ແຮງ ລຳບາກ ເນື່ອງຈາກ ມີ ຝົນ ຕົກ ບວກ ກັບ ກະແສ ນ້ຳ ໄຫຼພັດ ແຮງ. ເຮືອບັກ ລຳ ດັ່ງກ່າວ ຂົນ ສົ່ງ ເດັກນ້ອຍ ນັກຮຽນ ປະຖົມ ປໍ 5 ເພື່ອໄປ ສອບເສັງ ຈົບ ຊັ້ນ ແຕ່ ເກີດ ອຸບັດຕິເຫດ ຫລົ້ມ ກາງ ນ້ຳງື່ມ.