ນໍ້າຂອງບົກແຫ້ງຕໍ່າສຸດ ໃນຮອບ 10 ປີ
2019.07.17
ປີນີ້ ນໍ້າຂອງບົກແຫ້ງຫຼາຍທີ່ສຸດ ໃນຮອບ 10 ປີ ສາເຫດຕົ້ນຕໍ ແມ່ນໃນຣະດູຝົນປີນີ້ ຍັງບໍ່ທັນມີລົມມໍຣະສຸມ ພັດຜ່ານມາ ຖ້າທຽບໃສ່ປີກາຍ ຈຶ່ງເຮັດໃຫ້ ເຂື່ອນຫຼາຍແຫ່ງຢູ່ຕອນເໜືອ ແມ່ນໍ້າຂອງ ກັກເກັບນໍ້າໄວ້ ເພື່ອຜລິດກະແສໄຟຟ້າ ໂດຍສະເພາະເຂື່ອນ ຈິງຫົງ ເມືອງຊຽງຮຸ່ງ ແຂວງ ຢູນານ ຂອງຈີນ. ດັ່ງເຈົ້າໜ້າທີ່ຜແນກ ອຸທົກກະສາດ ກົມອຸຕຸນິຍົມວິທຍາ ກະຊວງຊັພຍາກອນ ທັມມະຊາດແລະສີ່ງແວດລ້ອມ ໄດ້ກ່າວຕໍ່ນັກຂ່າວ RFA ເມື່ອວັນທີ 17 ກໍຣະກະດາ ວ່າ.
"ປີນີ້ມັນແລ້ວກວ່າປີກາຍ ຝົນຕົກຫນ້ອຍເຮັດໃຫ້ຂາດແຄນນໍ້າໄປ ຫຼາຍເນາະນໍ້າ ໃນທຸກເຂດໃນປະເທສລາວກໍຫຼຸດລົງຜິດປົກກະຕິ ຈາກນັ້ນ ມາເຂື່ອນຊຽງຮຸ່ງຂອງຈີນ ເຂົາເຈົ້າປິດເຂື່ອນໃຫ້ນໍ້າອອກ ມາຈາກເຂື່ອນນ້ອຍລົງເນາະ ເຂົາເຈົ້າບໍ່ໄດ້ແຈ້ງຣະອຽດ ເນາະປິດເພື່ອຫຍັງບາງທີ ນໍ້າໃນໜ້າເຂື່ອນ ອາດຈະຫຼຸດລົງຫຼາຍເຂົາຢາກກັກນໍ້າໄວ້."
ທ່ານໄດ້ກ່າວຕື່ມວ່າ ເຖິງແມ່ນວ່າປີນີ້ ນໍ້າຂອງເຈົ້າເຂົ້າຂັ້ນວິກິດ ກວ່າປີຜ່ານມາ ຫຼາຍເຂື່ອນ ຢູ່ຕອນເໜືອກັກນໍ້າ ເອົາໄວ້ຜລິດກະແສໄຟຟ້າ ແຕ່ທາງວິຊາການ ກົມອຸຕຸນິຍົມວິທຍາ ຄາດວ່າ ຈະມີຜົລກະທົບບໍ່ຫຼາຍ ຕໍ່ພາກການຜລິດກະສິກັມ.
"ຜົລກະທົບໃນຣະດູຝົນ ກໍ່ບໍ່ເທົ່າໃດດອກເພາະວ່າມັນເປັນນໍ້າ ທີ່ວ່າບໍ່ແມ່ນນໍ້າແຫ້ງຕໍ່າສຸດເນາະ ມັນກາບໍ່ເຖິງຂັ້ນວ່າຈະແຫ້ງແລະຂາດຂ້ອນ ນ່າ ເພາະວ່າທາງໄທເຮົາ ກໍໄດ້ຄິດໄລ່ ໄດ້ຕິດຕາມວ່າຈະຫຼຸດລົງ ຫຼາຍຊໍ່ານີ້ ຈະມີຜົລກະທົບບໍ່ແຕ່ກະບໍ່ເຫັນວ່າ ເປັນຜົລກະທົບເທົ່າໃດ ເນາະ."
ເຈົ້າໜ້າຢັ້ງຢືນຕື່ມວ່າສະພາບນໍ້າ ຂອງແຫ້ງລົງອາດຈະແກ່ຍາວໄປຮອດທ້າຍເດືອນ ກໍຣະກະດາ ນີ້ ແລະ ຣະດັບນໍ້າໃນແມ່ນໍ້າຂອງ ຈຶ່ງຈະຄ່ອຍສູງຂຶ້ນ ໄປຕາມປົກກະຕິ ໃນແຕ່ຣະປີ ຍ້ອນສະພາບອາກາດໃນໄລຍະນີ້ ຍັງມີຝົນພະຍຸເຂົ້າມາເປັນໄລຍະ.
ປັດຈຸບັນຣະດັບນໍ້າໃນສະຖານີວັດແທກນໍ້າ ຢູ່ນະຄອນຫຼວງວຽງຈັນແມ່ນຢູ່ໃນຣະດັບ 0,96 ແມັດຖ້າທຽບໃສ່ ເດືອນ ກໍຣະກະດາ ຫາ ເດືອນສີງຫາ ປີກາຍຣະດັບນໍ້າຂອງຈະຢູ່ທີ່ 7 ຫາ 8 ແມັດ.