ຂ່າວຄືບໜ້າໄຟໄໝ້ ບ້ານ ສັນແຟນ
2018.05.16
ທາງການ ເມືອງຄຳ ແຂວງຊຽງຂວາງ ເປີດເຜີຍວ່າ ສາເຫດໄຟໄໝ້ ບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ຍ້ອນໄຟຟ້າລັດວົງຈອນ ໃນນັ້ນມີເຮືອນປະຊາຊົນທີ່ຖືກໄຟໄໝ້ໝົດ 40 ຫລັງ ຮວມເປັນມູນຄ່າຄວາມເສັຽຫາຍປະມານ 1,2 ຕື້ກີບ, ດັ່ງເຈົ້າໜ້າທີ່ ຫ້ອງວ່າການ ປົກຄອງເມືອງຄຳ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 11 ພຶສພາ ວ່າ:
"ສາເຫດມາຈາກໄຟຟ້າເນາະ ໄຟຟ້າລັດວົງຈອນ ສ່ວນຫລາຍບ້ານໄມ້ ເກືອບວ່າ ໝົດບ້ານ ເຫລືອແຕ່ 12 ຫລັງຄາເຮືອນ ທີ່ວ່າຫ່າງ ຈາກໝູ່ບ້ານ ຫ່າງຈາກບ້ານໜ້ອຍນຶ່ງ ຈາກນັ້ນ ກໍ່ໄໝ້ໝົດເລີຍ."
ປັດຈຸບັນປະຊາຊົນ 300 ຄົນ ຍັງຂາດທີ່ຢູ່ອາສັຍ ແລະ ເຄື່ອງອຸປໂພກ ບໍຣິໂພກ ຊຶ່ງໃນເບື່ອງຕົ້ນ ໂຄງການຫລຸດຜ່ອນຄວາມທຸກຍາກ ເມືອງຄຳ ໄດ້ລົງຊ່ອຍເຫລືອ ມອບອາຫານ, ນໍ້າດື່ມ, ເຄື່ອງນຸ່ງຫົ່ມ ແລະ ໄດ້ສ້າງທີ່ພັກຊົ່ວຄາວ ໃຫ້ກັບປະຊາຊົນແລ້ວ.
ເຈົ້າໜ້າທີ່ ເມືອງຄຳ ທ່ານນີ້ໄດ້ກ່າວຕື່ມວ່າ ສ່ວນການຊ່ອຍເຫລືອ ດ້ານອຸປກອນການປຸກສ້າງເຮືອນ ເພື່ອຕຽມສ້າງບ່ອນຢູ່ອາສັຍໃໝ່ນັ້ນ ທາງໂຄງການ ຫຼຸດຜ່ອນຄວາມທຸກຍາກ ໄດ້ສນັບສນູນ ອຸປກອນປຸກສ້າງເຮືອນຈຳນວນນຶ່ງ ແຕ່ຍັງບໍ່ພຽງພໍ. ທາງການ ຈຶ່ງໄດ້ເປີດຮັບ ການບໍຣິຈາກ ຈາກສັງຄົມ ເຊັ່ນ: ສັງກະສີ, ຕະປູ ແລະ ໄມ້ ເປັນຈຳນວນຫຼາຍ ຮວມເຖິງອາຫານ ນຳດື່ມ ນຳອີກ.
ເຫດການ ໄຟໄໝ້ ບ້ານສັນແຟນ ເມືອງຄຳ ແຂວງຊຽງຂວາງ ເກີດຂຶ້ນໃນເວລາ 4 ໂມງແລງ ຂອງວັນທີ 07 ພຶສພາ ປີ 2018, ຊຶ່ງ ໃນເວລານັ້ນ ປະຊາຊົນອອກໄປເຮັດໄຮ່ ເຮັດສວນ ບໍ່ມີໃຜຢູ່ເຮືອນ ຈຶ່ງບໍ່ມີຜູ້ໃດຊ່ວຍກັນມອດໄຟ ເຮັດໃຫ້ໄຟໄໝ້ ລາມໄປຢ່າງວ່ອງໄວ ແຕ່ໂຊກດີ ບໍ່ມີຣາຍງານຜູ້ເສັຽຊີວິດໃນເຫດການ.