ໄຟໄໝ້ປ່າສງວນ ພູທ້າວ ພູນາງ
2020.04.03

ຕັ້ງແຕ່ມື້ວັນທີ 30 ມິນາ ເຖິງວັນທີ 2 ເມສາ ນີ້ທີ່ໄຟໄໝ້ປ່າສງວນ ພູທ້າວ-ພູນາງ ເມືອງຈອມເພັດ ນະຄອນຫຼວງພຣະບາງຍັງບໍ່ຢູ່ ແລະ ລຸກລາມໄປ ແຕ່ບ້ານນາທາເໜືອ ເຖິງບ້ານນາຄໍາ ແລະ ບ້ານຊຽງແມນ ເຮັດໃຫ້ປະຊາຊົນ 3 ບ້ານດັ່ງກ່າວ ແສບຕາແສບດັງ, ຫາຍໃຈບໍ່ ສະດວກຍ້ອນຄັວນໄຟ. ດີແຕ່ວ່າເມື່ອໄຟໃໝ້ລາມໄປຮອດບ້ານຊຽງແມນ ຕອນ 8 ໂມງ ກາງຄືນໄຟກໍມອດ ແຕ່ຕື່ນເຊົ້າຂຶ້ນມາໄຟກໍໄໝ້ ຄືນອີກ, ອີງຕາມຄໍາເວົ້າຂອງຊາວບ້ານຊຽງແມນ ຕໍ່ວິທຍຸເອເຊັຽເສຣີໃນ ມື້ວັນທີ 2 ເມສານີ້:
“ໄໝ້ 4 ມື້ກັບມື້ນີ້ແລ້ວນະ ປະຊາຊົນເຮົາກໍບໍ່ໄດ້ຢູ່ລ້າດອກແຖວນີ້ ໄຟມັນເກີດຂຶ້ນມາ ເບື້ອງນາຄໍາພຸ້ນນ່າ ດຽວນີ້ກໍຍັງໄໝ້ຢູ່. ເອິ, ເຣື່ອງ ຄັວນໄຟກໍສົ່ງຜົລກະທົບຕໍ່ປະຊາຊົນແທ້ ຊາວບ້ານມັນແສບຫູ ແສບຕາ ດຽວນີນ່າ ເບິ່ງໃສກໍບໍ່ເຫັນໃສນ່າ ມັນມືດມົວໝົດ.”
ທ່ານກ່າວຕື່ມວ່າ ຂນະນີ້ ໄຟໄໝ້ໄດ້ລຸກລາມ ໄປຮອດຕີນພູ ບ້ານຊຽງແມນແລ້ວ, ແຕ່ຍັງບໍ່ທັນຮອດເຮືອນຊາວບ້ານ ຍ້ອນມີເຈົ້າໜ້າທີ່ ດັບເພີງ ແລະ ທຸກພາກສ່ວນໃນບ້ານ ຊ່ອຍກັນສະກັດກັ້ນໄຟໄວ້.
ແລະ ຊາວບ້ານນາຄໍາ ກໍເວົ້າວ່າ ໂຕເອງກໍໄດ້ປະກອບສ່ວນຄົວກິນ ຮ່ວມກັບແມ່ຍິງບ້ານຊຽງແມນ ແລະບ້ານນາທາ ສໍາລັບພວກທີ່ໄປ ມອດໄຟເທິງພູ ແລະການຄົວກິນນັ້ນ ເຖິງຈະໃສ່ຜ້າອັດປາກອັດດັງ ແຕ່ກໍຍັງລໍາບາກ ຍ້ອນຄັວນໄຟເຮັດໃຫ້ແສບຕາຫາຍໃຈບໍ່ສະດວກ ຍ້ອນໄຟໄໝ້ ລາມໄປຫລາຍແລ້ວ ດັ່ງທີ່ທ່ານກ່າວວ່າ:
“ມື້ເຊົ້ານີ້ຈັ່ງຫາສິກັບ ປ້ອງກັນກອງຫຼອນ ກໍາລັງຈະຂຶ້ນພູໝົດແຫຼະ ດຽວນີ້ແມຍິງກໍແຕ່ງຕັ້ງກັນ ຄົວກິນອາຫານໄປສົ່ງເພິ່ນແຫຼະ. ຍັງບໍ່ ມອດເທື່ອມີແຕ່ໝອກຄັວນໄຟ ເຮັດຫຍັງກໍບໍ່ໄດ້ ແສບຫູແສບຕາ ໄປມາໃສກໍບໍ່ໄດ້ໄປ ຄ່າເພິ່ນປະກາດຄວາມຊ່ວຍເຫລືອເດ໊ ບໍ່ໄດ້ໄປ ມາໃສກໍໄດ້ຊ່ວຍເພິ່ນຢູ່ນີ້ນະ.”
ກ່ຽວກັບຄັວນໄຟນັ້ນ ເຈົ້າໜ້າທີ່ຫ້ອງການ ຊັພຍາກອນທັມຊາດ ແລະສິ່ງແວດລ້ອມ ນະຄອນຫຼວງພຣະບາງ ເວົ້າວ່າ ຄັວນໄຟທີ່ລອຍ ຂຶ້ນທ້ອງຟ້າ ບໍ່ເປັນຝຸ່ນລະອອງ ທີ່ເປັນອັນຕຣາຍຕໍ່ສຸຂພາບ ຍ້ອນບໍ່ແມ່ນຝຸ່ນ ລະອອງ ຈາກຄັວນພິດ ຂອງໂຮງງານ ອຸດສາຫະກັມ. ມີແຕ່ມັນເຮັດໃຫ້ແສບຕາແສບດັງ ແລະຫາຍໃຈບໍ່ສະດວກ ແຕ່ຫາກສະສົມໄປຫຼາຍສັປດາ ກໍຈະເຮັດໃຫ້ມີຜົລກະທົບຕໍ່ຕັບແລະປອດ ໜ້ອຍນຶ່ງ, ດັ່ງທີ່ ທ່ານກ່າວວ່າ:
“ໂຕນີ້ມັນກະມີສ່ວນຮ່ວມ ແຕ່ວ່າມັນກໍບໍ່ຮ້າຍແຮງດອກ ປົກກະຕິທຸກປີ ທຸກປີມັນມີແນວນັ້ນໝົດ ນອກຈາກວ່າຈະມີຝຸ່ນລະອອງ ມີໂຮງຈັກ ໂຮງງານ ຂຶ້ນຜະສົມຂຶ້ນໄປ ຈະເປັນໄປໄດ້ສໍາລັບຄັວນໄຟ ກໍແສບຫູ ແສບຕາຊື່ໆ ບໍ່ມີກະທົບ ບໍ່ຫລາຍປານໃດ. ແຕ່ຄັວນຫລາຍອາທິດ ກໍຈະມີກະທົບຕໍ່ກັບຕັບກັບປອດ ໜ້ອຍນຶ່ງ.”
ທ່ານກ່າວຕື່ມວ່າ ເບື້ອງຕົ້ນ ເຈົ້າໜ້າທີ່ຂແນງອຸຕຸນິຍົມ ແລະອຸທົກກະສາດແຂວງ ໄດ້ບັນທຶກຂໍ້ມູນກ່ຽວກັບຝຸ່ນລະອອງ ທີ່ວ່ານນັ້ນແລ້ວ. ແລະຈາກຜົລກວດອາກາດພົບວ່າ ຝຸ່ນລະອອງນັ້ນ ຢູ່ໃນກຸ່ມຄັວນ ທີ່ຄ້າຍ ຄືກັບໝອກສີດໍາ ຊຶ່ງຈະເປັນອຸປສັກຕໍ່ນັກບິນ ທີ່ບັງຄັບເຮືອ ບິນຂຶ້ນ-ລົງສນາມບິນ. ຝຸ່ນລະອອງຄັວນໄຟນີ້ ຈະສລາຍໂຕໄປກໍຕໍ່ເມື່ອມີຝົນຕົກ. ຫາກມີລົມແຮງ ມັນກໍຈະສລາຍໂຕໄປຊົ່ວຄາວເທົ່ານັ້ນ.
ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ນະຄອນຫລວງພຣະບາງ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ ຕອນເຊົ້າວັນທີ 2 ເມສາ ນີ້ ພາກສ່ວນກ່ຽຂ້ອງ ໄດ້ສັ່ງໃຫ້ເຈົ້າໜ້າທີ່ 100 ປາຍຄົນ ລົງໄປ ສະກັດກັ້ນ ແລະມອດໄຟໄໝ້ປ່າໃຫ້ໄດ້ ພາຍໃນມື້ນີ້.
ມາເຖິງປັດຈຸບັນ ຍັງບໍ່ສາມາດຮວບຮວມ ຄວາມເສັຽຫາຍ ແລະຫາສາເຫດຂອງໄຟໄໝ້ນັ້ນໄດ້ເທື່ອ, ຕ້ອງລໍຖ້າຣາຍງານ ຈາກເຈົ້າໜ້າທີ່ ທີ່ລົງປະຕິບັດງານ ຢູ່ພາກສນາມກ່ອນ. ແລະວ່າ ເຈົ້າໜ້າທີ່ ແລະ ປະຊາຊົນ ທີ່ຊ່ອຍກັນສະກັດກັ້ນໄຟໄໝ້ປ່າ ນັ້ນຍັງຕ້ອງການຄວາມ ຊ່ອຍເຫລືອ ເປັນນໍ້າດື່ມ ແລະອາຫານຕື່ມອີກ ຍ້ອນມັນເລີ່ມບໍ່ພຽງພໍແລ້ວ ແລະພວກເຂົາເຈົ້າ ກໍເລີ່ມໝົດແຮງ ເນື່ອງຈາກວ່າ ມອດໄຟໄປ ບໍ່ພໍເທົ່າໃດ ໄຟກໍລຸກໄໝ້ ຂຶ້ນໃໝ່ອີກ ແລະການເດີນທາງເຂົ້າໄປ ມອດໄຟ ກໍຍາກຫລາຍ ຍ້ອນເປັນພູຜາສູງຊັນ.