ສັມພາດ ດຣ. ອຽນ ແບ໊ດ (Dr. Ian Baird) ຕອນຈົບ
ມະນີຈັນ
2018.06.04
2018.06.04

ຫລາຍຄົນອາດຍັງບໍ່ຮູ້ວ່າ ປາຂ່າ ຊຶ່ງເປັນປາທີ່ຫາຍາກ ແລະໃກ້ຈະສູນພັນ ຍັງເຫລືອພຽງ ບໍ່ພໍເທົ່າໃດໂຕ ຢູ່ແມ່ນໍ້າຂອງ ໃນເຂດແດນລາວ ນັ້ນ ກໍມີນິທານເລົ່າຂານກັນມາແຕ່ດົນນານ. ກ່ຽວກັບວ່າເປັນນິທານ ທີ່ມີຄວາມກ່ຽວພັນ ກັບສະພາບຕົວຈິງ ຂອງປາຂ່າ ໃນແມ່ນໍ້າຂອງ ປັດຈຸບັນນີ້ແນວໃດນັ້ນ ມະນີຈັນ ຈະນໍາພາ ທ່ານໄປຮູ້ຈັກ ໂດຍອີງຕາມຄໍາເວົ້າຂອງ ດຣ. Ian Baird ສາສດາຈານ ຈາກມະຫາວິທຍາໄລ Wisconsin ສະຫະຣັຖອາເມຣິກາ -ເຊີນທ່ານຮັບຟັງໄດ້ເລີຍ.