ການຄ້າສັດປ່າຫາຍາກ ຢູ່ລາວ ເພີ້ມຂຶ້ນ

ຈໍາປາທອງ
2018.01.24
F-Panda ເມື່ອວັນທີ 12 ມົກກະຣາ 2018 ນີ້ ເຈົ້າໜ້າທີ່ພາສີ ດ່ານບໍ່ເຕັນ ໄດ້ກວດຣົດຕູ້ ທີ່ອອກມາຈາກ ຊາຍແດນຈີນ, ພົບໝີພັນດ້າ ແດງ 6 ໂຕ, ໝີແພັນດ້າແດງ ຈະຖືກສົ່ງຕໍ່ໃຫ້ ສູນອະນຸຮັກ ໝີລາວ ແຂວງຫລວງພຣະບາງ, ໝີແພັນດາແດງ ຕາຍ 3 ໂຕ ອີກ 3 ໂຕ ຍັງແຂງແຮງດີ.
Photo credit: Free The Bear Fund

ຢູ່ ສປປລາວ ແລະ ຢູ່ປະເທສໄທ ໃນຣະຍະຫລັງໆມານີ້ ປາກົດວ່າຂະບວນຄ້າສັດປ່າ ແລະຊິ້ນສ່ວນສັດປ່າ ທີ່ຫາຍາກ ແລະໃກ້ຈະສູນພັນ ມີຫຼາຍຂຶ້ນຊຶ່ງມີທັງ ເສືອ, ໝີ, ງາຊ້າງ, ນໍແຮດ,ລິ່ນ ໃນຂະນະທີ່ ທາງການ 2 ປະເທສນີ້ ພຍາຍາມສະກັດກັ້ນ ແຕ່ກໍຍັງເລັດລອດ ໄປໄດ້ ຫຼາຍຢູ່.

ເມື່ອວັນທີ 12 ມົກກະຣາ 2018 ນີ້ ເຈົ້າໜ້າທີ່ພາສີ ດ່ານຊາຍແດນບໍ່ເຕັນ ທີ່ຕິດກັບປະເທສຈີນ ໄດ້ກວດຣົດຕູ້ ທີ່ອອກມາຈາກ ຊາຍແດນ ຈີນ, ພົບໝີພັນດ້າ ແດງ 6 ໂຕ ທີ່ຈະຂົນເຂົ້າມາ ແຂວງຫລວງນ້ຳທາ. ໝີ ຊນິດນີ້ມີຖິ່ນກຳເນີດ ໃນແຖບພູເຂົາ ຮິມມາໄລ ແລະຢູ່ຕາມ ສາຍພູ ພາກຕາເວັນຕົກສ່ຽງໃຕ້ ຂອງຈີນ ໃນຂະນະທີ່ຍັງບໍ່ຮູ້ຈັກວ່າ ມີຢູ່ໃນປ່າຂອງລາວ ຫລືບໍ່.

ໝີແພັນດ້າແດງ ທີ່ວ່ານີ້ຖືກເຈົ້າໜ້າທີ່ພາສີ ມອບໃຫ້ເຈົ້າໜ້າທີ່ ກວດກາປ່າໄມ້ ແຂວງຫລວງນ້ຳທາ ແລະຖືກມອບຕໍ່ໃຫ້ອົງການ ຟຣີ ເດີ ເບັຍ ຟັນ ເພື່ອສົ່ງຕໍ່ ໃຫ້ສູນອະນຸຮັກໝີລາວ ແຂວງຫລວງພຣະບາງ. ແຕ່ໝີແພັນດາແດງ ຕາຍ 3 ໂຕ ແລະອີກ 3 ໂຕ ຍັງແຂງແຮງດີ.

ກ່ຽວກັບເຣຶ່ອງນີ້ ທ່ານ ແສງອາລຸນ ວົງໄຊ ຜູ້ຈັດການໂຄງການອານຸຮັກໝີລາວ ກ່າວວ່າ:

"ແມ່ນແລ້ວເນາະເພາະວ່າໝີແພນດ້າແດງ ເຖິງວ່າຈະບໍ່ມີ ໃນປະເທດຂອງພວກເຮົາ ແຕ່ກໍ່ຈັດຢຸ່ໃນສາຍພັນສັດຫາຍາກ ໃກ້ສຸນພັນ ຖືວ່າ ຜິດກົດໝາຍ ຕາມສົນທິ ສັນຍາໄຊເປັດ ລະຫວ່າງປະເທດ ຕາມການຄາດຄະເນ ຂອງເຈົ້າໜ້າທີ່ໂຄງການ ຂອງພວກເຮົາເນາະ ຄິດວ່າ ການລັກລອບນໍາເຂົ້າ ໃນຄັ້ງນີ້ຫັ້ນເນາະ ອາດຈະເປັນການລັກລອບຄ້າຂາຍ ເພື່ອເປັນສັດລ້ຽງ."

ສປປລາວ ເປັນປະເທດນຶ່ງ ທີ່ມີການຊື້-ຂາຍສັດປ່າ ແລະຊິ້ນສ່ວນສັດປ່າຫລາຍ ແລະເປັນທາງຜ່ານ ທີ່ສຳຄັນໃນການລັກລອບ ຂົນສັດປ່າ ແລະຊິ້ນສ່ວນສັດປ່າ ໃນຂົງເຂດ ເອເຊັຍຕາເວັນອອກສ່ຽງໃຕ້ ແລະຂະບວນການນີ້ ຍັງເຄື່ອນໄຫວຢູ່ຢ່າງຕໍ່ເນຶ່ອງ ເຖິງແມ່ນວ່າທາງການ ສປປລາວ ມີກົດໝາຍທີ່ເວົ້າເຖິງ ສັດປ່າ ຊຶ່ງກຳນົດທັງຫລັກການ, ຣະບຽບການ ແລະມາດຕະການ ເພື່ອສະກັດກັ້ນຜົລກະທົບອັນບໍ່ດີ ຕໍ່ ສັດປ່າ ຮວມທັງການຊື້-ຂາຍ ທີ່ບໍ່ຖືກຕ້ອງຕາມກົດໝາຍ ເພື່ອໃຫ້ສອດຄ່ອງກັບ ສົນທິສັນຍາ ສາກົນ ທີ່ ສປປລາວ ເປັນພາຄີ ໃນມື້ວັນທີ 30 ພຶສພາ 2004 ຄືສົນທິສັນຍາສາກົນ ວ່າດ້ວຍການຄ້າຂາຍຊນິດພັນສັດປ່າ ແລະພືດປ່າທີ່ໃກ້ຈະສູນພັນ ຣະຫວ່າງຊາດ ດັ່ງທີ່ໄດ້ຣະບຸ ໄວ້ໃນມາດຕຣາ 6 ຂອງກົດໝາຍວ່າດ້ວຍສັດນ້ຳ ແລະສັດປ່າຂອງລາວ.

ພ້ອມກັນນັ້ນ ຣັຖບາລຍັງມອບໃຫ້ກະຊວງກະສິກັມແລະປ່າໄມ້ ເປັນໃຈກາງປະສານງານກັບ ຂແນງການອື່ນໆ ແລະທ້ອງຖິ່ນອັນໝາຍເຖິງ ຜແນກກະສິກັແລະປ່າໄມ້ແຂວງ, ເມືອງ ແລະບ້ານ ໃນການປົກປັກຮັກສາສັດປ່າ.

ຕໍ່ຜູ້ລະເມີດ ກໍວ່າມີມາດຕະການສຶກສາອົບຮົມ, ລົງວິນັຍ, ປັບໃໝ ແລະມາດຕະການທາງອາຍາ ຕາມທີ່ໄດ້ກຳນົດໄວ້ ຢູ່ໃນມາດຕຣາ 71. ເຖິງມີມາດຕະການລົງໂທດ ຄຶແນວນັ້ນ ແຕ່ການລັກລອບຄ້າຂາຍ ສັດປ່າ ແລະຊິ້ນສ່ວນສັດປ່າ ຢູ່ພາຍໃນລາວ ແລະການຂົນສົ່ງຜ່ານລາວ ໄປປະເທສເພື່ອນບ້ານ ກໍຍັງມີຢູ່ຕໍ່ໄປ, ດັ່ງທ່ານ ແສງອາລຸນ ກ່າວວ່າ:

"ອັນນີ້ກໍ່ເປັນອີກເຫດການໜື່ງ ທີ່ເຫັນໄດ້ວ່າເຄືອຂ່າຍ ການລັກລອບຄ້າຂາຍສັດປ່າ ຜິດກົດໝາຍ ຍັງມີການຂຍາຍຕົວຢູ່ ເຊີ່ງຄິດວ່າອາດ ຈະຍັງມີ."

ແຕ່ເມື່ອເວົ້າເຖິງການສະກັດກັ້ນ ການລັກລອບຄ້າສັດປ່າຢູ່ ສປປລາວ ເຖິງມີມາດຕະການ ຄືທີ່ເວົ້າມານັ້ນ ແຕ່ກໍບໍ່ມີຜົລຫຍັງຫລາຍ ເພາະ ມັນໃຊ້ໄດ້ພຽງແຕ່ ກັບກໍຣະນີ ເລັກໆນ້ອຍໆເທົ່ານັ້ນ ຍ້ອນວ່າກົດໝາຍ ບໍ່ໄດ້ຮັບການຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງພໍເທົ່າໃດ.

ອັນນຶ່ງມັນສະແດງອອກ ຢູ່ໃນມະຕິຕົກລົງ ຂອງກອງປະຊຸມ ປະຈໍາເດືອນທັນວາ ຄັ້ງຫລ້າສຸດຂອງຣັຖບາລ ສປປລາວ ທີ່ວ່າຣັຖບາລອອກ ນິຕິກັມເປັນຈໍານວນຫລາຍ ແຕ່ການຕິດຕາມ ປະເມີນຜົລຈັດຕັ້ງ ປະຕິບັດຕົວຈິງ ບໍ່ທັນມີປະສິດທິຜົລ.

ເພື່ອປາບປາມການຄ້າສັດປ່ານີ້ ສະຫະຣັຖອາເມຣິກາ ສເນີໃຫ້ຣາງວັນເຖິງ 1 ລ້ານໂດລາ ສະຫະຣັຖ ແກ່ຜູ້ໃຫ້ຂໍ້ມູນ ທີ່ສາມາດນໍາໄປສູ່ ການຈັບກຸມທ້າວ ວິໄຊ ແກ້ວສະຫວ່າງ ນັກຄ້າສັດປ່າລາຍໃຫຍ່ ຢູ່ເອເຊັຍຕາເວັນອອກສ່ຽງໃຕ້. ແຕ່ກໍຍັງບໍ່ເຫັນວ່າ ມີຜູ້ໃດໃຫ້ຂໍ້ມູນ ນັ້ນໄດ້. ດັ່ງນັ້ນ ຈຶ່ງເຮັດໃຫ້ການຄ້າສັດປ່າ ລາຍໃຫຍ່ຢູ່ ສປປລາວ ມີມາຢູ່ຕລອດ.

ເມື່ອທ້າຍປີທີ່ຜ່ານມາ ກໍມີຂ່າວວ່າ ການຄ້າສັດປ່າຜິດກົດໝາຍ ຮວມທັງລິ່ນ ແລະຜລິຕພັນ ຈາກສັດປ່າ ກໍາລັງຮຸ່ງເຮືອງ ໃນປະເທສລາວ, ຕາມການເປີດເຜີຍ ຂອງອົງການເຝົ້າຣະວັງການຄ້າສັດປ່າ TRAFFIC ທີ່ຣະບຸວ່າ ສັດທີ່ໃກ້ຈະສູນພັນ ເຊັ່ນລິ່ນ ມີຂາຍກັນຢ່າງເປີດເຜີຍ ໃນລາວ ແລະການບັງຄັບໃຊ້ກົດໝາຍ ຕໍ່ການຄ້າຜິດກົດໝາຍ ກໍຍັງບໍໍ່ເຂັ້ມແຂງພໍ ແລະຊາວລາວຢູ່ພາຍໃນປະເທສ ກໍເວົ້າຕໍ່ວິທຍຸເອເຊັຍ ເສຣີ ໃນມື້ວັນທີ 23 ມົກກະຣາ ນີ້ວ່າມີການຂາຍສັດປ່າ ຫຼາຍຢູ່ເຖິງຈະມີ ການຫ້າມກໍດີ:

"ຫວງຫ້າມເບິດທຸກຢ່າງແຫຼະ ແຕ່ວ່າເຂົາຫາກຂາຍບໍ່ອຶດ ກະຮອກ ມີນົກ ມີໂຕອົ້ນ ມີຊິ້ນຟານ ລິ່ນບໍ່ເຫັນ."

ທ່ານກ່າວອີກວ່າ ສັດປ່າບາງຊນິດ ກໍມີຫ້ອຍຂາຍຕາມທາງ ເຮັດຮ້ານນ້ອຍ ຫ້ອຍຂາຍໜ້າບ້ານ ຢູ່ຕລາດເມືອງໃຫຍ່ກໍມີເຊັ່ນ; ແຂວງວຽງຈັນ, ນະຄອນຫຼວງວຽງຈັນ. ສັດປ່າຈໍານວນນຶ່ງ ເຊັ່ນແລນກໍເອົາມາແຕ່ທາງໃຕ້ ຈາກຄໍາມ່ວນ, ສາລະວັນ, ອັດຕະປື.

ເຈົ້າໜ້າທີ່ອາວຸໂສອົງການ Traffic ປະຈໍາຂົງເຂດເອເຊັຍຕາເວັນອອກສ່ຽງໃຕ້ ກ່າວວ່າ: “ລາວຈໍາເປັນຕ້ອງແກ້ໄຂບັນຫາເລົ່ານີ້ ຍ້ອນມັນ ເປັນເຣຶ່ອງຮີບດ່ວນ ຫລືມີຄວາມສ່ຽງຕໍ່ການທີ່ຈະຖືກຂນານນາມວ່າ ເປັນເມືອງຫລວງ ຂອງການລັກລອບຄ້າ ສັດປ່າແຫ່ງເອເຊັຍ."

ນັກວິຈັຍຂອງອົງການ Traffic ພົບວ່າຢູ່ພາກເໜືອຂອງລາວ ມີການຂາຍ ລິ່ນຫລາຍ ຄືແຕ່ປີ 2011 ຫາປີ 2016 ຍຶດລິ່ນໄດ້ຫຼາຍກວ່າ 5,600 ໂຕ. ສັດເລົ່ານີ້ ມັກຖືກລັກລອບມາຈາກໄທ ແລະມີປາຍທາງສົ່ງຕໍ່ໄປຈີນ ຫຼືວຽດນາມ. ລິ່ນ ມີຄວາມສ່ຽງ ຂັ້ນວິກິດຕໍ່ການ ສູນພັນ ແລະເປັນສັດລ້ຽງລູກດ້ວຍນົມ ຖືກຄ້າຂາຍຫລາຍທີ່ສຸດໃນໂລກ ຄືໃນຣະຍະ 10 ປີທີ່ຜ່ານມານີ້ ຖືກຂາຍໄປແລ້ວ ຫຼາຍກວ່າ 1 ລ້ານໂຕ ຍ້ອນມີການຖືກັນວ່າ ຊີ້ນລິ່ນ ເປັນອາຫານຣົດເລີດ, ໜັງ ແລະເກັດລິ່ນ ໃຊ້ເປັນສ່ວນປະກອບ ສໍາຄັນສໍາລັບ ປຸງຢາພື້ນເມືອງ ຕາມແຜນ ໂບຮານ ແລະເປັນສິນຄ້າ ເຄື່ອງແຕ່ງກາຍ ທີ່ມີຄວາມນິຍົມ ແລະຕ້ອງການຫຼາຍ ຢູ່ຈີນ ແລະປະເທສອື່ນໆໃນເອເຊັຍ, ຕາມຄໍາເວົ້າຂອງ ອົງການອະນຸຮັກສັດປ່າ.

ແລະເມື່ອວັນທີ 12 ທັນວາ ທີ່ຫາກໍຜ່ານມານີ້ ເຈົ້າຫນ້າທີ່ໄທ ກໍໄດ້ຈັບກຸມ ເຈົ້າພໍ່ຄ້າສັດປ່າ ລາຍໃຫຍ່ໃນຂົງເຂດ ຊຶ່ງເປັນການທັບມ້າງ ເຄືອຂ່າຍກຸ່ມຄ້າສັດປ່າ ປະເພດງາຊ້າງ, ນໍແຮດ ແລະຊິ້ນສວ່ນຂອງເສືອ ໄປຈີນແລະວຽດນາມ.

ທ້າວ ບຸນໃຈ ບັກ ອາຍຸ 40 ປີ, ເປັນຊາວວຽດນາມ ສັນຊາດໄທ ຖືກຈັບໃນຂໍ້ຫາ ຢູ່ເບື້ອງຫລັງຂອງການນຳ ນໍແຮດ ເຂົ້າປະເທສໄທ ຈຳນວນ 14 ນໍ ເປັນມູນຄ່າປະມານ 1 ລ້ານໂດລາ ສະຫະຮັຖ ຈາກອາຟຣີກາ ມາໄທ.

ການຈັບກຸມທ້າວ ບຸນໃຈ ມີຂຶ້ນພາຍຫລັງທີ່ ທ້າວ ນີກອນ ວົງພະຈັນ ເຈົ້າຫນ້າທີ່ປ່າສງວນແຫ່ງຊາດ ແລະອະນຸຮັກສັດປ່າ ຂອງໄທຖືກຈັບ ທີ່ສນາມບິນສາກົນບາງກອກ ໃນຂະນະທີ່ຜູ້ກ່ຽວພຍາຍາມ ເຄື່ອນຍ້າຍນໍແຮດ ຈາກສູນກວດຄົນເຂົ້າເມືອງ ໄປໄວ້ ຢູ່ຫ້ອງການໃກ້ຄຽງ. ນໍແຮດທີ່ວ່ານີ້ ຖືກຄົນຈີນ ລັກນໍາເຂົ້າມາໄທ ຈາກອາຟຣີກາ. ທ້າວບຸນໃຈ ເປັນນຳຊິ້ນສ່ວນສັດປ່າຊນິດທີ່ຕ້ອງຫ້າມເຂົ້າມາໄທ ແລະໄດ້ສົ່ງໄປ ຈີນ ແລະວຽດນາມຫລາຍເທື່ອແລ້ວ.

ເວົ້າເຖິງການລັກຂົນສົ່ງແລະຄ້າຂາຍສັດປ່າ ແລະຊິ້ນສ່ວນສັດປ່າທີ່ຫາຍາກ ແລະໃກ້ຈະສູນພັນແບບຜິດກົດໝາຍຢູ່ ສປປລາວ, ຢູ່ຂົງເຂດ ເອເຊັຍຕາເວັນອອກສ່ຽງໃຕ້ ຮວມທັງຢູ່ຈີນ ນັ້ນຫຼາຍຄົນເວົ້າວ່າ ແມ່ນເປັນແບບຕ່ອງໂສ້ ເປັນຕົ້ນຣະຫວ່າງ ໄທ, ລາວ, ວຽດນາມແລະຈີນ ແລະພວກຄ້າຂາຍ ກໍມີເສັ້ນມີສາຍ ກັບຜູ້ມີອໍານາດ ຢູ່ໃນແຕ່ລະປະເທສ, ດັ່ງນັ້ນ ຈຶ່ງເຮັດໃຫ້ພວກເຂົາ ລອຍນວນ ຢູ່ໄດ້ຢ່າງສະບາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.