ປາຂ່າຕາຍຢູ່ວັງສງວນ ບ.ຫາງສະດໍາ
2018.03.12

ເຈົ້າໜ້າທີ່ WWF ປະຈຳສປປລາວ ສັນນິຖານວ່າ ປາຂ່າທີ່ຕາຍຢູ່ ວັງສງວນ ດອນລະງາ ບ້ານຫາງສະດຳ ເມືອງໂຂງແຂວງຈຳປາສັກ ເຂດສີ່ພັນດອນ ນັ້ນອາດຖືກມອງ ຂອງຊາວບ້ານ ຈຶ່ງໄດ້ຮັບບາດເຈັບແລ້ວກໍ່ຕາຍ ໃນວັນທີ 10 ມີນາ ຜ່ານມາ ຄາດວ່າອາດຕາຍມາໄດ້ 2 ມື້ ກ່ອນທີ່ຈະມີ ຄົນມາເຫັນ. ດັ່ງເຈົ້າໜ້າທີ່ WWF ປະຈຳ ສປປ ລາວ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ມີນາ ນີ້ວ່າ:
"ເອີ ຢູ່ໃຕ້ແມ່ນແຫຼະ ປາຂ່າ ໂຕນ້ອຍໂຕນຶ່ງ ເພິ່ນໄປເບິ່ງແລ້ວແຕ່ວ່າ ສາເຫດການຕາຍ ເຂົາສັນນິຖານວ່າ ອາດຊິຖືກມອງ ຖືກຫຍັງ ມັນເຈັບ ມັນຕາຍ ເພາະວ່າມັນຟູຂື້ນ ຂະເຈົ້າເຫັນ ກໍ່ບໍ່ແນ່ໃຈເນາະ ເພາະວ່າມັນ ລອຍຂື້ນມາ ມັນອາດຈະບໍ່ຖືກ ພື້ນທີ່ນັ້ນ ໂດຍກົງ."
ທ່ານກ່າວຕື່ມວ່າ ປາຂ່າ ທີ່ຕາຍໄປນັ້ນ ຂນະນີ້ເຈົ້າໜ້າທີ່ ຍັງບໍ່ໄດ້ນໍາໄປກວດສອບ ຢູ່ຫ້ອງແລັບ ເພື່ອຫາສາເຫດ ທີ່ແທ້ຈິງ ວ່າປາຂ່າຕາຍ ຈາກສານເຄມີ ຖືກໄຟຟ້າຊອດ ຫລື ຖືກມອງ ຂອງປະຊາຊົນ.
ເຈົ້າໜ້າທີ່ໜ່ວຍລາດຕາເວັນ WWF ແຂວງຈຳປາສັກ ກ່າວວ່າ ເມື່ອຫຼາຍປີກ່ອນ ປາຂ່າ ແຖວບ້ານ ຫາງສະດຳ ຈະມີຫຼາຍກວ່າ 20 ໂຕ ແຕ່ມາຮອດ ປະຈຸບັນນີ້ ເຫຼືອປະມານ 5 ໂຕ ເທົ່ານັ້ນ ຕາມທີ່ພົບເຫັນ ແລະ ຫລ້າສຸດ ປາຂ່າ ອາຍຸ 3 ເດືອນ ກໍ່ຕາຍ ເຊັ່ນກັນ.
ເຈົ້າໜ້າທີ່ຜແນກກະສິກັມ ປ່າໄມ້ ແຂວງຈຳປາສັກ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 12 ມີນາ ນີ້ວ່າ ທາງການລາວ ກໍຍັງໃຫ້ປະຊາຊົນ ໃນພື້ນທີ່ ສີ່ພັນດອນ ເມືອງໂຂງ ແລະ ເມືອງ ມູລປະໂມກ ຍັງຫາປາ ແລະສັດນໍ້າອື່ນໄດ້ ຕາມປົກກະຕິ ພຽງແຕ່ ບໍ່ແມ່ນໃນເຂດຫວງຫ້າມ ຫຼື ວັງສງວນ ທີ່ທາງການກຳນົດໄວ້ ແລະກຳນົດໃຫ້ ປະຊາຊົນໃຊ້ເຄື່ອງມື ຫາປາແບບທັມມະຊາດ ບໍ່ໃຊ້ເຄື່ອງມື ທີ່ຜິດກົດໝາຍ ດັ່ງທ່ານ ໄດ້ກ່າວຕື່ມວ່າ:
ເຈົ້າ, ແມ່ນລະ ບໍ່ໃຫ້ເຮັດລີ່ ເຮັດຕ້ອນຂນາດໃຫຍ່ ຫຼືວ່າເປັນມອງຕໍ່າ ທີ່ວ່າທາງປາຂຶ້ນເນາະ ເພິ່ນບໍ່ໃຫ້ເຮັດ ໝົດປີເລີຍເຈົ້າ ເພິ່ນຈະໃຫ້ເລີກ ແຕ່ກີ້ເພິ່ນເຄີຍ ຕາມລີ່ ຕາມຕ້ອນເນາະ ແຕ່ດຽວນີ້ເພິ່ນໃຫ້ ເລີກໝົດ ແມ່ນເຈົ້າ ທຸກບ່ອນເລີຍ ທີ່ວ່າມີການຕັນ ແຮັດແບບນີ້ ເຈົ້າ ເພາະວ່າ ລັກລອບ ໃນການຕັນ ຕັນຄົນອື່ນບໍ່ໄດ້ກິນນໍາ ໄດ້ໃຊ້ແຕ່ຜູ້ດຽວ."
ປັດຈຸບັນ ທາງການລາວໄດ້ຮ່ວມມືກັບ ອົງການກອງທຶນອະນຸຮັກ ທັມມະຊາດສາກົນ ປະຈຳ ສປປ ລາວ ຫຼື WWF ເພື່ອຄຸ້ມຄອງ ແລະ ສັດອື່ນໃນເຂດ ວັງສງວນທັງໝົດ 7 ວັງ ໃນເຂດສີ່ພັນດອນ ແຂວງຈຳປາສັກ.