ເກົາຫຼີໃຕ້ມອບເງິນຊ່ອຍເຫຼືອ ເດັກນ້ອຍ ມ.ສນາມໄຊ

ມະນີຈັນ
2020.03.19
f-sanamxay-kids ເດັກນ້ອຍ ໃນສູນພັກເຊົາຊົ່ວຄາວ ເມືອງສນາມໄຊ ແຂວງອັດຕະປື
RFA/PN

ອົງການຮ່ວມມືສາກົລ ຂອງເກົາຫລີໃຕ້ ຫລື KOICA ປະຈໍາລາວ ມອບເງິນຈໍານວນ 1 ລ້ານ 8 ແສນໂດລາ ສະຫະຣັດ ຜ່ານອົງການ UNICEF ປະຈໍາລາວ ເພື່ອນໍາໄປຊ່ອຍເຫລືອ ເດັກນ້ອຍແຂວງອັດຕະປື ເປັນຕົ້ນເພື່ອຟື້ນຟູ ຄຸນນະພາບຊີວິດ ຂອງເດັກນ້ອຍເມືອງ ສນາມໄຊທີ່ໄດ້ຮັບຜົລກະທົບ ຈາກເຫດເຂື່ອນເຊປຽນ-ເຊນໍ້ານ້ອຍແຕກເມື່ອປີ 2018. ດັ່ງເຈົ້າໜ້າທີ່ອົງການ KOICA ທ່ານນຶ່ງ ກ່າວຕໍ່ RFA ໃນມື້ວັນທີ 19 ມີນານີ້ວ່າ:

“ຈະມີໂຄງການນຶ່ງທີ່ວ່າຟື້ນຟູແຂວງອັດຕະປືເນາະ ເປັນແຂວງບຸຣິມະສິດ ທາງຣັຖບານເກົາຫລີ ຈະເນັ້ນຟື້ນຟູໃຫ້ພ້ອມທີ່ຂະເຈົ້າ ພໍໃຊ້ໄດ້ ຫັ້ນນະ ເບິ່ງພື້ນຖານໂຄງຮ່າງ ຂົງເຂດການສຶກສາ ສາທາເບາະ ເພິ່ນຈະເບິ່ງຄວາມຈໍາເປັນ ຂອງໂຕໃດກ່ອນໂຕໃດຫລັງ ແລ້ວກໍຊັບພອຕ ເຂົ້າຫາຄວາມຈໍາເປັນ.”

ທ່ານກ່າວວ່າ ເດັກນ້ອຍໃນທົ່ວແຂວງ ອັດຕະປື ມີປະມານ 3 ພັນຄົນ ຊຶ່ງໃນນັ້ນມີເດັກນ້ອຍອາຍຸຫລຸດ 13 ປີ ໄດ້ຮັບຜົລກະທົບ ຈາກ ເຫດເຂື່ອນແຕກ ຢູ່ເມືອງສນາມໄຊ 577 ຄົນ. ທ່ານກ່າວຕື່ມວ່າ ສາເຫດທີ່ອົງການ KOICA ໃຫ້ເງິນຊ່ອຍເຫລືອເດັກນ້ອຍ ໃນແຂວງ ອັດຕະປື ເທື່ອນີ້ ກໍເພື່ອຟື້ນຟູ ແລະປັບປຸງຄຸນນະພາບ ຊີວິດຂອງເດັກນ້ອຍ ໃຫ້ດີຂຶ້ນ ເພາະເຫັນວ່າຄຸນນະພາບຊີວິດ ຂອງພວກເຂົາເຈົ້າ ຍັງບໍ່ດີເທົ່າທີ່ຄວນ ແລະບໍ່ແມ່ນເງິນຊົດເຊີຍ ໃຫ້ຜູ້ທີ່ໄດ້ ຮັບຜົລກະທົບ ແຕ່ຢ່າງໃດ.

ແລະເຈົ້າໜ້າທີ່ອົງການ UNICEF ປະຈໍາລາວ ກໍກ່າວຕໍ່ RFA ໃນມື້ດຽວກັນນີ້ວ່າ ເງິນຊ່ອຍເຫລືອຈໍານວນດັ່ງກ່າວ ທາງ UNICEF ຈະນໍາໄປຟື້ນຟູ ແລະປັບປຸງ ຄຸນນະພາບຊີວິດຂອງເດັກນ້ອຍ ທີ່ໄດ້ຮັບຜົລກະທົບຈາກເຂື່ອນແຕກ ໃນເມືອງສນາມໄຊ ກ່ອນແລ້ວຈຶ່ງ ຈະຂຍາຍໂຄງການ ໄປຊ່ອຍເຫລືອເດັກນ້ອຍ ຢູ່ເມືອງອື່ນໆໃນແຂວງອັດຕະປື.

ໃນການຊ່ອຍເຫຼືອນັ້ນ ຈະເນັ້ນໃສ່ເຣຶ່ອງໂພຊນາການ, ການເຂົ້າເຖິງນໍ້າສະອາດການສັກຢາ-ຢອດຢາປ້ອງກັນພຍາດ ແລະປັບປຸງເຣື່ອງ ການສຶກສາ ໃຫ້ມີຄຸນນະພາບດີຂຶ້ນ ດັ່ງທີ່ທ່ານກ່າວວ່າ:

“ຫລັກໆກໍຄື ເຣື່ອງສາທາຣະນະສຸກເນາະ ເຣື່ອງວຽກງານໂພຊນາການ ໃຫ້ເດັກທີ່ວ່າໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມ ໃຫ້ການບໍຣິການ ສັກຢາ-ຢອດຢາ ການເຂົ້າເຖິງນໍ້າສະອາດ ປັບປຸງຣະບົບການສຶກສາເດັກ ທີ່ໄດ້ຮັບຜົລກະທົບ ໃຫ້ກັບຄືນສະພາບເດີມ ປະມານນັ້ນແຫລະ."

ກ່ອນໜ້ານີ້ ເມື່ອປີ 2019 ຣັຖບານເກົາຫລີໃຕ້ ໄດ້ມອບເງິນໃຫ້ແກ່ຣັຖບານລາວ ຈໍານວນ 11 ລ້ານ 5 ແສນໂດລາສະຫະຣັດ ເພື່ອນໍາໄປ ຟື້ນຟູ ແລະປັບປຸງ ຄຸນນະພາບຊີວິດ ຂອງປະຊາຊົນ ເມືອງສນາມໄຊ ທີ່ໄດ້ຮັບຜົລກະທົບ ຈາກ ເຫດເຂື່ອນແຕກ. ເງິນຈໍານວນດັ່ງກ່າວ ໄດ້ນໍາໄປໃຊ້ເຂົ້າໃນການພັທນາ 5 ຂແນງການ ຊຶ່ງມີທັງຂແນງ ສາທາຣະນະສຸກ ການສຶກສາ ປັບປຸງຊີວິດການເປັນຢູ່ ການສ້າງຣາຍໄດ້ ຈາກການກະເສດ ແລະການນຝຶກອົບຮົມ ດ້ານສີມື ແຮງງານ ການປົກປ້ອງເດັກນ້ອຍ ແລະການຄຸ້ມຄອງຄວາມສ່ຽງ ຈາກພັຍພິບັດຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.