ຊາວຈີນ ຖືກຍິງເສັຽຊີວິຕ ເຂດຖນົນ T2
2016.07.13
ໃນຕອນຄ່ຳ ຂອງມື້ວັນທີ 11 ກໍຣະກະດາ 2016 ເວລາປະມານ 21 ໂມງ 30 ນາທີ ຕາມເວລາ ທ້ອງຖິ່ນ, ໄດ້ເກີດເຫຕ ຄົນຮ້າຍ ໃຊ້ອາວຸດປືນ ຍິງ ແມ່ຍິງ ຊາວຈີນ ເສັຽຊີວິຕ ຄາທີ່ 1 ຄົນ ເຂດບ້ານ ວັດໄຕນ້ອຍ, ເມືອງສີໂຄດຕະບອງ, ນະຄອນຫຼວງ ວຽງຈັນທນ໌, ໃກ້ກັບ ສູນການຄ້າ ສາກົນ ຊັ່ງຈ່ຽງ ຫຼື ຕະຫຼາດ ຊັ່ງຈ່ຽງ, ເຊິ່ງເປັນ ບ່ອນຊຸມຊົນ ຄົນຈີນ ຂນາດໃຫຍ່ ໃນນະຄອນຫຼວງ ວຽງຈັນທນ໌.
ເຈົ້າໜ້າທີ່ ອາສາກູ້ພັຍ ຂອງມູລນິທິ ຊ່ວຍເຫຼືອ ຄົນທຸກຍາກ ແຫ່ງປະເທດລາວ ທີ່ໄດ້ເຂົ້າໄປ ຊ່ວຍກູ້ສົບ ຂອງແມ່ຍິງ ຊາວຈີນ ຜູ້ຖືກ ເຄາະຮ້າຍນັ້ນ ໄດ້ກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ເມື່ອວັນທີ 12 ກໍຣະກະດາ 2016 ນີ້ວ່າ ປະຈຸບັນ ຍັງບໍ່ຮູ້ ສາເຫຕ ທີ່ແນ່ນອນ ເທື່ອວ່າ ເປັນຫຍັງ ແມ່ຍິງ ຊາວຈີນ ຄົນນີ້ ຈຶ່ງຖືກ ຄົນຮ້າຍຍິງ ຈົນເສັຽຊີວິຕ, ຊຶ່ງເຈົ້າໜ້າທີ່ ຕຳຣວດ ປ້ອງກັນຄວາມສງົບ ເມືອງສີໂຄດຕະບອງ ສົມທົບກັບ ໜ່ວຍພິສູດ ຫຼັກຖານ ນະຄອນຫຼວງ ວຽງຈັນທນ໌ ຮ່ວມກັບ ເຈົ້າໜ້າທີ່ ກະຊວງ ການຕ່າງປະເທດ ກໍໄດ້ລົງໄປ ຮິບໂຮມ ຂໍ້ມູນ ແລະ ຫຼັກຖານພິຍານ ເພື່ອສືບສວນສອບສວນ ເຖິງສາເຫຕ ທີ່ເກີດຂຶ້ນ. ທ່ານກ່າວຕໍ່ ຜູ້ສື່ຂ່າວ ເອເຊັຽເສຣີ ວ່າ:
“ກະຍັງບໍ່ແນ່ນອນນ່າ ເພາະເພິ່ນກະຍັງເອົາ ຂໍ້ມູນໄປ ແບບຄ້າວໆເນາະ ຫຼາຍຄົນຫຼາຍແນວ ເວົ້າເນາະ ອັນນີ້ນ່າ ເພາະວ່າ ເຂດນັ້ນ ມັນກະມືດ ອີ່ຫຼີ. ໂດຍ, ເພິ່ນລົງມາແຕ່ ມື້ຄືນນີ້ ແລ້ວເນາະ ຍັງຂັ້ນຕອນ ຂອງເຈົ້າໜ້າທີ່ ເພິ່ນສືບສວນສອບສວນ ຢູ່ເນາະ. ເປັນໜ່ວຍພິສູດ ຫຼັກຖານ ຂອງນະຄອນຫຼວງເນາະ ຮ່ວມກັບ ກະຊວງ ການຕ່າງປະເທດ ເຈົ້າ.”
ຜູ້ທີ່ເຫັນເຫດການ ເວົ້າວ່່າ ການຍິງກັນນັ້ນ ມີການຊີງຊັບ ດຶງຖົງເງີນ ຂອງຄູ່ຜົວເມັຽຈີນ ເກີດຂຶິ້ນ ແຕ່ຜູ້ເສັຽຊີວິຕ ດຶງຄືນ ບໍ່ປ່ອຍໃຫ້ງ່າຍ ຈຶ່ງເຮັດໃຫ້ ຜູ້ຊ້ອນ ທ້າຍຣົດຈັກ ທີ່ເປັນຜູ້ຍິງ ຈົກປືນ ມາຍິງທັນທີ ຈົນເສັຽຊີວິຕ ໃນເວລາ ປະມານ 21 ໂມງ 30 ນາທີ, ຕອນແລງ ຂອງມື້ວັນທີ 11 ເດືອນ 7 ໂດຍຄູ່ຜົວເມັຽຊາວຈີນ ຄົນດັ່ງກ່າວ ຍ່າງຫລິ້ນ ມາຕາມເສັ້ນທາງ T2 ເຂດບ້ານ ວັດໄຕນ້ອຍ.
ຕໍ່ບັນຫານີ້ ວິທຍຸ ເອເຊັຽເສຣີ ໂທຣະສັບ ໄປຍັງ ສະຖານທູຕຈີນ ປະຈຳລາວ ແຕ່ບໍ່ມີ ຜູ້ຮັບສາຍ. ເຖິງຢ່າງໃດ ກໍຕາມ, ກ່ອນໜ້ານີ້ ກໍມີເຫດການ ຊາວຈີນ ຖືກຍິງ ເສັຽຊີວິຕ ຫຼາຍຄົນ, ຊຶ່ງເຮັດໃຫ້ ທ່ານ ຫົງ-ຈ່ຽງ, ເລຂາ ເອກອັກຄຣັຖທູຕຈີນ ປະຈຳລາວ ໃນນະຄອນຫຼວງ ວຽງຈັນທນ໌ ຜູ້ທີ່ຕິດຕາມ ແລະ ປະສານງານ ໂດຍກົງ ຕໍ່ເຫຕການ ເກີດຂື້ນ ກັບຄົນຈີນ ໃນລາວ ໂດຍທ່ານ ໃຫ້ຂໍ້ມູນ ກ່ຽວກັບ ເຫຕການ ລອບປອງຮ້າຍ ຄົນຈີນ ໃນລາວ ໃນຫຼາຍ ກໍຣະນີ ໃນລະຍະ ຜ່ານມານັ້ນ ວ່າ:
“ເຮົາກໍ່ໄດ້ ມີການຕິດຕໍ່ ກັບຝ່າຍລາວ ແຈ້ງວ່າ ຄວນຈະຕ້ອງມີ ມາຕການ ທີ່ແນ່ນອນ ໃນການຄຸ້ມຄອງ ສິທທິ ຜົລປໂຍດ ແລະ ຄວາມປອດພັຍ ທັງຊີວິຕ ແລະ ຊັພສິນ ຂອງປະຊາຊົນ ຊາວຈີນ ທີ່ຢູ່ໃນ ປະເທດລາວ. ແລ້ວກໍໃຫ້ ເລັ່ງຕິດຕາມ ສືບສວນຄະດີ, ກໍ່ມີທ່າທີ ຈັ່ງຊີ້.”
ເຖິງຢ່າງໃດກໍຕາມ, ທຸກຄັ້ງ ທີ່ມີການລອບ ທຳຮ້າຍ ຄົນຈີນ ເກີດຂຶ້ນ ໃນລາວນັ້ນ, ທາງການລາວ ກໍບໍ່ເຄີຍ ເປີດເຜີຍ ຫຼື ມີການຖແລງ ຂ່າວວ່າ ໄດ້ຈັບ ຜູ້ກໍ່ເຫຕ ໄດ້ແລ້ວ ຫຼື ຍັງ. ສ່ວນໃຫຍ່ ແມ່ນມັກ ມິດງຽບ ໄປເລີຍ.