ຄົນງານຈີນຖືກລັດຍິງ ຢູ່ ພູຄູນ


2016.03.04
F-soldier ເຈົ້າໜ້າທີ່ທະຫານ ທີ່ ໄດ້ຮັບບາດເຈັບ ແລະ ຖືກສົ່ງມາປິ່ນປົວ ຢູ່ໂຮງໝໍ 103 ນະຄອນຫຼວງວຽງຈັນ
Citizen Journalist

ເຈົ້າໜ້າທີ່ ບໍານານ ທ່ານນຶ່ງ ທີ່ ໃກ້ຊິດກັບ ເຈົ້າໜ້າທີ່ ທະຫານ ຣະດັບສູງ ກະຊວງ ປ້ອງກັນ ປະເທດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 2 ມິນາ ວ່າ, ໃນວັນທີ 1 ມິນາ ເວລາ ປະມານ 20 ໂມງ ໄດ້ເກີດເຫດ ມີກຸ່ມຄົນ ຈໍານວນນຶ່ງ ລັດຍິງ ຄົນງານຈີນ ຂອງ ບໍຣິສັດ ຈີນ ຊຶ່ງເຫດເກີດຢູ່ ບ້ານວຽງຄໍາ ເມືອງ ພູຄູນ ແຂວງ ຫຼວງພຣະບາງ, ເຮັດໃຫ້ມີ ຊາວຈີນ ເສັຽຊີວິດ 1 ຄົນ ແລະ ບາດເຈັບ ອີກ 3 ຄົນ.

ເຈົ້າໜ້າທີ່ ທ່ານນີ້ ເລົ່າວ່າ ສາເຫດ ຂອງ ການລັດຍິງ ໃນຄັ້ງນີ້ ແມ່ນມາຈາກ ບັນຫາ ຂໍ້ຂັດແຍ່ງ ຣະຫວ່າງ ຊາວບ້ານ ທ້ອງຖິ່ນ ກັບ ບໍຣິສັດ ຈີນ ທີ່ໄດ້ຮັບ ສໍາປະທານ ການຕັດໄມ້ ອອກຈາກ ໂຄງການ ສ້າງເຂື່ອນ ນໍ້າງື່ມ 3 ຢູ່ແຂວງ ໄຊສົມບຸນ ເນື່ອງຈາກວ່າ ກຸ່ມຄົນຈີນ ເຂົ້າໄປຕັດໄມ້ ຢູ່ໃນເຂດ ຂອງ ຊາວບ້ານ ແລະ ຊາວບ້ານ ເກີດ ບໍ່ພໍໃຈ ທີ່ເຂົາເຈົ້າ ຈະ ຖືກຍົກຍ້າຍ ອອກຈາກເຂດ ກໍ່ສ້າງ ເຂື່ອນ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.

ເຈົ້າໜ້າທີ່ ທ່ານນີ້ ກ່າວ ອີກວ່າ, ການເຂົ້າໄປ ຕັດໄມ້ ຂອງກຸ່ມຄົນຈີນ ໃນເຂດ ຂອງຊາວ ບ້ານ ຊຶ່ງ ເກີດບັນຫາ ຂຶ້ນໄດ້ ນັບແຕ່ປີ ທີ່ຜ່ານມາ ແລະ ນອກຈາກນີ້ ໄມ້ທີ ຕັດອອກນັ້ນ ແມ່ນຖືກສົ່ງໄປ ແປຮູບຢູ່ ໂຮງເລື່ອຍ ເລກ 1 ທີ່ເປັນຂອງ ທະຫານ ທີ່ຕັ້ງຢູເຂດ ເມືອງພູຄູນ ເພື່ອແປຮູບ ເປັນໄມ້ຕັບ ກ່ອນ ທີ່ຈະສົ່ງໄປ ປະເທດ ຈີນ.

ນອກຈາກນີ້  ໃນເວລາ ໃກ້ຄຽງກັນ ຂອງ ວັນດຽວກັນ ກໍມີເຫດການ ລັດຍິງ ຣົດເມ ວຽງ-ຜົ້ງສາລີ ແລະ ຣົດ ກະບະ ຢູ່ ເສັ້ນເລກທີ 13 ເໜືອ ຢູ່ເຂດເມືອງ ພູູນຄູນ ຕໍ່ໃສ່ ເມືອງກາສີ ແຂວງ ວຽງຈັນ ເຮັດໃຫ້ມີ ຜູ້ໄດ້ຮັບ ບາດເຈັບ 5 ຄົນ.

ໃນເບື້ອງຕົ້ນ ມີຣາຍງານ ວ່າຄົນເຈັບ 5 ຄົນ ຖືກສົ່ງໄປ ປິ່ນປົວ ຢູ່ ໂຮງໝໍ ແຂວງ ຫຼວງພຣະບາງ, ໃນນັ້ນມີ ສໍາມະເນນ 1 ອົງ ທີ່ໄດ້ຮັບ ບາດເຈັບ ຢູ່ຂາ ເບື້ອງຂວາ ແລະ ໄດ້ຮັບ ການຜ່າຕັດ ເປັນທີ່ ຮຽບຮ້ອຍ ແລ້ວ, ແລະ ມີ ເຈົ້າໜ້າທີ່ ທະຫານນຶ່ງ ຄົນ ຈາກ ກອງທະຫານ ຈໍ 297 ຜູ້ຮັກສາ ຄວາມປອດໄພ ປະຈໍາ ຣົດເມ ແລະ ຖືກສົ່ງ ມາ ປິ່ນປົວ ຢູ່ ໂຮງໝໍ 103 ຢູ່ ນະຄອນຫຫຼງ ໃນ ວັນທີ 3 ມີນາ.

ທ່ານໝໍ ພະນົມໄຊ ຊຶ່ງເປັນ ໝໍ ປະຈໍາ ແຂວງ ຫຼວງພຣະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ, ຄົນ ເຈັບທັງ 5 ຄົນ ອາການ ພົ້ນຂີດ ອັນຕະລາຍ ແລ້ວ. ປັດຈຸບັນ ທາງການ ແຂວງ ຫຼວງພຣະບາງ ໄດ້ຣະດົມ ເຈົ້າໜ້າທີ່ ທະຫານ ເພື່ອຊອກຫາ ແລະ ປາມປາມ ກຸ່ມຜູ້ກໍ່ເຫດ ໃນຄັ້ງນີ້. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່ ປ້ອງກັນ ຄວາມສງົບ ແຂວງ ຫຼວງພຣະບາງ.

ກໍຣະນີ ການຍິງ ຣົດເມ ສາທາຣະນະ ທີ່ ຜ່ານມາແມ່ນ ຣົດເມ ວຽງຈັນ-ຫຼວງນໍ້າທາ ຖືກລັດຍິງໃນ ທີ 14 ມົກກະຣາ ຢູ່ເຂດ ເມືອງກາສີ ແຂວງ ວຽງຈັນ ຊຶ່ງ ຫ່າງຈາກ ເມືອງ ພູນຄູນ ປະມານ 30 ກິໂລແມັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.