ບັນດາ ປະເທດລຸ່ມແມ່ນໍ້າຂອງ ຮ່ວມກັບ ສຳນັກງານ ວ່າດ້ວຍ ຢາເສບຕິດ ແລະ ອາສຍາກັມ ແຫ່ງສະຫະປະຊາຊາຕ ຫຼື UNODC ໄດ້ຈັດ ກອງປະຊຸມ ຂຶ້ນເມື່ອ 13 ພຶສຈິກາ ທີ່ບາງກອກ ປະເທດໄທຍ ເພື່ອປຶກສາຫາລື ຫາແນວທາງ ສະກັດກັ້ນ ແລະ ປາບປາມ ສານເຄມີຕັ້ງຕົ້ນຜລິຕ ຢາເສບຕິດ ແລະ ຂະບວນ ການຄ້າຢາເສບຕິດ ໃນຂົງເຂດນີ້ ທີ່ນັບມື້ນັບເພີ້ມຂຶ້ນ.
ທ່ານ ພຸດສະຫວາດ ສູນທະລາ, ຮອງເລຂາທິການ ສຳນັກງານ ຄນະກັມມະການ ແຫ່ງຊາດ ເພື່ອກວດກາ ແລະ ຄວບຄຸມ ຢາເສບຕິດ ກະຊວງປ້ອງກັນ ຄວາມສງົບ ໄດ້ຣາຍງານ ຕໍ່ກອງປະຊຸມວ່າ ການຄວບຄຸມ ຢາເສບຕິດ ໃນລາວ ຍັງໜ້າເປັນຫ່ວງ. ປີນີ້ ແລະ ໄລຍະຜ່ານມາ ລາວສາມາດຈັບ ຜູ້ຄ້າຢາບ້າ, ຢາໄອສ ໄດ້ເປັນຈຳນວນຫຼາຍ.
"ລາວ ພ້ອມທີ່ ຈະພະຍາຍາມ ຄວບຄຸມຢາເສບຕິດ ແລະ ພ້ອມສນັບສນູນ ຄວາມຮ່ວມມື ຣະຫວ່າງ 6 ປະເທດ ແລະ ສຳນັກງານ ຢາເສບຕິດ ແລະ ອາຊຍາກັມ ແຫ່ງສະຫະປະຊາຊາຕ ກ່ຽວກັບ ການປ້ອງກັນ ຢາເສບຕິດ."
ທ່ານ ພຸດສະຫວາດ ສູນທະລາ ໄດ້ກ່າວຕື່ມວ່າ ປີຜ່ານມາ ລາວສາມາດຍຶດ ສານເຄມີຕັ້ງຕົ້ນ ທີ່ໃຊ້ໃນການຜລິຕ ຢາເສບຕິດໄດ້ ເປັນຕົ້ນ ເດືອນກໍຣະກະດາ 2018 ຍຶດໄດ້ 60 ກີໂລກຣາມ, ແຕ່ທາງການ ຍັງບໍ່ຮູ້ວ່າ ສານຕັ້ງຕົ້ນດັ່ງກ່າວ ມາຈາກປະເທດໃດແທ້.
ໃນຂະນະທີ່ ທ່ານ ສົມສັກ ເທບສຸທິນ, ຣັຖມົນຕຣີ ກະຊວງຍຸຕິທັມ ປະເທດໄທຍ ໃຫ້ສັມພາດ ຕໍ່ນັກຂ່າວ ເອເຊັຽເສຣີ ວ່າ ສະຖານະການ ຢາເສບຕິດ ໃນລຸ່ມແມ່ນໍ້າຂອງ ບໍ່ໄດ້ ຫຼຸດລົງ, ໂດຍສະເພາະ ການລັກຂົນຍ້າຍ ສານເຄມີ ທີ່ໃນການຜລິດ ຢາບ້າ ເຂົ້າໄປໃນພື້ນທີ່ ສາມຫຼ່ຽມຄຳ ໂດຍໃຊ້ ປະເທດໄທຍ ແລະ ປະເທດລາວ ເປັນທາງຜ່ານ.
"ຄືສານຕັ້ງຕົ້ນ ມັນເຣີ່ມມີ ຫຼາຍຂຶ້ນ ໃນປີນີ້, ປີທີ່ຜ່ານມາ ການຜລິຕ ບໍ່ໄດ້ຫຼຸດລົງ ລາຄາຖືກ. ເບິ່ງໄດ້ສອງສາເຫຕ, ຄົນເສບໜ້ອຍລົງບໍ? ຫຼື ໂຮງງານຜລິຕ ມັນມີກຳລັງ ການຜລິຕສູງ? ມັນເປັນໄປໄດ້ ທັງສອງສາເຫຕ."
ໃນບົດຣາຍງານ ຂອງ ທ່ານ ສົມສັກ ເທບສຸທິນ ທີ່ໄດ້ຣາຍງານ ໃນກອງປະຊຸມ ຣະບຸວ່າ ສູນປະຕິບັດການ ແມ່ນໍ້າຂອງ ປອດພັຍ 6 ປະເທດ, ແຂວງຊຽງຮາຍ ປະເທດໄທຍ ສາມາດ ຍຶດສານເຄມີ ແລະ ນໍ້າຢາເຄມີ ທີ່ໃຊ້ ໃນການຜລິຕ ຢາເສບຕິດ ຮວມທັງໝົດ 1.1 ລ້ານກິໂລກຣາມ ຣະຫວ່າງປີ 2016-2018 ສ່ວນຫຼາຍຍຶດໄດ້ ໃນແມ່ນໍ້າຂອງ ພື້ນທີ່ ຊາຍແດນ ລາວ-ໄທຍ ແລະ ໃນວັນທີ 10 ມິຖຸນາ ຜ່ານມາ ຕຳຣວຈ ປາບປາມຢາເສບຕິດ ຂອງໄທຍ ຍຶດສານເຄມີ ນໍ້າໜັກ 15 ຕັນ ໄດ້ ທີ່ດ່ານສາກົລ ຊຽງແສນ, ເຊິ່ງກຳລັງກຽມສົ່ງ ໄປພະມ້າ.
ກອງປະຊຸມ ໃນຄັ້ງນີ້ ມີ 6 ປະເທດ ເຂົ້າຮ່ວມ ຄື ກັມພູຊາ, ຈີນ, ພະມ້າ, ໄທຍ, ວຽດນາມ ແລະ ລາວ ຮ່ວມກັບ ສຳນັກງານ ວ່າດ້ວຍ ຢາເສບຕິດ ແລະ ອາຊຍາກັມ ແຫ່ງສະຫະປະຊາຊາດ. ເນື້ອໃນຫຼັກ ໃນກອງປະຊຸມ ແມ່ນເລັ່ງໃສ່ການວາງ ມາຕການຄວບຄຸມ ຢາເສບຕິດ ໃນພູມມີພາກ ເພື່ອປ້ອງກັນ ການລັກລອບ ການຜລິຕ, ການຄ້າ ໃນພື້ນທີ່ສາມຫຼ່ຽມຄຳ, ເຊິ່ງເປັນພື້ນທີ່ ທີ່ມີການລັກລອບ ຂົນສົ່ງຢາເສບຕິດ ຈຳນວນຫຼາຍ.