ຕຳຣວດ ຕາມລ່າ ຄົນຮ້າຍ ສັງຫານ ຊາວຈີນ
2016.07.14
ເຈົ້າໜ້າທີ່ ກະຊວງປ້ອງກັນຄວາມສງົບ ທ່ານນຶ່ງ ກ່າວເມື່ອວັນທີ 13 ເດືອນກະຣະກະດາ ນີ້ວ່າ:
“ດຽວນີ້ກະຍັງຊອກ ບໍ່ໄດ້ເທື່ອ ກຳລັງສືບຄົ້ນຫາຢູ່, ຊອກຫາຂໍ້ມູນຫລັກຖານ ແລະ ສອບຖາມ ຜູ້ຮູ້ເປັນເຫດການ ເບິ່ງກ້ອງວົງຈອນປິດ ທຸກຮູບແບບ ຈະຊອກຫາ ເປົ້າໝາຍດັ່ງກ່າວ.”
ຕໍ່ບັນຫາ ທີ່ວ່າ ຄົນຮ້າຍຍິງຊາວຈີນຕາຍ ເທື່ອນີ້ ແມ່ນເພື່ອຍາດຊີງ ຫລື ປຸ້ນຈີນ ເອົາຊັບສົມບັດ ຫລືບໍ່? ເຈົ້າໜ້າທີ່ ອີກຜູ້ນຶ່ງ ຈາກກົມນິຕິວິທະຍາ ກະຊວງປ້ອງກັນຄວາມສງົບ ຊີ້ແຈງວ່າ:
“ເພິ່ນກຳລັງ ປະຊຸມຢູ່ ຍັງບໍ່ທັນຕອບໄດ້ເທື່ອ ເຂົາກໍລົງໄປ ຮີບໂຮມຂໍ້ມູນ ແລ້ວເນາະ ເຂົາກຳລັງ ດຳເນີນຢູ່ ຍັງປະຊຸມກັນຢູ່ ຍັງບໍ່ທັນຕອບ ໄດ້ເທື່ອ. ແມ່ນແລ້ວ ເພາະກໍມີຫລາຍ ພາກສ່ວນ ລົງສົມທົບກັນ ຫັ່ນນ່າ ມີພາກສ່ວນໜ່ວຍງານ ນິຕີວິທະຍານີ້ ລະກະມີ ຫລາຍພາກສ່ວນ ເພິ່ນຍັງປະຊຸມກັນຢູ່.”
ສ່ວນທ່ານ ຫົງຈ່ຽງ, ເລຂາ ເອກອັກຄະຣາຊທູດຈີນປະຈຳລາວ, ກ່າວວ່າ:
“ເຮົາກໍໄດ້ ປະສານງານ ໄປທາງຕຳຣວດ ໃຫ້ຮີບສືບສວນສອບສວນ ເພື່ອຈັບຄົນຮ້າຍ ມາລົງໂທດ ໃຫ້ໄດ້ໄວທີ່ສຸດ. ເບິ່ງຕາມ ລັກສະນະ ແລະ ກໍຈາກຄຳເລົ່າ ຂອງຜູ້ເປັນພະຍານ ກໍເປັນ ການປຸ້ນຈີ້ທົ່ວໄປ.”
ທ່ານ ຫົງຈ່ຽງ ເວົ້າອີກວ່າ ທາງສະຖານທູດຈີນ ມອບການສືບສວນ ທັງໝົດ ໃຫ້ແກ່ ເຈົ້າໜ້າທີ່ ທາງການລາວ:
“ສ່ວນເຣື່ອງ ສືບສວນນີ້ ເຮົາກໍມອບໃຫ້ ຕຳຣວດ ທາງຝ່າຍລາວ ເປັນຜູ້ດຳເນີນເດີ້. ຖ້າຫາກວ່າ ມີນັກທຸຣະກິດ ຫລືວ່າ ຊາວຈີນ ທີ່ຢູ່ຮອບຂ້າງ ຫລືວ່າ ເປັນຜູ້ຮູ້ຈັກ ກັບຜູ້ເສັຍຫາຍນີ້ ເຮົາກໍຈະ ສນັບສນູນ ໃຫ້ເຂົາໄປ ໃຫ້ຄວາມເຫັນ ເປັນຄຳເຫັນ ປະກອບດ້ວຍ ເພື່ອຈະໃຫ້ ທາງຕຳຣວດນີ້ ມີຫລັກຖານຂໍ້ມູນຫລາຍຂື້ນ.”
ນັບແຕ່ຕົ້ນປີນີ້ ເປັນຕົ້ນມາ ຄົນຮ້າຍ ລັດຍິງຣົດຈີນ ຫລາຍຄັ້ງ ເປັນເຫດໃຫ້ມີ ຊາວຈີນເສັຍຊີວິຕ ແລະໄດ້ຮັບ ບາດເຈັບ ຫລາຍຄົນ.