ຂ່າວຄືບໜ້າຂໍ້ຂັດແຍ້ງທີ່ດິນ ຊຽງຂວາງ
2015.05.06
ຂໍ້ ຂັດແຍ່ງ ທີ່ດິນ ທີ່ ເຈົ້າໜ້າທີ່ ຕໍາຣວດ ເອົາ ຣົດດຸດ ໄປ ທຸບມ້າງ ພັດຕາຄານ ເມືອງ ພວນ ບ້ານ ໂພນສວັນ ເມືອງ ແປກ ແຂວງ ຊຽງຂວາງ ໃນວັນທີ 7 ຫາ 11 ເມສາ 2015.
ແຫລ່ງຂ່າວ ຢູ່ ແຂວງ ຊຽງຂວາງ ໄດ້ ຣາຍງານ ວ່າ ມີ ການນໍາ ຂອງ ແຂວງ ບາງທ່ານ ເຊັນຂາຍ ໃຫ້ ທະນາຄານ ກາງ ໃນ ມູນຄ່າ 2 ລ້ານ ໂດລາ ເພື່ອ ຈະສ້າງ ຕຶກ ທະນາຄານ ກາງ ສາຂາ 4 ແຂວງ ພາກ ເໜືອ. ແຫລ່ງ ຂ່າວ ຜູ້ທີ່ເຫັນ ເຫດການ ກ່າວຕໍ່ ນັກຂ່າວ ເອເຊັຽ ເສຣີ ວ່າ ທີ່ດິນ ເຂດ ດັ່ງກ່າວ ເປັນ ຂອງຣັຖ ແຕ່ ໄດ້ໃຫ້ ນາງ ບົວພາ ພົມມະຈິດ ສໍາປະທານ ນັບແຕ່ ປີ 2005 ແຕ່ ຈະ ໝົດ ອາຍຸ ການ ສໍາປະທານ ໃນ ປີ 2012, ແຕ່ ໃນ ສັນຍາ ການ ສໍາປະທານ ນັ້ນ ໄດ້ ຣະບຸ ເອົາໄວ້ ວ່າ ຫລັງຈາກ ປີ 2012 ຜູ້ ສໍາປະທານ ສໍາມາດ ຕໍ່ ອາຍຸ ສໍາປະທານ ໄປ ອີກ 2 ຄັ້ງ ຄັ້ງລະ 15 ປີ ຊຶ່ງ ໃນ ເວລາ ນັ້ນ ແມ່ນ ເຈົ້າ ແຂວງ ຊຽງຂວາງ ຄົນເກົ່າ ເປັນ ຜູ້ເຊັນ ໃຫ້.
ມູນຄ່າ ການ ລົງທຶນ ຂອງ ພັດຕາຄານ ເມືອງ ພວນ ປະມານ 3 ຕື້ ກີິບ ຊຶ່ງ ຜູ້ ສໍາປະທານ ຕ້ອງໄດ້ ໃຊ້ ເງິນ ມາປັບປຸງ. ພັດຕາຄານ ດັ່ງກ່າວ ແມ່ນ ໃຊ້ ເປັນບ່ອນ ຈັດງານ ຕ່າງໆ ແລະ ຂາຍ ອາຫານ ແລະ ຈັດ ກອງປະຊຸມ ຫລັງຈາກ ດໍາເນີນ ກິຈການ ຮອດ ປີ 2012 ອໍານາດ ການ ປົກຄອງ ແຂວງ ບໍ່ ອະນຸຍາດ ໃຫ້ ນາງ ບົວພາ ເຊົ່າຕໍ່ ເພາະວ່າ ຕ້ອງການ ຈະເອົາ ທີ່ດິນ ດັ່ງກ່າວ ຂາຍ ໃຫ້ ທະນາຄານ ກາງ. ອີງຕາມ ການ ບອກເລົ່າ ຂອງ ແຫລ່ງ ຂ່າວ.
ຕໍ່ມາ ໃນ ຕົ້ນປີ 2015 ນາງ ບົວພາ ຈຶ່ງ ໄດ້ຂຽນ ຄໍາຮ້ອງ ທຸກ ເຖີງ ກະຊວງ ຍຸຕິທັມ ແລະ ສະພາ ແຫ່ງຊາດ ເພື່ອ ຂໍຄວາມ ເປັນທັມ, ແລະ ຫລັງຈາກ ນັ້ນ ດຣ. ເກດ ກຽດຕິສັກ ຣັຖມົນຕຼີ ຊ່ວຍ ວ່າການ ກະຊວງ ຍຸຕິທັມ ໄດ້ ຂຽນ ໜັງສື ແຈ້ງການ ມາຫາ ການນໍາ ແຂວງ ຊຽງຂວາງ ວ່າ ໃຫ້ ໂຈະ ການຍຶດ ແລະ ທຸບມ້າງ ພັດຕາຄານ ເມືອງພວນ ແລະ ຮຽກຮ້ອງ ໃຫ້ ມີການ ແກ້ໄຂ ຂໍ້ ຂັດແຍ່ງ ທາງ ຝ່າຍ ບໍຣິຫານ. ນອກຈາກ ນີ້ ໜ່ວຍໄກ່ເກັ່ຽ ຂອງ ສະພາ ແຫ່ງຊາດ ກໍາລັງ ມີການ ຄົ້ນຄວ້າ ເພື່ອ ແກ້ໄຂ ຂໍ້ ຂັດແຍ່ງ ດັ່ງກ່າວ.
ແຕ່ ຕໍ່ມາ ກໍມີ ຄໍາສັ່ງ ຈາກ ການນໍາ ຂອງ ແຂວງ ໃຫ້ ເຈົ້າໜ້າທີ່ ຕໍາຣວດ ນໍາເອົາ ຣົດຈົກ ໄປ ທຸບມ້າງ ພັດຕາຄານ ດັ່ງກ່າວ ແລະ ຍັງ ມີການ ຈັບກຸມ ຍາດ ພີ່ນ້ອງ ຂອງ ເຈົ້າຂອງ ພັດຕາຄານ 2 ຄົນ ເປັນ ເວລາ 13 ວັນ. ນັກຂ່າວ ເອເຊັຽ ເສຣີ ໄດ້ ໂທຣ ຕິດຕໍ່ ທ່ານ ສົມວັນດີ ສີສຸພັນ ປະທານ ສະພາ ເຂດ 9 ແຂວງ ຊຽງຂວາງ ເພື່ອ ຖາມ ຣາຍຣະອຽດ ກ່ຽວກັບ ເຣື້ອງນີ້, ແຕ່ ທ່ານ ກໍບໍ່ຮັບ ໂທຣະສັບ.