ແຫລ່ງທ່ອງທ່ຽວ ຂ.ຊຽງຂວາງ


2013.05.10
F-jars ທົ່ງໄຫຫີນ ແຂວງຊຽງຂວາງ ທັມມະຊາຕ ທີ່ສວຍງາມ ໜ້າທ່ອງທ່ຽວ
RFA

 

ເຈົ້າໜ້າທີ່ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຂອງລາວ ວ່າ ການພັທນາ ແຫລ່ງທ່ອງທ່ຽວ ແຂວງ ຊຽງຂວາງ ຍັງຫລ້າຊ້າ ຢູ່.

ໂດຍສະເພາະ ທົ່ງໄຫຫີນ ຊື່ງເປັນ ແຫລ່ງທ່ອງທ່ຽວ ທີ່ສໍາຄັນ ຂອງ ແຂວງ ຊຶ່ງຣັຖບານ Newzealand ເຄີຍໃຫ້ເງິນ ຊ່ວຍເຫລືອ 1 ລ້ານ 1 ແສນ 4 ໝື່ນ ໂດລາຣະ ຫວ່າງປີ 2007 ຫາ 2011 ເພື່ອເກັບກູ້ ຣະເບີດ ບໍ່ທັນແຕກ ອອກຈາກ ເຂດ ທົ່ງໄຫຫີນ ແລະ ຣັຖບານລາວ ໄດ້ສເນີຕໍ່ UNESCO ໃຫ້ຮັບເປັນ ມໍຣະດົກໂລກ ແຕ່ມາຮອດ ປັຈຈຸບັນ ກໍຍັງບໍ່ ປະສົບ ຄວາມສໍາເຣັດ ມີແຕ່ເປີດເປັນ ສະຖານທີ່ ທ່ອງທ່ຽວ 8 ແຫ່ງ ຈາກ ທັງໝົດ 68 ແຫ່ງ:

"ການຄາດຄະເນ ນັກທ່ອງທ່ຽວ ເນາະ ປີນີ້ ຫາ 2015 ຄາດຄະເນ ນີ່ 40,700 ຄົນ ເນາະ ເຣື່ອງ ແຜນພັທນານີ່ ກໍາລັງ ບໍ່ທັນແລ້ວເທື່ອ ກໍາລັງ ປັບປຸງຢູ່ ແລະ ຍັງບໍ່ທັນໄດ້ ຮອງຮັບ ຕົວ ມໍຣະດົກໂລກ ຕົວນີ້ ຍັງບໍ່ທັນໄດ້ ສໍາເຣັດ ການຂຶ້ນ ທະບຽນ ໄດ້ເທື່ອເນາະ ມີແຕ່ວ່າ ປະຕິບັດ ເປີດເປັນ ແຫລ່ງ ທ່ອງທ່ຽວ".

ທ່ານ ເວົ້າວ່າ ປີ 2012 ມີນັກທ່ອງທ່ຽວ ເຂົ້າມາ ໃນແຂວງ ປະມານ 32 ພັນຄົນ ເພີ່ມຂຶ້ນຈາກ ປີ 2011 ພຽງປະມານ 1 ພັນຄົນ ຖືວ່າ ຂຍາຍຕົວໜ້ອຍ ຊຶ່ງສ່ວນນຶ່ງ ກໍອາຈເປັນຍ້ອນ ການພັທນາ ແຫລ່ງທ່ອງທ່ຽວ ທີ່ຫລ້າຊ້າ.

ການພັທນາ ແຫລ່ງທ່ອງທ່ຽວ ແຂວງຊຽງຂວາງ ທີ່ຫລ້າຊ້າ ນັ້ນ ທ່ານວ່າ ຍ້ອນບັນຫາ ງົບປະມານ ຍັງບໍ່ພຽງພໍ ໃນການພັທນາ ຖນົນ ແລະ ການປັບປຸງ ສິ່ງອໍານວຍ ຄວາມສະດວກ ຕ່າງໆ ຮວມເຖິງສູນ ໃຫ້ຂໍ້ມູລ ຂ່າວສານ ການທ່ອງທ່ຽວ. ແຕ່ ທາງຣັຖບານ ກໍຄາດວ່າ ຈະໃຫ້ມີ ນັກທ່ອງທ່ຽວ ເຂົ້າມາໃນ ແຂວງຊຽງຂວາງ ຕາມຄາດໝາຍ ທີ່ວາງໄວ້ ແຕ່ກໍຍັງ ມີຄວາມທ້າທາຍ ຢູ່ບໍ່ໜ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.