ດິນເຈື່ອນຢູ່ໝູ່ບ້ານ ຈັດສັນໃໝ່


2013.06.28
F-relocated-v ຊາວບ້ານທີ່ ໂຍກຍ້າຍໄປຈາກ ບ້ານຫ້ວຍຫີບ ພາກັນກັງວົນ ນໍາບ່ອນ ທໍາມາຫາກິນ
International river

 

ຫມູ່ບ້ານ ຈັດສັນໃຫມ່ ຈາກ ໂຄງການ ສ້າງເຂື່ອນ ໄຊຍະບູຣີ ປະເຊີນ ກັບ ບັນຫາ ດິນເຈື່ອນ ຕ້ອງການ ຢາກໃຫ້ ທາງການ ແກ້ໄຂ ໃຫ້ ຂະເຈົ້າ.

ຊາວບ້ານ ຫ້ວຍຫີບ ຫລື ບ້ານປາກເນີນ ໃຫມ່ ຊຶ່ງ ເປັນບ້ານ ຈັດສັນ ແຫ່ງທີສອງ ຂອງ ໂຄງການ ເຂຶ່ອນ ໄຊຍະບູຣີ ໄດ້ປະເຊີນ ກັບ ບັນຫາ ດິນເຈຶ່ອນ ໃນ ຣະດູຝົນ ປີນີ້ ຈື່ງຕ້ອງການ ຢາກໃຫ້ ຣັຖບານ ແກ້ໄຂບັນຫາ ດັ່ງກ່າວ ຢ່າງຮີບດ່ວນ ເພາະ ປັດຈຸບັນ ເຮືອນຊາວບ້ານ ບາງຫລັງ ຖືກດິນເຈຶ່ອນ ຖົມ. ເຈົ້າຫນ້າທີ່ ທ່ານນຶ່ງ ເວົ້າວ່າ:

"ຝົນວ່າງ ແລ້ວນີ້ 3 ມື້ ກໍຢາກເຈຶ່ອນ ຫລາຍຫລັງ ເພາະວ່າ ສ່ວນຫລາຍ ມັນເປັນດິນ ຊຸດໂຊມ ດິນ ສລາຍ ເສົາໄຟຟ້າ ຂະເຈົ້າ ເກື່ອນ 4-5 ຕົ້ນ ໃນຣະຍະ ນີ້ບໍ່ມີ ແລ້ວ ໄຟ ຂໍຄວາມ ປອດພັຍ ຍາມຝົນ".

ທ່ານເວົ້າ ຕໍ່ວ່າ ເຫດດິນເຈຶ່ອນ ເກີດຂຶ້ນ ຍ້ອນຝົນ ຕົກລິນ ຫລາຍມື້ ເຮັດໃຫ້ພູ ທີ່ ຕັດ ໃນການສ້າງ ຫມູ່ບ້ານ ເຈື່ອນ ລົງມາ ທັບເຮືອນ ປະຊາຊົນ ແລະ ເສົາໄຟຟ້າ ຫລາຍ ເສົາຫັກ ໂຊກດີ ບໍ່ມີຜູ້ ເສັຽຊິວິດ ຍ້ອນວ່າ ໃນຊ່ວງ ເວລາ ທີ່ ເກີດຂຶ້ນນັ້ນ ບໍ່ມີຄົນ ຢູ່ເຮືອນ.

ບ້ານຫ້ວຍຫີບ ທີ່ ເມືອງນ່ານ ແຂວງ ຫລວງພຣະບາງ ແມ່ນບ້ານ ທີ່ ເອົາຊາວບ້ານ ມາຈາກ ບ້ານປາກເນີນ ເຂດ ກໍ່ສ້າງ ເຂຶ່ອນ ໄຊຍະບູຣີ ຍ້າຍມາຕັ້ງ ຖິ່ນຖານ ໃຫມ່ ທີ່ ມີສະມາຊິກ ລູກບ້ານ ທັງຫມົດ 400 ຄົນ ປັດຈຸບັນ ຊາວບ້ານ ສ່ວນໃຫຍ່ ຍັງບໍ່ມີ ອາຊີບ ທຳມາ ຫາກີນ ເທຶ່ອ ຍ້ອນຂາດ ພຶ້ນທີ່.

ເຈົ້າຫນ້າທີ່ ເວົ້າຕຶ່ມວ່າ ສິ່ງທີ່ ຊາວບ້ານ ຕ້ອງການ ໃນເວລານີ້ ກໍແມ່ນ ການຊ່ອຍເຫລືອ ຈາກ ຣັຖບານ ໂດຍສະເພາະ ທີ່ຢູ່ ອາສັຍ ອາຫານ ການກິນ ໄຟຟ້າ ແລະ ພຶ້ນທີ່ ທຳມາ ຫາກິນ ເພຶ່ອລ້ຽງ ຄອບຄົວ ຂອງພວກ ຂະເຈົ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.