ຊາວບ້ານຜັກຂະຍ່າ ອອກເງິນກັນ ແປງທາງ

ຈໍາປາທອງ
2021.02.23
ຊາວບ້ານຜັກຂະຍ່າ ອອກເງິນກັນ ແປງທາງ ໃນເຂດຊົນນະບົດ ເມືອງອາດສະພອນ ແຂວງສວັນນະເຂດ
ພາບປະກອບ: ນັກຂ່າວພົລເມືອງ

ປະຊາຊົນ ບ້ານຜັກຂະຍ່າ ເມືອງອາດສະພອນ ແຂວງສວັນນະເຂດ ພາກັນອອກເງິນ ແລະຊ່ອຍກັນສ້ອມແປງທາງດ້ວຍຕົນເອງ ພາຍໃນບ້ານ ຍ້ອນວ່າເປັນທາງ ດິນແດງ ມີແຕ່ຂີ້ຝຸ່ນ ໄງ່ຫລາຍ, ດັ່ງປະຊາຊົນບ້ານນີ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 23 ກຸມພາ 2021 ນີ້ວ່າ:

”ທາງຢູ່ກາງບ້ານ ທາງເຮັດໃໝ່ ຍາວປະມານ 630 ແມັດ ແຮງງານຊາວບ້ານຊ່ອຍກັນສ້າງ ເງິນລວມຂອງບ້ານເຮົາກໍບໍ່ຫຼາຍປານ ໃດ 300 ກວ່າລ້ານ ແປງທາງເກົ່າຫັ້ນນະວ່າຊັ້ນ ພັທນາອະເນາະ ເປັນຝຸ່ນ ເຮົາຈະເທປູນ.”

ຊາວບ້ານທ່ານນີ້ກ່າວຕື່ມອີກວ່າ ທາງເສັ້ນນີ້ ໄດ້ເລິ້ມສ້ອມແປງ ມາຕັ້ງແຕ່ມື້ວັນທີ 15 ກຸມພາ ນີ້ມາເຖິງປັດຈຸບັນ ສ້ອມແປງເກືອບ ຈະສໍາເຣັດແລ້ວ. ແລະ ຊາວບ້ານນີ້ອີກ ທ່ານນຶ່ງ ກໍກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າທາງເສັ້ນດັ່ງກ່າວ ແຕ່ກ່ອນເປັນທາງ ດິນແດງ, ຍາມແລ້ງ ມີຂີ້ຝຸ່ນຫລາຍ, ຍາມຝົນມີຂີ້ຕົມ. ຍ້ອນເປັນຄືແນວນັ້ນ ຊາວບ້ານຈຶ່ງພາກັນ ສ້ອມແປງທາງເອົາເອງ:

”ເປັນທາງແຕ່ຢູ່ໃນຂອບເຂດບ້ານຊື່ໆຫັ້ນນະ ເດີມກໍເປັນທາງຢູ່ແລ້ວ ເປັນທາງດິນແດງ ຮອດຍາມນີ້ມີຂີ້ຝຸ່ນຫລາຍ ແລ້ວກໍບໍ່ຢາກ ໃຫ້ຊາວບ້ານດົມກິ່ນຂີ້ຝຸ່ນ ແມ່ນຫຍັງຫລາຍຫັ້ນນະ ຢາກໄດ້ທາງບໍ່ຄ່ອຍມີ ຂີ້ຝຸ່ນມີຂີ້ຕົມ ເພາະວ່າຍາມຝົນມີຂີ້ຕົມ ມັນລໍາບາກມີຂີ້ຕົມ ຍາມແລ້ງມີຂີ້ຝຸ່ນຫລາຍ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ເມືອງອາດສະພອນ ແຂວງສວັນນະເຂດ ທ່ານນຶ່ງ ທີ່ບໍ່ປະສົງບອກຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 23 ກຸມພາ 2021 ນີ້ວ່າ ຜ່ານມາແຕ່ລະປີ ທາງການກໍໄດ້ສ້ອມແປງ ທາງສາຍນີ້ຢູ່ຕລອດ ແຕ່ກໍສ້ອມແປງ ໄດ້ພໍຊໍ່ານັ້ນ ຍ້ອນງົບປະມານ ຂອງພັກຣັຖບໍ່ພໍ. ດັ່ງນັ້ນບ້ານຊາວຈຶ່ງໄດ້ອອກແຮງ ສ້ອມແປງ ໂດຍໃຊ້ເງິນລວມຂອງບ້ານ ປະມານ 300 ປາຍລ້ານກີບ:

"ຊາວບ້ານເປັນຜູ້ສ້າງນໍ ແຮງງານຂອງປະຊາຊົນ ພາຍໃນບ້ານເປັນຜູ້ເຮັດນໍ ທຶນເປັນເງິນລວມຂອງບ້ານປະມານ 300 ກວ່າ ລ້ານກີບ ບ້ານນີ້ຫັ້ນນະ ຜ່ານມາທາງການກໍແປງ ແຕ່ລະປີນໍ ພໍແຕ່ແກ້ໄຂ ກໍອີງໃສ່ງົບປະມານ ຂອງພັກຂອງຣັຖ ມັນບໍ່ພໍ.”

ອີງຕາມການລາຍງານ ຂອງສື່ທ້ອງຖິ່ນໃນປະເທດລາວ ວັນທີ 16 ກຸມພາ 2021 ນີ້ ປະຊາຊົນບ້ານຜັກຂະຍ່າ ເມືອງ ອາດສະພອນ ແຂວງສວັນນະເຂດ ຮ່ວມກັນສ້າງທາງເສີມເຫຼັກ ຜ່ານບ້ານ ຊຶ່ງໃນມື້ວັນທີ 15 ກຸມພາ ຊຶ່ງໃນພິທີເລິ້ມການກໍ່ສ້າງນັ້ນ ໄດ້ມີກັມການ ພັກແຂວງສວັນນະເຂດ ແລະ ເລຂາພັກເມືອງ ເຈົ້າເມືອງອາດສະພອນເຂົ້າຮ່ວມ.

ທາງຜ່ານບ້ານຜັກຂະຍ່າ ນີ້ມີຄວາມຍາວ 630 ແມັດ, ກວ້າງ 5 ແມັດ, ເປັນທາງດິນແດງ, ຈະສ້າງເປັນທາງຊີແມັນເສີມເຫຼັກໜາ 15 ຫາ 18 ຊັງຕີແມັດ, ຈະສາມາດຮັບນໍ້າໜັກໄດ້ 12 ຕັນ, ຄາດວ່າການກໍ່ສ້າງ ຈະສໍາເຣັດກ່ອນລະດູຝົນນີ້. ທຶນ ແລະແຮງງານ ໃນການກໍ່ສ້າງນັ້ນ ເປັນຂອງຊາວບ້ານ ບ້ານຜັກຂະຫຍະນີ້ເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.