ທະນາຄານໂລກສົ່ງເສີມຂແນງ ພລັງງານ ໃນລາວ
2014.06.04

ຄະນະ ອໍານວຍການ ຝ່າຍ ບໍຣິຫານ ຂອງ ທະນາຄານ ໂລກ ຮັບຜ່ານ ງົບປະມານ ຊ່ວຍເຫລືອ ລ້າ 8 ລ້ານ 9 ແສນ ໂດລາ ສະຫະຣັຖ ແລະ ອີກ 8 ລ້ານ 9 ແສນ ໂດລາ ເປັນເງິນ ກູ້ຢືມ ເພື່ອໃຊ້ ໃນໂຄງການ ສ້າງຄວາມ ສາມາດ ໃນຂແນງ ພະລັງງານ ແລະ ບໍ່ແຮ່ ຂອງລາວ. ຕາມຣາຍງານ ຂ່າວຈາກ ກຸງ ວໍຊິງຕັນ ດີ ຊີ.
ຂແນງ ພະລັງງານ ແລະ ບໍ່ແຮ່ ເປັນຂແນງ ການສໍາຄັນ ທີ່ຊຸກຍູ້ ການເຕີບໂຕ ຂອງ ເສຖກິດ ລາວ ແລະ ນໍາຣາຍໄດ້ ເຂົ້າ ງົບປະມານ ຣັຖ ຫລາຍກວ່າ 21 ເປີເຊັນ ໃນ ປີ 2013. ການຮັບຜ່ານ ການຊ່ວຍເຫລືອ ເພີ້ມຕື່ມ ໃນວັນທີ 3 ມີຖຸນາ ນີ້ມີ ເປົ້າໝາຍ ເລັງໃສ່ ປັບປຸງ ຄວາມສາມາດ ດ້ານ ຊັພຍາກອນ ມະນຸດ ແລະ ການດໍາເນີນ ງານ ຂອງ ສະຖາບັນ ທີ່ ຮັບຜິດຊອບ ດ້ານ ພະລັງງານ ແລະ ບໍ່ແຮ່ ຂອງ ຣັຖບານ ລາວ.
ມັນເປັນ ໂຄງການ ເສີມຂຍາຍ ນະໂຍບາຍ ຣະບຽບ ຫລັກການ ແລະ ທິດນໍາ ເພື່ອແກ້ໄຂ ບັນຫາ ທີ່ ທ້າທາຍ ໂດຍຜ່ານການ ໃຫ້ຄໍາປຶກສາ ດ້ານ ເທັກນິກ ແລະ ການຝຶກ ອົບຮົມ ແລະ ກໍເປັນ ໂຄງການ ພັທນາ ຍຸທສາດ ໃນຂແນງ ພະລັງງານ ແລະ ບໍ່ແຮ່ ເພື່ອຊ່ວຍໃຫ້ ລາວ ປັບປຸງ ການຄຸ້ມຄອງ ບໍຣິຫານ ໃຫ້ ດີຂຶ້ນຕື່ມ ໃນ ຂແນງການ ນີ້ ຂອງລາວ.