ການສັ່ງຈັບນາງຈັນທະພອນ

ອຸ່ນແກ້ວ ສຸກສະຫວັນ
2015.07.09
F-Kuang-Si ທັມມະຊາດ ນໍ້າຕົກ ຕາດກວາງຊີ ທີ່ ແຂວງ ຫລວງພຣະບາງ
Wikipedia

ຂ່າວ ການ ສໍາປະທານ ເຂດ ອ້ອມຮອບ ຕາດ ກວາງຊີ ແຂວງ ຫລວງ ພຣະບາງ ຍັງ ເປັນສິ່ງ ທີ່ ສັງຄົມ ໃຫ້ ຄວາມ ສົນໃຈ. ຫລ້າສຸດ ໃນ ທ້າຍເດືອນ ມິຖຸນາ ທີ່ ຜ່ານມາ ມີຣາຍງານ ວ່າ ນາງ ຈັນທະພອນ ຜູ້ທີ່ ເອົາ ຂໍ້ ຕົກລົງ ການ ອະນຸມັດ ສໍາປະທານ ໃຫ້ແກ່ ນັກ ລົງທຶນຈີນ ລົງ ເຜີຍແພ່ ທາງ ສື່ສັງຄົມ ອອນລາຍ, ເຟສບຸກ ນັ້ນ, ຖືກ ເຈົ້າໜ້າທີ່ ຈັບ ຕົວ ໄປ ສອບສວນ.

ການ ຈັບ ນາງ ຈັນທະພອນ ຂັງ ໃນ ຄັ້ງນີ້, ເຈົ້າໜ້າທີ່ ອ້າງວ່າ ນາງ ນໍາເອົາ ເອກກະສານ ທີ່ ເປັນ ຄວາມລັບ ຂອງ ແຂວງ ອອກ ເຜີຍແພ່, ແຕ່ ໃນ ເວລາ ດຽວກັນ ສັງຄົມ ແລະ ປະຊາຊົນ ກໍມີ ຂໍ້ ສົງໄສ ກ່ຽວກັບ ເອກກະສານ ຂໍ້ ຕົກລົງ ການໃຫ້ ສໍາປະທານ ນັ້ນວ່າ, ເປັນ ເອກກະສານ ຄວາມລັບ ແທ້ ຫລື ບໍ່, ຫລືວ່າ  ເປັນ ເອກກະສານ ທີ່ ຈະຕ້ອງ ມີການ ເປີດເຜີຍ ຕໍ່ ສາທາຣະນະຊົນ ໃຫ້ ຮັບຮູ້ ກ່ຽວກັບ ຂັ້ນຕອນ ຂອງ ການໃຫ້ ສໍາປະທານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.