ທາງການເຕືອນຄົນງານລາວ ຢູ່ໄທ ໃຫ້້ ຂຶ້ນທະບຽນ ໃໝ່
2017.11.17
ຄົນງານລາວເຮັດວຽກຢູ່ໄທ ທີ່ຖືບັດສີບົວ 50 ພັນປາຍຄົນ ຍັງບໍ່ມາຂຶ້ນທະບຽນ ປັບສະຖານະພາບຂອງຕົນ ຈາກການມີບັດສີບົວ ມາເປັນ ພາສປອດເທື່ອ ຊຶ່ງບັດສີບົວນັ້ນ ຈະໝົດອາຍຸ ໃນວັນທີ່ 31 ມິນາ ປີໜ້າ ເຖິງແມ່ນວ່າ ນາຍຈ້າງ ແລະຄົນງານລາວ ສາມາດໄປເຮັດໄດ້ ຢູ່ໃນແຕ່ລະແຂວງ ທົ່ວປະເທດໄທ ແລະຢູ່ສູນການຄ້າ ໄອທີ ສະແຄຣ ( IT Square ) ເຂດຫຼັກສີ່ ບາງກອກ ຊຶ່ງມີເຈົ້າໜ້າທີ່ ກະຊວງ ແຮງງານ ແລະສະຫວັດດິການສັງຄົມ ຂອງລາວ ໄດ້ໄປປະຈຳການ ຢູ່ທີ່ນັ້ນ ແຕ່ວັນທີ 28 ສິງຫາ 2017 ເຖິງວັນທີ 15 ມີນາ ປີໜ້າ. ເຈົ້າໜ້າທີ່ ກະຊວງດັ່ງກ່າວ ເວົ້າໃນມື້ວັນທີ່ 17 ພືສຈິກາ ນີ້ວ່າ:
“ ໂຕນີ້ແມ່ນທາງໜ່ວຍງານເຮົາໄປປະຈຳຢູ່ໄທແລ້ວເດ່ ເຣື່ອງການປະຊາສັມພັນ ເຮົາກະໄດ້ລົງໂຄສະນາ ຕາມສື່ວິທຍຸ ແລ້ວອອກປະກາດ ແຈ້ງການແລ້ວ ຈຳນວນເຫຼືອຫຼາຍ ເຮົາກໍບໍ່ຮູ້ວ່າ ມັນເປັນຍ້ອນສາເຫດໃດ ເພາະວ່າ ນື່ງມາແມ່ນບັດ ຂະເຈົ້າຍັງມີອາຍຸ ຮອດວັນທີ 31 ເນາະ ເຂົາສາມາດຢູ່ໄດ້ຫັ່ນນ່າ ແລ້ວໃນຊ່ວງລະຍະເວລາດັ່ງກ່າວ ເຊື່ອວ່າຄົນເຂົ້າມາຂຶ້ນ ຂະເຈົ້າຕ້ອງເສັຍລະຍະເວລາ ທີ່ສາມາດຢູ່ໄດ້ ບາງເທື່ອນາຍຈ້າງ ຂອງເຂົາບໍ່ພາມາກໍມີ.”
ທ່ານເວົ້າວ່າ ຄົນງານລາວ ທີ່ຖືບັດສີບົວ 50 ພັນປາຍຄົນ ທີ່ຍັງບໍ່ມາຂຶ້ນທະບຽນ ປັບສະຖານະພາບຂອງຕົນນັ້ນ ແມ່ນຍັງມີເວລາອີກ 3-4 ເດືອນ ນັບແຕ່ມື້ນີ້ໄປແລະຄາດວ່າ ໃນລະຍະເດືອນສຸດທ້າຍ ຂອງກໍານົດນັ້ນ ພວກເຂົາເຈົ້າຈະພາກັນ ມາຂຶ້ນທະບຽນ ກ່ອນທີ່ບັດນັ້ນຈະໝົດ ອາຍຸ. ການທີ່ພວກເຂົາເຈົ້າຈຳນວນນຶ່ງ ຍັງບໍ່ທັນມາຂຶ້ນທະບຽນນັ້ນ ກໍອາດເປັນຍ້ອນ ນາຍຈ້າງບໍ່ພາມາ ເພາະຈະຕ້ອງໄດ້ ພັກວຽກຫຼາຍມື້.
ປັດຈຸບັນ ຄົນງານລາວໃນໄທ ທີ່ຖືບັດສີບົວ ໄປປັບສະຖານະພາບຂອງຕົນແລ້ວ 10 ພັນ 747 ຄົນ ແລະຍັງເຫຼືອອີກປະມານ 50 ພັນ ປາຍຄົນ. ພວກເຂົາເຈົ້າ ສາມາດໄປເຮັດໄດ້ ທັງຢູ່ທີ່ສະຖານທູດລາວ ທີ່ບາງກອກ ຊຶ່ງແຕ່ລະຄົນ ຈະຕ້ອງໄດ້້ເສັຍຄ່າ ປັບສະຖານະພາບ ບັດສີບົວ 2 ພັນບາດ ແລະຄ່າບໍຣິການ ກວດ Visa 500 ບາດ ແລະສາມາດເຮັດວຽກ ໃນໄທໄດ້ອີກ 2 ປີ ແລ້ວຈຶ່ງຂໍຕໍ່ ພາສປອດໃໝ່.
ຫາກຄົນງານລາວຜູ້ໃດ ບໍ່ປະຕິບັດຕາມ ກໍຈະຖືວ່າເປັນຄົນຜິດກົດໝາຍ ສະບັບໃໝ່ຂອງໄທ. ຫາກຖືກເຈົ້າໜ້າທີ່ ໄທຈັບໄດ້ ຈະຖືກປັບໄໝ ຜູ້ນຶ່ງແຕ່ 4 ແສນ ຫາ 8 ແສນບາດ ແລະຈະຖືກຈັບສົ່ງກັບຄືນ ປະເທສເດີມທັນທີ ດັ່ງທ່ານກ່າວວ່າ:
“ອ່ະ ບໍ່ມີຂຶ້ນຂະເຈົ້າກໍຖືກປັບໄໝແຫຼະ ບໍ່ສາມາດເຮັດວຽກ ຢ່າງຖືກຕ້ອງແມ່ນແຫຼະ ຖ້າວ່າມີການກວດສອບ ຈາກທາງໄທ ເພາະວ່າດຽວນີ້ ຂະເຈົ້າມີຣະບຽບແຈ້ງວ່າ ໃຫ້ມາຂຶ້ນທະບຽນໝົດຫັ່ນນາ ລະມັນຈະຖືກປັບໄໝ ຖ້າວ່າຂະເຈົ້າບໍ່ ປະຕິບັດຕາມນັ້ນ ທັງນາຍຈ້າງ ແລະ ລູກຈ້າງແຫຼະ ຈະຖືກປັບໄໝ”.
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ແຮງງານລາວ ບາງຄົນເວົ້າວ່າ ເມື່ອກາງປີນີ້ ມີຄົນງານລາວ ບໍ່ຕໍ່າກວ່າ 1 ແສນຄົນ ໄປເຮັດວຽກຢູ່ໄທ ແບບບໍ່ຖືກຕ້ອງຕາມກົດໝາຍ ຂະນະທີ່ຂໍ້ມູນ ຂອງກະຊວງແຮງງານ ຂອງໄທ ຣາຍງານວ່າ ຢູ່ໄທ ມີຄົນງານລາວ ບໍ່ຕໍ່າກວ່າ 50 ພັນປາຍຄົນ ເຂົ້າມາເຮັດວຽກ ແບບບໍ່ຖືກຕ້ອງ ຕາມກົດໝາຍ.