ຈີນ ປະກາດປິດຕລາດ ງາຊ້າງ

ຈໍາປາທອງ
2018.01.03
f-elephant ງານສະແດງຊ້າງເນື່ອງໃນວັນຊ້າງໂລກ 2017
RFA

ພາຍຫລັງທາງການຈີນ ໄດ້ປະກາດຫ້າມບໍ່ໃຫ້ ມີການຄ້າຂາຍງາຊ້າງ ຕິດຕໍ່ກັນມາຫລາຍຄັ້ງ ໃນປີທີ່ຜ່ານມາ ແລະປິດໂຮງງານ ຜລິຕພັນ ງາຊ້າງ ໃນປະເທສຈີນ 67 ແຫ່ງຕັ້ງແຕ່ເດືອນມິນາ ປີກາຍມາ ແລະຄາດວ່າກິຈການ ກ່ຽວກັບການຄ້າຂາຍງາຊ້າງ ທີ່ຍັງເຫລືອຢູ່ 115 ແຫ່ງຈະຕ້ອງຖືກປິດລົງ ໃນມື້ວັນທີ 31 ທັນວາ 2017, ຕາມທີ່ທາງການຈີນ ໄດ້ໃຫ້ຄຳໝັ້ນສັນຍາ ວ່າຈະປິດຕລາດງາຊ້າງ ທີ່ຖືກກົດໝາຍ ທັງໝົດ ທັງໂຮງງານຜລິຕພັນງາຊ້າງ ແລະຮ້ານຄ້າງາຊ້າງ ໃນທົ່ວປະເທສ.

ຈີນປະກາດປິດຕລາດງາຊ້າງໃຫຍ່ທີ່ສຸດໃນໂລກ ຢູ່ປະເທສຂອງຕົນ ທີ່ວ່ານັ້ນມີຂຶ້ນພາຍຫລັງທີ່ຈີນ ໄດ້ຕົກລົງກັບ ທາງການລາວ ສ້າງອັນທີ່ ເອີ້ນວ່າ ສວນອຸທິຍານ ຫລືສູນອານຸຮັກ ພັນຊ້າງ ຢູ່ແຂວງໄຊຍະບູລີ ຂອງລາວ ບໍ່ເຖິງປີ ໃນຂະນະທີ່ກອງທຶນ ສັດປ່າໂລກຮຽກຮ້ອງ ໃຫ້ ທາງການຍີ່ປຸ່ນ, ລາວ, ໄທ, ວຽດນາມ ແລະພະມ້າ ປິດຕລາດງາຊ້າງ ທີ່ຖືກກົດໝາຍ ຢູ່ປະເທສຂອງຕົນ ໃນທັນທີ ຍ້ອນວ່າຊ້າງປ່າ ຖືກ ຂ້າຕາຍໃນແຕ່ລະມື້ ເປັນຈໍານວນຫຼວງຫລາຍ.

ຕາມຂໍ້ມູນຂອງກອງທຶນສັດປ່າໂລກ ຫລື WWF, ຊ້າງປ່າຖືກພວກລ່າສັດຂ້າ ເພື່ອເອົາງາຂາຍໃຫ້ຈີນ ແລະປະເທສເພື່ອນບ້ານຂອງຈີນ ສເລັ່ຍມື້ນຶ່ງ 55 ໂຕ. ດຣ.ເຟຣດ ຄວາເມ່ ຄູມ່າຣ໌ (Dr. Fred Kwame Kumah) ຜູ້ອໍານວຍການອົງການກອງທຶນ ສັດປ່າໂລກ ປະຈໍາ ອາຟຣິກາ ກ່າວໃນວັນທີ 27 ທັນວາ 2017 ວ່າ ວັນທີ 31 ທັນວາ ເປັນມື້ທີ່ຈີນສັນຍາວ່າຈະປິດຕລາດການຄ້າງາຊ້າງ ທີ່ຖືກກົດໝາຍ ທັງໝົດບໍ່ວ່າຈະເປັນໂຮງງານ ແລະຮ້ານຄ້າງາຊ້າງ ທີ່ໄດ້ຮັບອະນຸຍາດ ໃຫ້ຄ້າງາຊ້າງຢ່າງຖືກ ຕ້ອງຕາມກົດໝາຍ ແລະທັງວ່າຕ້ອງຍຸຕິ ການຄ້າຂາຍງາຊ້າງ ແລະສິນຄ້າ ທີ່ຜລິດຈາກງາຊ້າງທັງໝົດໃນທົ່ວປະເທດຈີນ.

ການສັ່ງປິດຕລາດງາຊ້າງຂອງຈີນ ເປັນມາຕການທີ່ຈະແຈ້ງກວ່າມາຕການໃນປະເທສອື່ນໆ ແລະຈະເຮັດໃຫ້ການລ່າຊ້າງ ເພື່ອເອົາງາ ແລະ ການລັກລອບ ຊຶ້-ຂາຍ ງາຊ້າງຫລຸດລົງ ແລະຈະເຮັດໃຫ້ຊ້າງ ແອຟຮິກາ ມີຊີວິດຢູ່ລອດໄດ້. ສໍາລັບຢູ່ລາວ ປັດຈຸບັນ ຍັງມີຊ້າງທັງໝົດ ປະມານ 850 ໂຕ. ໃນນັ້ນເຄີ່ງນຶ່ງເປັນຊ້າງບ້ານ. ສະເພາະຢູ່ແຂວງໄຊຍະບຸຣີ ຕາມຄໍາເວົ້າຂອງຊາວບ້ານ ແລ້ວແມ່ນວ່າ ມີຊ້າງບ້ານ 200 ປາຍໂຕ ແລະຊ້າງປ່າ 100 ປາຍໂຕ:

"ສອງຮ້ອຍປາຍໂຕຊ້າງລ້ຽງ ປະມານຮ້ອຍປາຍໂຕ ແລະກະບໍ່ມີໃຜຄຶດດອກຊ້າງປ່າ ຍັງບໍ່ຍັງສິສິຕາຍສິຍັງ ຣັຖກະບໍ່ສົນໃຈດອກ ນັ່ງຢູ່ໂຕະ ຢູ່ຕັ່ງພຸ້ນແຫລະ."

ພາຍຫລັງທີ່ບໍ່ສາມາດນໍາເອົາຊ້າງລາວໄປຈີນ ໄດ້ຢ່າງງ່າຍດາຍຄືທີ່ຜ່ານມາແລ້ວ ເພື່ອຜົລປໂຍດທາງດ້ານເສຖກິດຂອງຕົນ ທາງການຈີນ ໄດ້ໃຫ້ບໍຣິສັດ ຣັຖວິສາຫະກິດ ລົງທຶນພັທນາການທ່ອງທ່ຽວຂອງຕົນ ຈັດໂຄງການສວນອຸທິຍານຊ້າງ ໂດຍ ສັມປະທານ ເນື້ອທີ່ດິນ 104 ເຮັກຕາ ຈາກທາງການ ສປປລາວ ໃນຮູບແບບຂອງການຈັດສຸນ ອະນຸຮັກ ແລະຂຍາຍພັນຊ້າງ, ແຕ່ເນື້ອແທ້ແລ້ວ ຈະເອົາຊ້າງມາຝຶກແອບ ສໍາລັບສະແດງ ໃຫ້ນັກທ່ອງທ່ຽວເຂົ້າຊົມ ເປັນຕົ້ນກໍແມ່ນ ນັກທ່ອງທ່ຽວຈີນ ທີ່ມາທ່ຽວລາວ ຊຶ່ງນັກອະນຸຮັກຊ້າງ ກ່າວວ່າ ການສ້າງສວນ ແບບນີ້ ບໍ່ແມ່ນເພື່ອອະນຸຮັກ ແລະຂະຫຍາຍພັນຊ້າງ ແບບຍືນຍົງ. ມັນແມ່ນຈັດຂຶ້ນ ເພື່ອຜົລປໂຍດ ທາງດ້ານເສຖກິດ,

ການອະນຸຮັກຊ້າງ ທີ່ຖືກຕ້ອງນັ້ນ ຕ້ອງມີເນື້ອທີ່ປ່າ ໃຫ້ຊ້າງສາມາດ ຂຍາຍພັນແບບທຳມະຊາດໄດ້ ມີການບໍາລຸງຮັກສາ ແລະມີກົດໝາຍ ຄຸ້ມຄອງ ຊ້າງຢ່າງເຄັ່ງຄັດ, ແຕ່ໜ້າເສັຍດາຍ ທີ່ກົດໝາຍລາວ ບໍ່ມີຄວາມສັກສິດພໍເທົ່າໃດ. ແລະການຈັດງານວັນຊ້າງສາກົລ ຂອງບໍຣິສັດ ຣັຖວິສາຫະກິດ ທ່ອງທ່ຽວຈີນ ຄັ້ງທໍາອິດ ທີ່ແຂວງໄຊຍະບູລີ ໃນມື້ວັນທີ 12 ສິງຫາ 2017 ທີ່ຫາກໍຜ່ານມານີ້ ຍິ່ງເຮັດໃຫ້ເກີດຄວາມສົງໃສ ໃນເປົ້າໝາຍອັນແທ້ຈິງ ຂອງຈີນ ຊຶ່ງມີຫລາຍຄົນ ກ່າວອ້າງວ່າ ຈີນ ຂົນເອົາຊັພຍາກອນ ທັມຊາດ ອັນມີຄ່າ ຮວມທັງໄມ້ ຂອງລາວ ໄປຈີນ ເປັນຈໍານວນ ຫລວງຫລາຍຍັງບໍ່ແລ້ວ ຍັງມີແຜນໃຊ້ຊ້າງລາວ ເພື່ອຜົລປໂຍດທາງເສຖກິດຂອງຕົນ ຢູ່ລາວຕື່ມອີກ ຊຶ່ງເມື່ອບໍ່ດົນມານີ້ ກໍມີ ຂ່າວວ່າ ຈີນ ໄດ້ເອົາຊ້າງ ອອກຈາກລາວ ໄປເກືອບຮ້ອຍໂຕ ຮວມທັງຢູ່ ສວນສັດ ຊານຟາຣີ ຢູ່ຈີນນໍາດ້ວຍ.

ແລະອີກໂຄງການນຶ່ງ ແມ່ນໂຄງການຮ່ວມປົກປ້ອງຊີວະນາໆພັນ ຂ້າມຊາຍແດນຈີນ-ລາວ ແລະໄດ້ສໍາຣວດຮ່ວມກັນເປັນຄັງທີ 5 ນັບຕັ້ງແຕ່ ໄດ້ຕັ້ງຂຶ້ນມາເມື່ອປີ 2006 ໄດ້ຊ່ວຍໃຫ້ຮູ້ກ່ຽວກັບ ຂອບເຂດທີ່ຢູ່ອາໃສ ແລະຈໍານວນຊ້າງພັນເອເຊັຍໃນ 2 ເຂດ ຂອງແຂວງຫຼວງນໍ້າທາ.

ເຣຶ່ອງການຄ້າງາຊ້າງແລະຜລິຕພັນງາຊ້າງ ນອກຈາກຈີນແລ້ວກໍແມ່ນຍີ່ປຸ່ນ ຊຶ່ງອົງການເຄືອຂ່າຍ ຄວບຄຸມການຄ້າສັດປ່າແລະກອງທຶນ ສັດປ່າໂລກ ຮຽກຮ້ອງໃຫ້ປິດຕລາດຄ້າ-ຂາຍງາຊ້າງທີ່ຖືກກົດໝາຍ ຍ້ອນວ່າ ຈາກຜົລຂອງການສຳຣວດລ່າສຸດ ພົບວ່າ ຍີ່ປຸ່ນຍັງເປັນນຶ່ງ ໃນບັນດາປະເທສ ທີ່ມີຕລາດງາຊ້າງ ຢູ່ພາຍໃນປະເທສ ໃຫຍ່ທີ່ສຸດແຫ່ງນຶ່ງ ໃນໂລກ.

ນອກຈາກຈີນ ແລະຍີ່ປຸ່ນແລ້ວ ປະເທສຕ່າງໆໃນແຖບເອເຊັຍຕາເວັນອອກສ່ຽງໃຕ້ ກໍເປັນເປົ້າໝາຍຂອງ ອົງການອະນຸລັກສັດປ່າ ສາກົນ ທີ່ຮຽກຮ້ອງ ໃຫ້ປິດຕລາດງາຊ້າງເຊັ່ນກັນ ເພາະການປິດຕລາດງາຊ້າງຢູ່ຈີນ ເປັນບາດກ້າວໃຫຍ່ ທີ່ສຳຄັນ ໃນການ ອະນຸຮັກ ຊ້າງເອົາໄວ້ ແຕ່ມັນອາຈເປັນ ຫົນທາງທີ່ເຮັດໃຫ້ທິດທາງຂອງ ຕລາດງາຊ້າງ ຫັນເຫໄປປະເທສເພື່ອນບ້ານ ຕ່າງໆຂອງຈີນ ໂດຍສະເພາະ ຢ່າງຍິ່ງແມ່ນ ສປປລາວ,ໄທ, ພະມ້າ, ວຽດນາມ ແລະກຳພູຊາ ຊຶ່ງເປັນປະເທສ ທີ່ນັກທ່ອງທ່ຽວ ຈີນ ໄປທ່ຽວ ແລະນິຍົມກັນຊື້ ຜລິຕພັນງາຊ້າງ ແລະ ຜລິຕພັນຈາກສັດປ່າອື່ນໆ. ດຣ.ເຟຣດ ຄວາເມ່ ຄູມ່າຣ໌ ກ່າວວ່າ:

“ປະເທສຈີນ ສະແດງໃຫ້ເຫັນເຖິງການເປັນຜູ້ຍິ່ງໃຫຍ່ ຕໍ່ວິກິດການອັນຮີບດ່ວນນີ້ ແລະທັງຫວັງວ່າ ຈີນຈະຮ່ວມມື ກັບອົງການ ຂອງທ່ານ ໃນການຮຽກຮ້ອງ ໃຫ້ປະເທດເພື່ອນບ້ານ ໂດຍສະເພາະ ຢ່າງຍິ່ງກໍແມ່ນ ສປປລາວ, ໄທ, ພະມ້າ ແລະວຽດນາມ ແລະກໍາພູຊາ ຊຶ່ງເປັນ ປະເທສ ທີ່ນັກທ່ອງທ່ຽວຈີນໄປທ່ຽວຫລາຍ ແລະນິຍົມກັນຊື້ຜລິຕພັນງາຊ້າງ ແລະຜລິຕພັນຈາກສັດປ່າອື່ນໆ."

ການທີ່ຈີນປະກາດປິດຕລາດການຄ້າງາຊ້າງ ຢູ່ໃນປະເທດຂອງຕົນ ເຮັດໃຫ້ນັກອະນຸຮັກສິ່ງແວດລ້ອມຍົກຍ້ອງ ແລະຮຽກຮ້ອງໃຫ້ຣັຖບາລ ປະເທສເພື່ອນບ້ານຂອງຈີນດັ່ງກ່າວ ເລັ່ງປິດຕລາດງາຊ້າງ ທີ່ຖືກກົດໝາຍຢູ່ພາຍໃນປະເທດຂອງຕົນ ເພື່ອລົດການຂ້າຊ້າງເອົາງາ. ກ່ຽວກັບເຣຶ່ອງທີ່ວ່ານີ້ເຈົ້າຊາຍ William ແຫ່ງປະເທສອັງກິດ ໃນຖານະປະ ທານສະຫະພັນ ສັດປ່າ ກໍໄດ້ສັລເສີນຈີນວ່າ:

"We are seeing international condemnation in the strongest terms of illegal trade. China showed great leadership in announcing its intention to close its domestic ivory markets. I’m pleased to say that the British government recently announced its plans to restrict sales within the united kingdom as well."

ພຣະອົງຊົງກ່າວວ່າ ພວກເຮົາເຫັນການປະນາມ ຂອງປະຊາຄົມສາກົນ ກ່ຽວກັບການຄ້າສັດປ່າຜິດກົດໝາຍ. ຈີນສະແດງຄວາມເປັນຜູ້ນໍາ ຍິ່ງໃຫຍ່ໃນການປະກາດຄວາມຕັ້ງໃຈ ປິດຕລາດງາຊ້າງ ຢູ່ພາຍໃນປະເທສ ຂອງຕົນ. ຂ້າພະເຈົ້າຍິນດີ ທີ່ຈະບອກວ່າ ຣັຖບາລອັງກິດ ກໍໄດ້ປະກາດ ເມື່ອບໍ່ດົນ ມານີ້ ກ່ຽວກັບແຜນການຈໍາກັດ ການຂາຍງາຊ້າງ ຢູ່ປະເທສອັງກິດ ເຊັ່ນກັນ."

ດຣ.ເຟຣດ ຄວາເມ່ ຄູມ່າ ກ່າວວ່າ ໃນຣະຍະ 2-3 ເດືອນຂ້າງໜ້າ ເປັນຣະຍະທີ່ສໍາຄັນ ທີ່ຈີນຕ້ອງໃຊ້ເວລາໃນການສື່ສານ ແລະການໃຊ້ ມາຕການຕ່າງໆ ເພາະມີຫລັກຖານທີ່ສໍາຄັນ ຢືນຢັນໄດ້ວ່າ ຍັງມີການຄ້າງາຊ້າງ ທີ່ຖືກກົດໝາຍຫລາຍຢູ່ຈີນ ທັງການຄ້າ ທາງອອນລາຍ ແລະການຄ້າແບບບໍ່ໄດ້ຂຶ້ນທະບຽນ. ຖ້າຫາກວ່າຍັງບໍ່ສາມາດແກ້ໄຂບັນຫາ ທີ່ວ່ານັ້ນໄດ້ ກໍໝາຍຄວາມວ່າ ການປະກາດປິດຕລາດງາຊ້າງ ຢູ່ຈີນ ຈະບໍ່ໄດ້ເກີດຜົລເປັນຈິງໄດ້ເທົ່າທີ່ຄວນ.

ເວົ້າເຖິງຊ້າງ ຊຶ່ງຄັ້ງນຶ່ງລາວເຄີຍຮູ້ກັນວ່າເປັນ “ດິນແດນລ້ານຊ້າງ” ທີ່ມີຊ້າງຢູ່ຫລາຍ ແຕ່ມາບັດນີ້ຫລຸດລົງຢ່າງໜ້າເປັນຫ່ວງ ຂະນະທີ່ມີ ຣາຍງານວ່າ ຖືກຂາຍໄປຈີນຫລາຍ ທັງທີ່ຖືກຕ້ອງຕາມຣະບຽບກົດໝາຍ ແລະຜິດກົດໝາຍ. ແລະຖືກສົ່ງໄປ ປະເທສ ອື່ນຕື່ມອີກ.

ມີຫຼັກຖານທີ່ນັບມື້ຫຼາຍຂຶ້ນວ່າ ຈີນ ກໍາລັງຊື້ຊ້າງທີ່ຍັງຫຼົງເຫຼືອຢູ່ ຂອງລາວ ເຊັ່ນຢູ່ແຂວງຊາຍແດນ ຄືແຂວງຫລວງນໍ້າທາ ໂດຍສະເພາະ ໃນເຂດບໍ່ເຕັນ ທີ່ຕິດກັບຊາຍແດນຈີນນັ້ນ ກາຍເປັນສະຖານທີ່ສໍາລັບການຄ້າຊ້າງປ່ານອກຣະບົບ ນັ້ນຢູ່.

ຕາມບົດຄວາມຂອງ Melinda Boh ຜ່ານ AsiaTimes ທີ່ອີງໃສ່ຄໍາເວົ້າ ຂອງບັນດາຜູ້ສືບສວນສອບສວນ ແລະຜູ້ອະນຸຮັກສັດປ່າ ທີ່ ຕິດຕາມເຣື່ອງການຄ້າໃຕ້ດິນ ນັ້ນວ່າມີຣາຍງານວ່າຄົນຈີນ ຊື້ຊ້າງໂຕນຶ່ງຢູ່ລາວ 25 ພັນໂດລາສະຫະຣັຖ ເພື່ອນໍາໄປໄວ້ ສວນສັດ ແລະ ສວນອະນຸຮັກຊ້າງ ຫລືເອົາໄປຝຶກສະແດງໃນໂຮງກາຍະສິນຂອງຈີນ. ຊ້າງໃນລາວ ກໍຄືກັນກັບ ໝີ pandas ຢູ່ຈີນ ມີຄວາມໝາຍສໍາຄັນ ທາງເສຖກິດ ວັທນະທັມ ແລະສາສນານໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.