ພັລຍາເຈົ້າແຂວງວ່າບໍ່ ກ່ຽວເຣື້ອງໄມ້
2017.06.29

ເຈົ້າໜ້າທີ່ກວດກາຣັຖບານຢູ່ພາກໃຕ້ ເວົ້າວ່າ ໄມ້ໃນຣົດ ຈຳນວນ 27 ຄັນ ທີ່ທ່ານ ບຸນທອງ ຈິດມະນີ ປະທານ ອົງການກວດກາ ຣັຖບານ ໄດ້ມີຄຳສັ່ງ ໃຫ້ຍຶດໄວ້ ໃນຕົ້ນເດືອນ ມິຖຸນາ ນັ້ນເປັນຂອງ ຍານາງ ແສງ ວິຍະເກດ, ພັລຍາຂອງ ທ່ານ ນາມ ວິຍະເກດ ເຈົ້າແຂວງ ແຂວງອັດຕະປື. ປັດຈຸບັນ ເຈົ້າໜ້າທີ່ ກຳລັງສືບສວນ ສອບສວນຢູ່, ອີງຕາມ ການຢືນຢັນ ຂອງ ເຈົ້າໜ້າທີ່ກວດກາ ທ່ານນັ້ນ ທີ່ບໍ່ປະສົງ ອອກຊື່. ແຕ່ໃນເວລາດຽວກັນ ຍານາງ ແສງ ວິຍະເກດ ກໍໄດ້ປະຕິເສດວ່າ ບໍ່ມີສ່ວນກ່ຽວຂ້ອງ ໃນເລື້ອງນີ້, ດັ່ງ ຍານາງ ກ່າວ ຕໍ່ເອເຊັຍ ເສຣີ ໃນວັນທີ 29 ມິຖຸນາ ວ່າ:
"ຂ້າພະເຈົ້າຂໍຢືນຢັນວ່າ ຈຳນວນໄມ້ ທີ່ຢຶດຫັ້ນນ່າ ຂ້າພະເຈົ້າ ບໍ່ມີສ່ວນກ່ຽວຂ້ອງ ມັນເປັນພຽງ ແຕ່ຂ່າວລື ແລະ ເປັນການໄສ່ຮ້າຍ ປ້າຍສີ ສະນັ້ນ ໃນເວລາ ທີ່ສຳພາດຢູ່ ປັດຈຸບັນນີ້ ຂ້າພະເຈົ້າ ເວົ້າກັບ ເອເຊັຍເສຣີ".
ແລະ ຍານາງ ຢືນຢັນວ່າ ທຸຣະກິດຂອງເພິ່ນ ບໍ່ກ່ຽວຂ້ອງ ກັບເລື້ອງໄມ້, ດັ່ງຍານາງກ່າວຕື່ມອີກວ່າ:
"ຂໍຕອບວ່າ ທັງໝົດ ມັນຄືຂໍ້ເທັດ ບໍ່ມີຄວາມຈິງ ມັນຄືຄວາມໃສ່ຮ້າຍປ້າຍສີ ຜູ້ໃດເວົ້າ ຫັ້ນນ່າ ກະແມ່ນໃຫ້ເອົາ ຫລັກຖານມາ ຖ້າວ່າ ຂ້າພະເຈົ້າ ມີສ່ວນຮ່ວມ ຫັ້ນນ່າ ເພາະ ຂ້າພະເຈົ້າ ດຳເນີນ ທຸຣະກິດ ມາບໍ່ມີເລື້ອງ ກ່ຽວກັບ ເລື້ອງໄມ້ນີ້".
ເພື່ອສອບຖາມຂໍ້ມູນເພີ້ມຕື່ມອີກ ໃນວັນດຽວກັນ ເອເຊັຍເສຣີ ກໍໄດ້ໂທຣະສັບໄປ ຫ້ອງວ່າການ ແຂວງອັດຕະປື ເພື່ອຂໍສຳພາດ ທ່ານ ນາມ ວິຍະເກດ ເຈົ້າແຂວງ ອັດຕະປື, ແຕ່ ເຈົ້າໜ້າທີ່ ຜູ້ຮັບໂທຣະສັບ ຕອບວ່າ ທ່ານ ນາມ ຄາປະຊຸມ.
ຈຳນວນໄມ້ 27 ຄັນລົດແມ່ນຖືກ ເຈົ້າໜ້າທີ່ ອົງການກວດກາ ຣັຖບານ ສັ່ງກັກໄວ້ຕັ້ງແຕ່ ເດືອນ ພຶສພາ ເພື່ອກວດກາ ເອກສານທຸກຢ່າງ ແລະ ພົບວ່າ ໄມ້ຈຳນວນ ດັ່ງກ່າວ ແມ່ນບໍ່ຖືກຕ້ອງ ຕາມກົດໝາຍ.
ທີ່ຜ່ານມາ ທ່ານ ເພັດ ພົມພິພັກ ຣັຖມົນຕຼີປະຈໍາ ສໍານັກງານ ນາຍົກຣັຖມົນຕຼີ ໄດ້ອອກແຈ້ງການ ສະບັບເລກທີ 729 ລົງ ວັນທີ 16 ພຶສພາ 2017 ໃຫ້ອົງການກວດກາ ຣັຖບານ ສົ່ງຄນະສະເພາະກິດ ລົງໄປສົມທົບກັບ ແຂວງອັດຕະປື ແລະ ພາກສ່ວນ ກ່ຽວຂ້ອງ ກວດກາຕົວຈິງ ບັນຫາ ການສົ່ງອອກໄມ້ ຢູ່ດ່ານພູເກືອ ແຂວງ ອັດຕະປື, ແລະ ຖ້າພົບວ່າ ບໍ່ຖືກຕ້ອງຕາມ ກົດໝາຍ ແມ່ນໃຫ້ຢຶດ.